ພັກຜ່ອນຢ່ອນໃຈໃກ້ວຽງຈັນ! ນ້ຳປ່ຽນ ຢໍລະປາ ສະຖານທີ່ທ່ອງທ່ຽວພັກຜ່ອນຢູ່ກັບທຳມະຊາດຄົບວົງຈອນ

ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ກຳລັງໄດ້ຮັບຄວາມນິຍົມຢ່າງສູງ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາຢ້ຽມຊົມຢ່າງບໍ່ຂາດສາຍ. ດ້ວຍຄວາມງົດງາມທາງທຳມະຊາດທີ່ໂດດເດັ່ນ ແລະ ມີຫຼາກຫຼາຍກິດຈະກຳໃຫ້ຫຼິ້ນ, ມີຫໍພິພິຕະພັນ ຊີວະນານາພັນ ໄວ້ໃຫ້ຢ້ຽມຊົມ, ສະພາບແວດລ້ອມທີ່ຍັງຄົງຄວາມສົມບູນ        ເໝາະສຳລັບການພັກຜ່ອນ ແລະ ສໍາຜັດກັບບັນຍາກາດທີ່ສົດຊື່ນ ຊຶ່ງບໍ່ໄກຈາກຕົວເມືອງ ນະຄອນຫຼວງວຽງຈັນ ນັ້ນກໍຄື: ນ້ຳປ່ຽນ ຢໍລະປາ ( Nam Pien Yorla Pa) ຕັ້ງຢູ່ບ້ານ ຊຽງແລທ່າ  ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໃນວັນທີ 6 ທັນວາ 2025 ທີ່ຜ່ານມາ ຕາມການໃຫ້ສຳພາດຂອງທ່ານ ຈັນໄຊ ລັດສາວົງ ຜູ້ຈັດການ ນ້ຳປ່ຽນ ຢໍລະປາ ວ່າ ເປົ່າໝາຍຂອງໂຄງການແມ່ນເພື່ອພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບອະນຸລັກໃນເຂດປ່າສະຫງວນ ໂດຍໃຫ້ປະຊາຊົນໃນທ້ອງຖິນໃດ້ມີສ່ວນຮວມ, ໂຄງການເລີ້ມຕົ້ນຂອງພວກເຮົາແມ່ນນໍ້າກັດຢໍລະປ່າ ຢູ່ເມືອງໄຊ ແຂວງອຸດົມໄຊ, ໄດ້ເລີ້ມພັດທະນາໂຄງການແຕ່ປີ 2011 ເຊິ່ງເປັນໂຄງການທີ່ປະສົບຜົນສຳເລັດ ແລະ ດ້ກາຍໂຄງການໂຕແບບໃນການພັດທະນາສະຖານທີ່ທ່ອງທ່ຽວທຳມະຊາດແບບອະນຸລັກໃນເຂດປ່າສະຫງວນໂດຍປະຊາຊົນມີສ່ວນຮ່ວມ ເຊິ່ງເຫັນໃດ້ຈາກຫຼາຍໆລາງວັນທີ່ພວກເຮົາໃດ້ຮັບ ແຕ່ລາງວັນທີ່ພົ້ນເດັນແມ່ນລາງວັນສະຖານທີ່ທ່ອງທ່ຽວມາດຕະຖານອາຊຽນທີ່ປະຊາຊົນມີສ່ວນຮ່ວມ ແລະ ລາງວັນສະຖານທີ່ທ່ອງທ່ຽວສີຂຽວຢືນຍົງຂອງອາຊຽນ ແລະ ລາງວັນຈາກຊື່ອອນລາຍຕ່າງໆ ຈາກຜົນສຳເລັດດັ່ງທີ່ໃດ້ກ່າວມານັ້ນ ພວກເຮົາຈຶ່ງໄດ້ນຳເອົາບົດຮຽນຈາກຜົນສຳເລັດ ມາພັດທະນາໂຄງການທີ 2 ຄື : ສະຖານທີ່ທ່ອງທ່ຽວທຳມະຊາດນໍ້າປຽນຢໍລະປ່າ ເລີມດຳເນີນໂຄງການຊ່ວງປີ 2018 ແລະ ເປີດບໍລິການຢ່າງເປັນທາງການຊ່ວງປີ 2020, ປະຈຸບັນພວກເຮົາໃດ້ພັດທະນາສຳເລັດແລ້ວ 30% ຂອງແຜນແມ່ບົດລວມ, ເຊິ່ງປະກອບດ້ວຍ 4 ພາກສ່ວນກິດຈະກຳໃຫຍ່ດັ່ງນີ້:

- ພາກສ່ວນທີ່ພັກແຮມ ພ້ອມອົງປະກອບຂອງການບໍລິການທີ່ປິ່ນອ້ອມຕ່າງໆ, ພັດທະນາສຳເລັດແລ້ວ 25% ຂອງແຜນ

- ພາກສ່ວນກິດຈະກໍາ ຜະຈົນໄພ (Adventure) ພັດທະນາສຳເລັດແລ້ວ 11 ປະເພດກິດຈະກຳ = 60% ຂອງແຜນ

- ພາກສ່ວນກິດຈະກຳສ້າງສູນສຶກສາຄົ້ນຄົ້ວອະນຸລັກພັນພືດ ແລະ ສັດປ່າ, ເຊິ່ງເບື້ອງຕົ້ນໃດ້ພັດທະນາສູນອະນຸລັກສັດປ່າສຳເລັດແລ້ວ 70% ແລະ ມີເປົ່າໝາຍຈະເປີດບໍລິການໃນປີ 2024, ໂດຍໃດ້ຮ່ວມມືກັບສູນອະນຸລັກສັດ (LCTW).

- ຟື້ນຟູວັດທະນາທຳບ້ານຊົນເຜົ່າຕ່າງໆໃນປະເທດລາວ ຕາມແຜນຈະເລີ້ມຕົ້ນພັດທະນາໃນປີ 2025.

  1. ສ່ວນເນື້ອທີ່ຂອງແຫຼ່ງທ່ອງທ່ຽວຂອງພວກເຮົາໄດ້ແບີງອອກເປັນ 3 ພາກສ່ວນຄື:

- ເນື້ອທີ່ສ່ວນທີ 1 ພວກເຮົາເປັນກຳມະສິດຂອງຜູ້ລົງທຶນແລ້ວ, ໄດ້ໄຄເກ່ຍຈາກເຈົ້າຂອງກຳມະສິດເກົ່າຢູ່ນອກເຂດປ່າສະຫງວນ 50 ແຮັກຕ້າ.

- ເນື້ອທີ່ທີ 2 ເຂດທີ່ໃຊ້ເປັນດິນລັດທີ່ໃຊ້ໃນການພັດທະນາກິດຈະກຳຕ່າງໆແມ່ນ 100 ເຮັກຕ້າ, ໂດຍການສຳປະທານຈາກນະຄອນຫຼວງວຽງຈັນ.

- ເນື້ອທີ່ທີ 3 ມີຈໍານວນ 5,000 ເຮັກຕ້າພວກເຮົາບໍ່ໄດ້ໃຊ້ແຕ່ພວກເຮົາມີສິດໜ້າທີການອະນຸລັກຕົ້ນນ້ຳ, ອະນຸລັກປ່າໃຫ້ທາງພາກລັດ.

  1. ປະຊາຊົນໃນເຂດທ້ອງຖິ່ນມີສ່ວນຮ່ວມໂດຍການສ້າງວຽກເຮັກງານທຳ, ສ້າງຈິດສໍານຶກໃຫ້ປະຊາຊົນອະນຸລັກ, ປ່ຽນອາຊີບຈາກບຸກລຸກທຳລາຍປ່າມາເປັນການຊ່ວຍອະນຸລັກນຳໃຊ້ເຂົ້າໃນວຽກທ່ອງທ່ຽວ ແລະ ພັດທະນາແບບຍືນຍົງ ບໍລິສັດເອງ ມີວິໄສທັດມັກຮັກໃນທໍາມະຊາດເບິ່ງເຫັນມຸມມອງການໃຊ້ທໍາມະຊາດ ໃຫ້ເປັນໂອກາດແກ່ຊຸມຊົນເຂດທ້ອງຖິ່ນ, ດັ່ງນັ້ນຈຶ່ງນໍາຄວາມສໍາເລັດຂອງ ນໍ້າກັດຢໍລະປາ ມາພັດທະນາ ນໍ້າປ່ຽນຢໍລະປາ, ເພາະວ່າແນວທາງຂອງການພັດທະນາເຊິ່ງຈະຢູ່ໃນແບບຂອງການອະນຸລັກທໍາມະຊາດ ໂດຍໃຊ້ຊັບພະຍາກອນທໍາມະຊາດເປັນແຫຼ່ງໂອກາດສ້າງອາຊີບໃຫ້ແກ່ປະຊາຊົນ. ເພາະປະຊາຊົນສະໄໝກ່ອນທໍາມາຫາກິນໂດຍການ ອອກລ່າສັດ, ລ່າເນື້ອ ແລະ ທໍາຮ້າຍຊັບພະຍາກອນທໍາມະຊາດ, ໂດຍການຕັດໄມ້ທໍາລາຍປ່າ ເພື່ອຫາລ້ຽງຊີບ, ແຕ່ຫຼັງຈາກທາງເຈົ້າຂອງເອງມີວິໄສທັດທີ່ຢາກຈະປ່ຽນແປງຈາກການຕັດໄມ້ທໍາລາຍປ່າຫັນມາອະນຸລັກທໍາມະຊາດ ໂດຍໃຊ້ທໍາມະຊາດໃຫ້ເປັນປະໂຫຍດເປັນບ່ອນສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນເຂດທ້ອງຖິ່ນຫຼາຍໆຄົນ.

ຊຶ່ງສະຕິຖິປີ 2025 ນັກທ່ອງທ່ຽວຄົນລາວເຂົ້າມາທ່ຽວປະມານ 50,000 ຄົນ/ປີ ຖ້າປຽບທຽບໃສ່ລູກຄ້າຄົນໄທກໍຈະຕົກຢູ່ປະມານ 10-15% ນັກທ່ອງທ່ຽວສ່ວນຫຼາຍຈະມ່ຈາກອາຊີ ແລະ ເອີຣົບໂດຍສະເພາະຄົນຢູຣົບຄື:  ອາເມຣິກາ, ຢູເຄນ, ເເຄນນາດາ, ເຢຍລະມັນ, ອາເຈນຕິນາ, ນາຍຈິເລຍ ແລະ ປະເທດອື່ນໆ ນໍ້າປ່ຽນ ຢໍລະປາ ຖືເປັນສະຖານທີ່ທ່ອງທ່ຽວອັນດັບຕົ້ນໆຂອງ ນະຄອນຫຼວງວຽງຈັນ ມີຣີສອດ ທີ່ຢູ່ໃນປ່າແບບທໍາມະຊາດຄົບວົງຈອນ, ມີຫ້ອງພັກທັງໝົດ 23 ຫ້ອງ ລາຄາເລລີ່ມຕົ້ນ 61 $ /ຄືນ (ລາຄາອາດມີການປ່ຽນແປງໃນອານາຄົດ), ບໍ່ລວມ ກິດຈະກໍາ Adventure. ຖ້າຈະມາຫຼີ້ນ ກິດຈະກຳ ຜະຈົນໄພ (Adventure) ແມ່ນຈະຄິດໄລ່ໄປຕາມ ແຟັກເກດຊຶ່ງຈະມີ 3,500-3,600 ບາດ, ບໍ່ເກີນ 4,000 ບາດ/ຄົນ

ຂໍເຊີນຊວນບັນດາທ່ານທີ່ມັກຮັກທຳມະຊາດ ມັກໃນການຫຼິ້ນກິດຈະກຳແບບຜະຈົນໄພ ຫຼືຈະມາພັກຜ່ອນໄດ້, ນໍ້າປ່ຽນ ຢໍລະປາ ຫ່າງຈາກນະຄອນຫຼວງວຽງຈັນຫຼາຍປະມານ 75 Km ໃຊ້ເວລາໃນການເດີນທາງປະມານ 1 ຊົ່ວໂມງກວ່າ ຫາ 2 ຊົ່ວໂມງ ສູງສຸດ ດ້ວຍລົດ ແທັກຊີ, ລົດແບບເໝົາ ຫຼື ລົດສ່ວນຕົວ ກໍໄດ້ໝົດ, ຖ້າວ່າຜູ້ທີ່ມັກ Adventure ຊິບລາຍ, ລູເລີໂຄດເຕີ, ທ່ຽວຊົມທໍາມະຊາດທ່ຽວຊົມນໍ້າຕົກ ກໍສາມາດມາທ່ຽວທີ່ ນໍ້າປ່ຽນຢໍລະປາໄດ້. ນອກຈາກນີ້ ນໍ້າປ່ຽນຢໍລະປາ ຍັງຈະມີສວນສັດ, ເຊິ່ງນັກທ່ອງທ່ຽວສາມາດເຂົ້າໄປເບິ່ງສັດທີ່ຢູ່ໃນສວນໄດ້, ເຊິ່ງເປັນສັດທີ່ຖືອະນຸລັກໄວ້ເຊິ່ງມັນໃກ້ຈະສູນພັນໄປສ່ວນຕອນນີ້ກໍຢູ່ໃນມູນລະນິທິອະນຸລັກສັດປ່າສາມາດໄປທ່ຽວຊົມໄດ້, ນອກນີ້ພວກເຮົາຍັງມີ ຫໍພິພິດຕະພັນຊີວະນານາພັນ ສໍາລັບບຸກຄົນທີ່ຕ້ອງການໄປສໍາພັດກັບບັນຍາກາດກັບທໍາມະຊາດ ແລະ ເບິ່ງຄວາມອຸດົມສົມບູນຂອງ ທໍາມະຊາດ ເຊິ່ງສາມາດຫາໄດ້ທີ່ ນໍ້າປ່ຽນຢໍລະປາ.