ສ.ເກົາຫຼີ-ກໍາປູເຈຍຈັບມືກັນປາບແກ໋ງສະແກມເມີ!

ຂ່າວຕ່າງປະເທດ ໃຫ້ຮູ້ວ່າ: ຕໍ່ກັບສະພາບ ການ ກ່ຽວກັບອາຊະຍາກໍາການຕົວະຍົວະ- ຫຼອກລວງທາງອອນລາຍ (Scam) ຕໍ່ກັບຄົນ ສ. ເກົາຫຼີ ຢູ່ໃນປະເທດກໍາປູເຈຍ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນໄລຍະນີ້;

ທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ ໄດ້ເນັ້ນວ່າ: “ພວກເຮົາ ຕ້ອງເຮັດໃຫ້ເຫັນວ່າ ຖ້າແຕະຕ້ອງຄົນ ສ. ເກົາຫຼີ ແມ່ນເທົ່າກັບການທໍາລາຍຕົນເອງ, ຕ້ອງຖືເອົາໂອ ກາດນີ້ ຖອນຮາກຖອນເຫງົ້າ ແກ໋ງສະແກມເມີ (ອົງກອນອາຊະຍາກໍາຕົວະຍົວະ- ຫຼອກ ລວງທາງອອນລາຍ)”, ພ້ອມທັງ ໄດ້ມີຄໍາສັ່ງຊີ້ນໍາ ກ່ຽວກັບການຕອບໂຕ້ ທີ່ໜັກແໜ້ນທີ່ ສຸດ ໂດຍນໍາໃຊ້ລະບົບການໂຕ້ຕອບຢ່າງຮອບດ້ານ ຂອງທົ່ວລັດຖະບານ.

ໃນງານຖະແຫຼງຂ່າວ ຕໍ່ສື່ມວນຊົນຕ່າງປະເທດ ໃນວັນທີ 3 ທັນວາ, ທ່ານ ກໍໄດ້ກ່າວຢ່າງໜັກແໜ້ນອີກເທື່ອໜຶ່ງວ່າ: “ໂດຍການຂົນຂວາຍ ທຸກຄວາມອາດສາມາດແຫ່ງຊາດ ຈະສະແດງໃຫ້ເຫັນຢ່າງຊັດເຈນວ່າ ຖ້າກະທໍາ ຕໍ່ປະຊາຊົນ ສ. ເກົາ ຫຼີ (ຜູ້ກະທໍາຜິດ) ຈະສູນເສຍຫຼາຍກວ່ານັ້ນ”.

ໃນລະດັບລັດຖະບານ ປະເທດກໍາປູເຈຍ; ຄະນະກໍາມະການສະກັດກັ້ນການຕົວະຍົວະຫຼອກລວງ ທາງອອນລາຍ (the Commission for Combating Online Scams ຫຼື CCOS) ເຊິ່ງມີທ່ານນາ ຍົກລັດຖະມົນຕີ ຮຸນມາເນັດ ເປັນປະທານຄະນະກໍາມະການ ໄດ້ຮັບການຈັດຕັ້ງຂຶ້ນ ໃນເດືອນກຸມພາ ທີ່ຜ່ານມາ, ການຈັບຕົວຜູ້ກະທໍາຜິດ 3.400 ກວ່າຄົນ ໃນໄລຍະເວລາ 4 ເດືອນ ແລະ ອື່ນໆ ກໍແມ່ນສິ່ງທີ່ສະ ທ້ອນ ໃຫ້ເຫັນເຖິງການປາບປາມການຕົວະຍົວະຫຼອກລວງ ທາງອອນລາຍຢ່າງຫ້າວຫັນ ຂອງປະເທດກໍາປູເຈຍ, ຈຶ່ງສາມາດຄາດຄະ ເນໄດ້ວ່າ ໂດຍພາຍໃຕ້ ເຈດຈໍານົງ ທີ່ໄປໃນລວງດຽວກັນຂອງຜູ້ນໍາສູງ ສຸດ ທັງສອງປະເທດ ການຮ່ວມມືໃນວຽກງານປາບປາມກຸ່ມແກ໋ງສະແກມເມີ ຈະມີຄວາມເຂັ້ມແຂງຍິ່ງຂຶ້ນ.

ໂດຍພາຍໃຕ້ການຮ່ວມມື ກັບເຈົ້າໜ້າທີ່ກໍາປູເຈຍ ໃນວັນທີ 18 ຕຸລາ, ລັດຖະບານ ສ. ເກົາຫຼີ ໄດ້ສົ່ງຕົວ ຄົນເກົາຫຼີ ທີ່ຖືກຈັບແລະຄວບຄຸມ ຕົວຢູ່ ທັງໝົດ 64 ຄົນ ກັບຄືນປະ ເທດຢ່າງຮີບດ່ວນ ດ້ວຍເຮືອບິນເຊົ່າເໝົາລໍາ, ຫຼັງຈາກນັ້ນ ກໍໄດ້ດໍາເນີນການສືບສວນສອບສວນຫາຂໍ້ເທັດຈິງ ແລະ ອີງໃສ່ຜົນການສືບ ສວນສອບສວນດັ່ງກ່າວ ເພື່ອເລີ່ມຂະບວນການຕິດຕາມເຄືອຂ່າຍອົງກອນອາຊະຍາກໍາ ທີ່ເຊື່ອມໂຍງກັນ.

ຫຼັງຈາກນັ້ນ, ໄດ້ມີການສ້າງລະບົບການຮ່ວມມືຢ່າງໃກ້ຊິດ ລະຫວ່າງສອງປະເທດ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທ່ານນາຍົກລັດຖະມົນຕີ ຮຸນມາເນັດ ແລະ ປະທານາທິບໍດີ ລີ ແຈມຽງ ໄດ້ພົບປະສອງຝ່າຍ (27 ຕຸລາ) ເຊິ່ງໄດ້ຕົກລົງເຫັນດີ ໃຫ້ມີການຈັດ ຕັ້ງ ຄະນະຮັບຜິດຊອບ ເພື່ອປາບ ປາມອາຊະຍາກໍາຫຼອກລວງທາງອອນລາຍ ຄົນ ສ. ເກົາຫຼີ ໃນປະເທດກໍາປູເຈຍ, ຫຼັງຈາກນັ້ນ ໃນວັນທີ 10 ພະຈິກ “ຄະນະຮັບຜິດ ຊອບຮ່ວມ ກໍາປູເຈຍ-ສ. ເກົາຫຼີ ເພື່ອປະຊາຊົນ ສ. ເກົາຫຼີ (ເອີ້ນຫຍໍ້ວ່າ “ຄະນະຮັບຜິດຊອບເກົາຫຼີ” ຫຼື Cambodia-Korea Joint Task Force for Koreans)” ໄດ້ເລີ່ມດໍາເນີນງານ.

ພາຍຫຼັງການເລີ່ມປະຕິບັດງານ, ຄະນະຮັບຜິດຊອບ ສ. ເກົາຫຼີ ກໍໄດ້ດໍາເນີນການຈັບຕົວອົງກອນຕ່າງໆ ທີ່ໄດ້ກະທໍາຄວາມຜິດ ຕໍ່ຄົນ ສ. ເກົາຫຼີ ແລະ ຍົກລະດັບຜົນສໍາເລັດຢ່າງຕໍ່ເນື່ອງ ກໍຄືໃນວັນທີ 13 ພະຈິກ ໄດ້ມີການບຸກເຂົ້າກວດຄົ້ນຖານທີ່ຢູ່ ຂອງອົງກອນສະແກມໂນໂຊທີ່ຕັ້ງຢູ່ສີຫານຸວິວ ແລະ ສາມາດ ຈັບຕົວສະມາຊິກອົງກອນດັ່ງກ່າວໄດ້ 17 ຄົນ. ນອກນີ້, ໃນວັນທີ 28 ພະຈິກ ຊ່ວງເວລາເຊົ້າເດິກເຈົ້າໜ້າ ທີ່ ສາມາດຈັບຕົວທ້າວ ລີກວາງໂຮ ຄົນເຊື້ອຊາດ ສ. ເກົາຫຼີ ແລະແມ່ນຜູ້ກະທໍາຜິດຫຼັກຂອງຄະດີຄາດຕະ ກໍານັກສຶກສາຄົນ ສ. ເກົາຫຼີ ພ້ອມທັງກຸ່ມແກ໋ງດຽວກັນ 9 ຄົນ ຢູ່ຮ້ານອາຫານຈີນໃນຂອບເຂດ ຊາຍນາທາວ ຢູ່ນະຄອນຫຼວງພະນົມເປັນ.

ໂດຍສະເພາະ, ທ້າວ ລີກວາງໂຮ ແມ່ນບຸກຄົນ ທີ່ຖືກຮັບຮູ້ວ່າເປັນຜູ້ ຮັບຜິດຊອບລວມ (ຕົວບົ່ງການ) ກ່ຽວກັບຄະດີ ອົງກອນອາຊະຍາກໍາຢາເສບຕິດ ທີ່ໄດ້ເກີດຂຶ້ນໃນເຂດຖະໜົນໂຮງຮຽນສອນເພີ່ມ ຢູ່ ຄັງນໍາ ນະຄອນຫຼວງເຊອູນ ແລະ ຍັງເປັນບຸກຄົນທີ່ ຕໍາຫຼວດສາກົນ ໄດ້ອອກໝາຍແດງຈາກການນໍາຢາ ບ້າຈໍານວນ 40 ກິໂລ ເຂົ້າ ສ. ເກົາ ຫຼີ ໃນເດືອນມັງກອນ ປີຜ່ານມາ ແລ້ວຖືກເຈົ້າໜ້າທີ່ກວດພົບ. ບໍ່ດົນມານີ້, ທ້າວ ລີກວາງໂຮ ໄດ້ຖືກຂໍ້ກ່າວຫາ ການກະທໍາຜິດຖານອາຊະຍາກໍາຫຼອກລວງທາງອອນລາຍ ທີ່ແນໃສ່ເປົ້າໝາຍຄົນ ສ. ເກົາຫຼີແລະອື່ນໆ, ພ້ອມທັງຖືກຮູ້ວ່າ ເປັນຜູ້ທີ່ກະທໍາທາລຸນນະກໍານັກສຶກສາ ຄົນ ສ. ເກົາຫຼີ ທີ່ເສຍຊີວິດ ໂດຍການໃຊ້ຄວາມຮຸນແຮງ, ບັງຄັບໃຫ້ເສບຢາເສບຕິດ, ການທໍລະມານ ເປັນຕົ້ນ.

ຄືດັ່ງນີ້, ໃນຂະນະ ທີ່ສອງລັດຖະ ບານ ເສີມຂະຫຍາຍການຮ່ວມມືກັນໃນການຈັບກຸມອົງກອນຫຼອກ ລວງທາງອອນລາຍ, ລັດຖະບານ ສ. ເກົາຫຼີ ຈະເສີມຂະຫຍາຍການຊ່ວຍເຫຼືອຈໍານວນຫຼາຍ ເພື່ອເສີມສ້າງຄວາມອາດສາມາດ ໃນວຽກ ງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຂອງຕໍາຫຼວດກໍາປູເຈຍ. ໃນພິທີເປີດ ຄະນະຮັບຜິດຊອບ ສ. ເກົາຫຼີ, ທ່ານ ຢູ ແຈຊອງ ຮັກສາການຫົວໜ້າສໍານັກງານຕໍາຫຼວດແຫ່ງຊາດ ສ. ເກົາຫຼີ ໄດ້ກ່າວວ່າ: “ຈະໃຫ້ການສະໜັບສະໜູນ ເພື່ອເຮັດໃຫ້ ຄະນະຮັບຜິດຊອບດໍາເນີນງານໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ໂດຍຜ່ານການສົ່ງຜູ້ຊ່ຽວ ຊານວຽກງານສືບສວນສອບສວນ ໄປປະຈໍາການ ແລະ ການສະໜັບ ສະໜູນດ້ານເຕັກນິກວິຊາການ ແລະ ວັດຖຸອຸປະກອນ. ”ບົນພື້ນ ຖານການສະໜັບສະໜູນ ຂອງລັດ ຖະບານ ສ. ເກົາຫຼີ ຄືດັ່ງນີ້ ເຮັດໃຫ້ເຫັນວ່າ ການຮ່ວມມື-ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານການ ຕິດຕາມ-ໄລ່ຊອກໄລ່ຈັບອົງກອນຫຼອກລວງທາງອອນລາຍລະຫວ່າງສອງປະເທດຈະມີຄວາມເຂັ້ມແຂງຍິ່ງຂຶ້ນ.

ອົງກອນຫຼອກລວງທາງອອນລາຍຈໍານວນໜຶ່ງ ທີ່ຮູ້ສຶກເຖິງໄພຂົ່ມຂູ່ ຈາກລະບົບການຮັບມື-ປາບປາມ ທີ່ເຂັ້ມແຂງ ຂອງສອງລັດຖະບານ ໄດ້ຢຸດຈ້າງຄົນ ສ. ເກົາຫຼີແລະການ ແຈ້ງລາຍງານ ກໍລະນີຖືກຕົວະຍົວະຫຼອກລອງຢູ່ພາຍໃນປະເທດ ສ. ເກົາຫຼີ ໃນຕົວຈິງ ກໍມີທ່າອ່ຽງຫຼຸດລົງ (ຈາກປະມານ 43 ພັນກໍ ລະນີ ໃນເດືອນກັນຍາ ມາເປັນ ປະ ມານ 26 ພັນກໍລະນີ ໃນເດືອນຕຸ ລາ). ສິ່ງນີ້ເຮັດໃຫ້ເຫັນວ່າ ການເຄື່ອນໄຫວ ຂອງອົງກອນຫຼອກ ລວງທາງອອນລາຍ ທີ່ແນໃສ່ຄົນ ສ. ເກົາຫຼີ ແມ່ນຫຼຸດລົງ, ເຊິ່ງເປັນສິ່ງທີ່ສະທ້ອນໃຫ້ເຫັນເຖິງຜົນ ຂອງການປາບປາມຢ່າງຕັ້ງໜ້າ ຂອງສອງລັດຖະບານ.