
ພະແນກອຸດສາຫະກຳ ແລະການຄ້າແຂວງເຊກອງ ຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຜູ້ຜະລິດ ແລະ ປຸງແຕ່ງກາເຟເປັນສິນຄ້າ ໃນວັນທີ 10 ທັນວາ 2025 ທີ່ເມືອງທ່າແຕງ ໂດຍມີທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງເຊກອງ, ທ່ານ ສຸວັນ ສ້ອຍທະວົງສາ ຮອງປະທານ ຄະນະກໍາມະການປົກຄອງເມືອງທ່າແຕງ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຄໍາແສນ ພະສະແຫວງ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ກໍເພື່ອເປັນການຍົກລະດັບຄວາມຮູ້, ເສີມທັກສະ ແລະສ້າງຄວາມເຂັ້ມແຂງໂດຍກົງໃຫ້ຫົວໜ່ວຍ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ (ກາເຟ) ເປັນຕົ້ນແມ່ນເຕັກນິກການປູກກາເຟ ແລະຄັດເລືອກແນວພັນ; ການບົວລະບັດຮັກສາ ແລະ ການເກັບມ້ຽນກາເຟ; ການເກັບກູ້ກາເຟໃຫ້ຖືກວິທີ ແລະ ມີຄຸນນະພາບ; ການແປຮູບຜະລິດຕະພັນກາເຟເປັນສິນຄ້າ ແລະ ການເຂົ້າຫາຕະຫລາດ.
ການຝຶກອົບຮົມຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ຊຶ່ງນອກຈາກການຮຽນຮູ້ພາກທິດສະດີແລ້ວຜູ້ເຂົ້າຮ່ວມຍັງຈະໄດ້ລົງຢ້ຽມຢາມບັນດາ ຈນກ ຜູ້ຜະລິດ ແລະ ປຸງແຕ່ງກາເຟ ເພື່ອເບີ່ງການບົວລະບັດຮັກສາ, ພ້ອມທັງຈະໄດ້ຖອດຖອນ ແລະແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ເພື່ອເຮັດໃຫ້ການຜະລິດ ແລະ ປຸງແຕ່ງກາເຟມີຄຸນນະພາບ, ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະຕ່າງປະເທດໃນປັດຈຸບັນ.
ຂ່າວ: ສັນຍາ