
ໃນຕອນເຊົ້າຂອງວັນທີ 03 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ມີການຈັດກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງລັດ ຫວຽດນາມ (ທຫວ) ປະຈໍາປີ 2025 ຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານ ນ. ບຸນຄໍາ ວໍລະຈິດ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ຫງຽນ ທິ ຮົງ, ຜູ້ວ່າການ ທະນາຄານແຫ່ງລັດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ, ຊຶ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປປ ລາວ ສະເຫຼີມສະຫຼອງວັນມະຫາໄຊຊະນະອັນຍິ່ງໃຫຍ່ ທີ່ນໍາເອົາຄວາມເປັນເອກະລາດມາສູ່ປະເທດ ນັ້ນກໍ່ຄື ວັນສະຖາປະນາສປປ ລາວ ຄົບຮອບ 50 ປີ ແລະ ໃນບັນຍາກາດທີ່ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ວັນຊາດຂອງ ສສ ຫວຽດນາມ ຄົບຮອບ 80 ປີ.
ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບຜົນການຈັດຕັ້ງປະຕິບັດສະພາບເສດຖະກິດມະຫາພາກ ແລະ ນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ ປະຈໍາປີ 2025 ແລະ ແຜນການຈັດຕັ້ງໃນປີ 2026, ການພັດທະນາຂະແໜງການທະນາຄານ ແລະ ສະຖາບັນການເງິນ, ຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຕ່າງໆໃນວຽກງານສົ່ງເສີມສະກຸນເງິນທ້ອງຖິ່ນ, ຜົນການຮ່ວມມືສອງຝ່າຍ ໃນໄລຍະ 05 ຜ່ານມາ (2021-2025) ແລະ ແຜນຈຸດສຸມການຮ່ວມມື ປະຈໍາປີ 2026 ແລະ ແຜນໄລຍະ 05 ປີ (2026-2030) ຕໍ່ໜ້າ, ລວມເຖິງການແລກປ່ຽນບົດຮຽນກ່ຽວກັບຄວາມຄືບໜ້າການສ້າງຕັ້ງສູນກາງທາງການເງິນ ຢູ່ເມືອງດານັງ ແລະ ນະຄອນໂຮ່ຈິມິນ. ນອກນີ້ ກໍໄດ້ມີການປະຊຸມພົບປະລະຫວ່າງຜູ້ຄຸ້ມຄອງທະນາຄານທຸລະກິດ ຂອງສອງທະນາຄານກາງ ແລະ ບັນດາທະນາຄານທຸລະກິດຈາກ ສສ. ຫວຽດນາມ ທີ່ມາດຳເນີນທຸລະກິດຢູ່ ສປປ ລາວ ຊຶ່ງກອງປະຊຸມໄດ້ຮັບຟັງການລາຍງານຜົນການດຳເນີນທຸລະກິດ, ຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ຂໍ້ສະເໜີຂອງທະນາຄານດັ່ງກ່າວ ພ້ອມທັງໄດ້ຮ່ວມ ກັນປຶກສາຫາລືແນວທາງໃນການແກ້ໄຂບັນດາຂໍ້ສະເໜີ ແລະ ທິດທາງແຜນການ ເພື່ອແນໃສ່ຊຸກຍູ້ສົ່ງເສີມການເຄື່ອນໄຫວທຸລະກິດ ຂອງທະນາຄານທຸລະກິດຫວຽດນາມດັ່ງກ່າວ ໃຫ້ມີປະສິດທິຜົນ, ມີການພັດທະນາການບໍລິການຫັນເປັນທັນສະໄໝ, ມີຄວາມໝັ້ນຄົງ ແລະ ສາມາດປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ໃນໂອກາດດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ປະຈໍາປີ 2025 ທີ່ຈັດຂຶ້ນໃນຄັ້ງນີ້ ຊຶ່ງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາດ້ວຍບັນຍາກາດໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ພ້ອມທັງໄດ້ເອົາໃຈໃສ່ໃນການແລກປ່ຽນຫລາຍບັນຫາສໍາຄັນ ເປັນຕົ້ນແມ່ນ ສະພາບການຈັດຕັ້ງປະຕິບັດນະໂຍບາຍເສດຖະກິດມະຫາພາກ ແລະ ນະໂຍບາຍການຄຸ້ມຄອງເງິນຕາຕ່າງປະເທດ; ການພັດທະນາຂະແໜງການທະນາຄານ ແລະ ສະຖາບັນການເງິນ; ການຈັດຕັ້ງປະຕິບັດ ແລະ ສິ່ງທ້າທາຍຕ່າງໆໃນວຽກງານສົ່ງເສີມສະກຸນເງິນທ້ອງຖິ່ນ. ບົດຮຽນທີ່ຖອດຖອນໄດ້ຈາກການປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານດັ່ງກ່າວ ລ້ວນແລ້ວແຕ່ມີຄວາມສໍາຄັນ ແລະ ເປັນປະໂຫຍດຢ່າງຍິ່ງຕໍ່ສອງທະນາຄານກາງຂອງພວກເຮົາໃນການນໍາໄປໝູນໃຊ້ເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ໄດ້ຮັບປະສິດທິຜົນສູງຍິ່ງຂຶ້ນ.
ໃນທ່າມກາງສະພາບການປ່ຽນແປງຢ່າງໄວວາ ແລະຄວາມບໍ່ແນ່ນອນຂອງໂລກໃນປະຈຸບັນທາງດ້ານການເມືອງ, ເສດຖະກິດ, ການເງິນ, ການພັດທະນາທາງດ້ານເທັກໂນໂລຊີ ແລະ ການປ່ຽນແປງທາງດ້ານດິນຟ້າອາກາດ ໄດ້ນໍາເອົາທັງກາລະໂອກາດ ແລະ ສິ່ງທ້າທາຍມາສູ່ພວກເຮົາ. ສະນັ້ນ, ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງສະໜິດແໜ້ນ ແລະ ມີປະສິດທິຜົນ ຈຶ່ງເປັນຄວາມຈໍາເປັນພາວະວິໃສສໍາລັບສອງທະນາຄານກາງຂອງພວກເຮົາໃນການປັບຕົວ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ຢ່າງມີປະສິດທິຜົນ. ສອງຝ່າຍຈະສືບຕໍ່ເສີມຂະຫຍາຍ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ກໍ່ຄື ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດທະນາຄານ ໄລຍະປີ 2026-2030 ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ບົນພື້ນຖານແນວທາງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ສສ. ຫວຽດນາມ ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.