ປາຖະກະຖາວັນຊາດທີ 2 ທັນວາ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ວັນທີ 28 ພະຈິກ 2025 ທີ່ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ໂດຍການເລົ່າຄືນມູນເຊື້ອ 2 ວັນສຳຄັນດັ່ງກ່າວຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ; ມີບັນດາການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງ ພ້ອມດ້ວຍພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ ຂອງສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

‎             ໃນພິທີ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ຫວນຄືນໃຫ້ເຫັນເຖິງພາລະກິດການປະຕິວັດຂອງພັກປະຊາຊົນປະຕິວັດລາວ ທີ່ສາມາດຍາດໄດ້ໄຊຊະນະຢ່າງສົມບູນໃນການປະຕິວັດຊາດປະຊາທິປະໄຕຢູ່ປະເທດເຮົາ ແລະ ຜົນງານການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫຼອດໄລຍະ 50 ປີຜ່ານມາ; ພ້ອມນັ້ນ, ກໍໄດ້ຫວນຄືນມູນເຊື້ອພາລະກິດການປົດປ່ອຍຊາດ, ຜົນງານ-ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ການເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທ່ານຍັງຮຽກຮ້ອງໃຫ້ຕັ້ງໜ້າຮ່ຳຮຽນແບບຢ່າງຄຸນສົມບັດຂອງປະທານ ໄກສອນ ພົມວິຫານ ໂດຍສະເພາະແບບແຜນວິທີເຮັດວຽກຢ່າງມີຫຼັກການ, ມີແບບແຜນໃນການຊີ້ນໍາ-ນໍາພາ, ຢຶດໝັ້ນຫຼັກການຂອງພັກ; ການເຮັດວຽກມີການວາງແຜນ, ມີແຜນງານ, ໂຄງການລະອຽດ, ມີການຄາດຄະເນລ່ວງໜ້າ; ການເຮັດວຽກມີລະບົບການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີກົນໄກການປະສານສົມທົບກັບພາກສ່ວນຕ່າງໆຢ່າງແໜ້ນແຟ້ນ, ມີການສະຫຼຸບສ່ອງແສງ, ລາຍງານຢ່າງເປັນລະບົບ ແລະ ມີການຕິດຕາມກວດກາຢ່າງຮອບຄອບ ແລະ ຕໍ່ເນື່ອງ ແນໃສ່ສ້າງໃຫ້ພັກມີຄວາມປອດໃສ, ສ້າງໃຫ້ລັດມີຄວາມເຂັ້ມແຂງ, ສ້າງໄດ້ຄວາມເຊື່ອໝັ້ນຈາກປະຊາຊົນ; ແບບແຜນວິທີເຮັດວຽກທີ່ຮັບປະກັນລັກສະນະວິທະຍາສາດ ສະແດງອອກຕາມຄວາມຈິງພາວະວິໄສ, ການເຮັດວຽກຕ້ອງໄດ້ເຄົາລົບຫຼັກການ, ຫຼັກເກນ, ກົດເກນ ແລະ ທິດສະດີຂອງນັກມາກຊິດ, ນັກວິທະຍາສາດທີ່ກ້າວໜ້າ ເພື່ອໜູນໃຊ້ເຂົ້າໃນການພັດທະນາປະເທດຊາດໃຫ້ສອດຄ່ອງກັບຍຸກສະໄໝ; ຄຸນສົມບັດສິນທຳປະຕິວັດ, ເຝິກຝົນຫຼໍ່ຫຼອມນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ຈິດໃຈປະຕິວັດສຸດກົກສຸດປາຍ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ; ທັດສະນະມະຫາຊົນ, ເຄົາລົບນັບຖືປະຊາຊົນ; ຍົກສູງສະຕິຮັກຊາດ ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ນໍ້າໃຈປະຢັດມັດທະຍັດ, ຄວາມດຸໝັ່ນໃນການອອກແຮງງານ, ຄວາມດຸໝັ່ນຂະຫຍັນພຽນ, ການຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ແລະ ຖືເອົາແບບຢ່າງຄວາມສາມັກຄີເປັນບັນຫາໃຈກາງໃນການພັດທະນາອົງການ ແລະ ປະເທດຊາດ ດ້ວຍການເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຕ່າງປະເທດ ໃຫ້ແໜ້ນແຟ້ນ ເພື່ອສ້າງໄດ້ກໍາລັງທີ່ເຂັ້ມແຂງຮັບໃຊ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງເຮົາໃນປັດຈຸບັນ ແລະ ອະນາຄົດ.

‎             ຈາກນັ້ນ, ໄດ້ຜ່ານລັດຖະດຳລັດ ສະບັບເລກທີ 303/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ໃຫ້ແກ່ບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ, ພະນັກງານ-ລັດຖະກອນ ແລະ ພະນັກງານບຳນານ ຂອງສະພາແຫ່ງຊາດ ຈຳນວນ 205 ທ່ານ, ຍິງ 65 ທ່ານ; ແລະ ມີການປະດັບຫຼຽນໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ແລະ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ຕາມລຳດັບ.