ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈະຈັດຂຶ້ນ 22 ກຸມພາ 2026

ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ແລະ ໂຄສົກຄະນະກຳມະການເລືອກຕັ້ງແຫ່ງຊາດ ໄດ້ແຖລງຂ່າວໃນວັນທີ 3 ທັນວາ 2025 ກ່ຽວກັບການປະກາດກຳນົດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດ V ໃນວັນທີ 22 ກຸມພາ 2026.
ທ່ານ ກ່າວວ່າ: ການເລືອກຕັ້ງຄັ້ງນີ້, ເປັນວັນທີ່ມີຄວາມໝາຍສຳຄັນ ທາງປະຫວັດສາດ ແລະ ຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຂອງອຳນາດລັດ ຊຶ່ງເປັນອຳນາດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປີ 2025, ເນື່ອງຈາກວ່າໃນວັນທີ 22 ກຸມພາ 2026 ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ຜູ້ມີສິດເລືອກຕັ້ງທົ່ວປະເທດ ຈະໄດ້ພ້ອມກັນ ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຕາງໜ້າຕົນປະຕິບັດສິດອຳນາດ ຂອງປະຊາຊົນລາວບັນດາເຜົ່າ ຢູ່ໃນອົງການອຳນາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງທ້ອງຖິ່ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ພົນລະເມືອງລາວ, ນິຕິບຸກຄົນ ແລະ ການຈັດຕັ້ງ ພ້ອມກັນສູ້ຊົນພັດທະນາປະເທດຊາດ ເພື່ອເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ການອອກລັດຖະດຳລັດ ປະກາດວັນເລືອກຕັ້ງຄັ້ງນີ້ແມ່ນມີຂຶ້ນ ໃນວັນທີ 1 ທັນວາ 1975 ຊຶ່ງເປັນວັນເປີດກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ແລະ ວັນທີ 2 ທັນວາ 1975 ເປັນມື້ທີ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ປະກາດລົບລ້າງລະບອບລາຊາທິປະໄຕຢ່າງສີ້ນເຊິ່ງ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນໄຂສັງກາດໃໝ່-ສັງກາດແຫ່ງເອກະລາດ ແລະ ອິດສະຫຼະພາບອັນແທ້ຈິງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ຊຶ່ງເປັນເຫດການ ການເມືອງອັນຍິ່ງໃຫຍ່ຂອງຊາດລາວເຮົາ, ຊຶ່ງມື້ວານນີ້ ທົ່ວພັກ, ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ສຳເລັດຜົນຢ່າງຈົບງາມ ແລະ ຢູ່ໃນເວລາທີ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຫາກໍ່ສຳເລັດການຈັດຕັ້ງມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ສຳເລັດຜົນຢ່າງເບີກບານມ່ວນຊື່ນ. ການສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ນັ້ນ ສະແດງໃຫ້ເຫັນເຖິງກຳລັງແຮງສັງລວມຊະນະເລີດຂອງປວງຊົນລາວທັງຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ດ້ວຍເຫດນັ້ນຈຶ່ງເວົ້າໄດ້ວ່າ ການປະກາດວັນເລືອກຕັ້ງຄັ້ງນີ້ ມີຄວາມໝາຍສຳຄັນເປັນພິເສດແຕກຕ່າງກັບທຸກຄັ້ງໃນໄລຍະທີ່ຜ່ານມາ.
ທ່ານ ຈະເລີນ ເຍຍປາວເຮີ ໃຫ້ຮູ້ອີກວ່າ: ໃນໄລຍະແຕ່ນີ້ ໄປຫາວັນທີ 7 ມັງກອນ 2026 ແມ່ນຈະໄດ້ສຸມໃສ່ເຜີຍແຜ່ຮ່ຳຮຽນເອກະສານເລືອກຕັ້ງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງທຸກຄົນ ຈົ່ງໄດ້ເຂົ້າຮ່ວມການຮ່ຳຮຽນເອກະສານ ກ່ຽວກັບວຽກງານເລືອກຕັ້ງໃຫ້ທົ່ວເຖິງ ເພື່ອກຳແໜ້ນ ແລະ ໃຊ້ສິດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງກະກຽມທາງດ້ານຈິດໃຈ, ເຫື່ອແຮງ ເພື່ອເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ສາວລາວໃຕ້