ຫຼວງພະບາງພາວເວີ ເປີດ

ເມື່ອບໍ່ດົນມານີ້, ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ (LPHPP) ເປີດໂຕ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະຝີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ ໂດຍໄດ້ຮັບກຽດຈາກ ທ່ານ ປິວ ຕຣີວິດສະວະເວດ ປະທານກຳມະການ ບໍລິຫານ ບໍລິສັດ ຊ.ການຊ່າງ ຈຳກັດ (ມະຫາຊົນ) ທ່ານ ທະນະວັດ ຕຣີວິດສະວະເວດ ກຳມະການຜູ້ຈັດການ ບໍລິສັດ ຫຼວງພະບາງ ພາວເວີ ຈຳກັດ ດຣ. ບຸນເຫຼືອ ສິນໄຊວໍລະວົງ ທ່ານຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການ ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ເປັນປະທານພິທີ ແລະ ກ່າວເປີດງານທີ່ ຫິງຫ້ອຍ ສະຕູດິໂອ ແຂວງຫຼວງພະບາງ

ທ່ານ ທະນະວັດ ຕຣີວິດສະວະເວດ ກຳມະການຜູ້ຈັດການ ບໍລິສັດ ຫຼວງພະບາງ ພາວເວີ ຈຳກັດ ກ່າວວ່າ ບໍລິສັດໃຫ້ຄວາມສຳຄັນໃນການຍົກລະດັບຄຸນນະພາບຊີວິດຂອງຊຸມຊົນ ແລະ ສັງຄົມອ້ອມຮອບພື້ນທີ່ໂຄງການ ເຊິ່ງຖືເປັນສ່ວນໜຶ່ງຂອງການພັດທະນາເສດຖະກິດ ແລະ ສັງຄົມຢ່າງຍືນຍົງ ພາຍໃຕ້ກອບການດຳເນີນງານສ້າງຄຸນຄ່າສູ່ສັງຄົມ 2022-2026 (CSR Strategy Framework 2022-2026) ພາຍໃຕ້ໂຄງການ One Power Plant One Product (OPOP) ມຸ່ງໜ້າຕໍ່ຍອດນະວັດຕະກຳ ແລະ ສ້າງໂອກາດພັດທະນາອາຊີບໃຫ້ກັບຊຸມຊົນ ໂດຍສ້າງ ແລະ ພັດທະນາ ຫິງຫ້ອຍ ສະຕູດິໂອ ໃຫ້ເປັນພື້ນທີ່ຮຽນຮູ້ທີ່ສ້າງສັນ ສົ່ງເສີມທັກສະດ້ານຫັດຖະກຳໃນຮູບແບບການຕັດຫຍິບ ການອອກແບບ ການໃຊ້ຈັກຫຍິບຜ້າ ການປັກຜ້າ ແລະ ການຕ່ຳຫູກພື້ນຖິ່ນ ໂດຍຕໍ່ຍອດສິລະປະດັ່ງເດີມໃຫ້ຮ່ວມສະໄໝ ແລະ ສອດຄ່ອງກັບວິຖີຊີວິດປັດຈຸບັນ ເພື່ອສືບສານ ແລະ ຕໍ່ຍອດມໍລະດົກທາງວັດທະນະທຳຂອງເມືອງຫຼວງພະບາງ ໂດຍສະເພາະການຕ່ຳຫູກຫັດຖະກຳລາວ ທີ່ອົງການ (UNESCO) ໄດ້ຂຶ້ນທະບຽນເປັນມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ ຂອງມວນມະນຸດ ສະທ້ອນເຖິງພູມປັນຍາ ແລະ ເອກະລັກຂອງຊຸມຊົນໃນ ສປປ ລາວ

ໃນເດືອນພະຈິກ 2025 ຫິງຫ້ອຍ ສະຕູດິໂອ ໄດ້ຈັດກິດຈະກຳ Workshop ສອນຄວາມຮູ້ພື້ນຖານການໃຊ້ຈັກຫຍິບເຄື່ອງເບື້ອງຕົ້ນ ແລະ ການຂຶ້ນຊິ້ນງານໂດຍການຫຍິບຜ້າຮອງຈອກ ຜ້າເຊັດປາກ ການຫຍິບປອກໝອນ ແລະ ຖົງຜ້າ ໃຫ້ກັບປະຊາຊົນອ້ອມຮອບໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໂດຍມີຄະນະອາຈານຈາກວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ມາຖ່າຍທອດອົງຄວາມຮູ້ ແລະ ເຕັກນິກການຕັດຫຍິບຢ່າງຖືກວິທີເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສ້າງຜົນງານສິນລະປະຕາມຄວາມຊຳນານ ແລະ ຍັງຄົງໄວ້ເຊິ່ງຄຸນນະພາບຄວາມປານີດ ເອກະລັກຂອງເມືອງຫຼວງພະບາງ ໂດຍຜູ້ທີ່ຜ່ານກິດຈະກຳ Workshop ຈະໄດ້ຮັບໃບປະກາດຮັບຮອງການຝຶກອົບຮົມ ເພື່ອນຳໄປຕໍ່ຍອດໃນການພັດທະນາຜົນງານຫັດຖະກຳ ຫຼື ປະກອບອາຊີບໃນອະນາຄົດໄດ້

ຫິງຫ້ອຍ ສະຕູດິໂອ ນອກຈາກຈະເປັນພື້ນທີ່ຮຽນຮູ້ ແລະ ຝຶກອາຊີບແລ້ວ ຍັງສະທ້ອນເຖິງຄວາມຮ່ວມມືຂອງທຸກພາກສ່ວນໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ຊ.ການຊ່າງ ລາວ ຈຳກັດ ກໍ່ສ້າງອາຄານໃຫ້ມີຄວາມແຂງແຮງໄດ້ມາດຕະຖານ ແລະ ປະສົມປະສານກັບສະຖາປັດຕະຍະກຳຂອງເມືອງມໍລະດົກໂລກຫຼວງພະບາງ ນອກຈາກນີ້ LPCL ຍັງຄົງມຸ່ງໝັ້ນທີ່ຈະດຳເນີນງານຕາມແນວທາງການອະນຸລັກເມືອງມໍລະດົກໂລກ ໂດຍສົ່ງເສີມການຮຽນຮູ້ຫັດຖະກຳຕ່ຳຫູກລາວ ການຝຶກຝົນອາຊີບ ແລະ ການສືບສານພູມປັນຍາທ້ອງຖິ່ນ ຮ່ວມກັບວິທະຍາໄລເຕັກວິຊາຊີບຫຼວງພະບາງ ໃຫ້ຄົງຄວບຄູ່ກັບການພັດທະນາຊຸມຊົນຢ່າງຍືນຍົງ