.

ເມືອງໄຊ ກຽມພ້ອມ ປະກາດຮັບຮອງ ເປັນເມືອງສາມັກຄີປອງດອງ ຕິດພັນກັບການ ມອບ ລາງວັນຕົວເມືອງຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025
.
ທ່ານ ສົມຈັນ ເທບພາລີ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊ ຖະແຫຼງ ໃນຕອນບ່າຍຂອງວັນທີ 12 ທັນວາ 2025 ກ່ຽວກັບຄວາມພ້ອມຂອງການຫ້າງຫາ ປະກາດຮັບຮອງ ເມືອງໄຊ ເປັນເມືອງສາມັກຄີປອງດອງ ຕິດພັນກັບການ ມອບ ລາງວັນຕົວເມືອງຍືນຍົງດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025 ວ່າ: ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາເຜົ່າ ພວມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ພວມພ້ອມກັນອອກແຮງສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງນີ້.
 
ໂດຍປະຕິບັດຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ເວົ້າລວມ ເວົ້າສະເພາະ ແມ່ນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIII (2020-2024) ແລະ ທິດທາງ 5 ປີຕໍ່ໜ້າ (2025-2029) ຂອງເມືອງໄຊ ໂດຍສະເພາະ ເປົ້າໝາຍທີ 4: ການຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດຮັບມືກັບການປ່ຽນແປງສະພາບດິນຟ້າ ອາກາດ ແລະ ໄພພິບັດຕ່າງໆ. ໃນໄລຍະທີ່ຜ່ານມາ ຄະນະນຳຂອງເມືອງ ໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກເມືອງໄຊ ຫັນມາເປັນແຜນງານ, ໂຄງການ ແລະ ກິດຈະກຳ ອັນລະອຽດ ພ້ອມທັງ ນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດ ມີຜົນສຳເລັດເປັນກ້າວໆມາ ໜຶ່ງໃນນັ້ນ ກໍ່ແມ່ນການຮັກສາສິ່ງແວດລ້ອມ ຜ່ານມາໄດ້ລົງໂຄສະນາ ເຜີຍແຜ່ ສຶກສາອົບຮົມ ປູກຈິດສຳນຶກ ໃຫ້ແກ່ ປະຊາຊົນບັນດາເຜົ່າພາຍໃນເມືອງ ດ້ວຍການນຳເອົາແນວທາງຂອງພັກ, ລະບຽບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຕ່າງໆ ໃຫ້ແກ່ ປະຊາຊົນ ເປັນຕົ້ນ ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍປ່າໄມ້, ກົດໝາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນ້ຳ, ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍແນວລາວສ້າງຊາດ ແລະ ນິຕິກຳໃຕ້ກົດໝາຍຕ່າງໆ ສາມາດເຮັດໃຫ້ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວຈັດຕັ້ງປະຕິບັດມີຜົນສຳເລັດ.
 
ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ພະແນກການຂັ້ນແຂວງ, ອົງການປົກຄອງເມືອງໄຊ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ພາກສ່ວນອື່ນໆທີ່ຕິດພັນ ກໍ່ໄດ້ເປັນເຈົ້າການ, ເປັນໃຈກາງປະສານສົມທົບກັບ ອົງການປົກຄອງເມືອງ, ອົງການປົກຄອງບ້ານ ແລະ ໄດ້ສຶກສາຄວາມເປັນໄປໄດ້ ເກັບກຳຂໍ້ມູນ ກ່ຽວກັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ຢູ່ ພາຍໃນເທດສະບານເມືອງໄຊ, ແຂວງອຸດົມໄຊ ເພື່ອສ້າງບົດສະເໜີ ຮັບລາງວັນ ພ້ອມດ້ວຍ ວີດີໂອ ນຳສະເໜີ ຈາກນັ້ນ, ໃນວັນທີ 22 ກໍລະກົດ 2025, ກອງປະຊຸມ ຄັ້ງທີ 23 ຂອງ ກອງເລຂາອາຊຽນ ກ່ຽວກັບຄວາມຍືນຍົງ ດ້ານສິ່ງແວດລ້ອມຂອງຕົວເມືອງ ທີ່ ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ໄດ້ມີມະຕິ ເອກະພາບ ຮັບຮອງເອົາ ເມືອງໄຊ, ແຂວງອຸດົມໄຊ ເປັນເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມອາຊຽນ.
 
ສໍາລັບ ສປປ ລາວ ໄດ້ສະເໜີເຂົ້າ 3 ຕົວເມືອງ ຄື: ເມືອງໄຊ, ແຂວງອຸດົມໄຊ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ແລະ ເມືອງວັງວຽງ, ແຂວງວຽງຈັນ ເພື່ອຄັດເລືອກເຂົ້າຊີງລາງວັນ ຕົວເມືອງຍືນຍົງທາງດ້ານສິ່ງແວດລ້ອມ ຂອງ ອາຊຽນ ແລະ ສະເໜີຮັບຮອງໃບຢັ້ງຢືນການຮັບຮູ້ຕົວເມືອງດີເດັ່ນ ປະຈໍາປີ 2025. ອີງຕາມ ຜົນການຄັດເລືອກຂອງ ຄະນະປະທານ ກອງປະຊຸມ, ກອງເລຂາສິ່ງແວດລ້ອມ ອາຊຽນ ແລະ ຕາງໜ້າຄະນະກຳມະການເຈົ້າໜ້າທີ່ອາວຸໂສສິ່ງແວດລ້ອມ ອາຊຽນ ຈາກ 10 ປະເທດ ໄດ້ຕົກລົງເຫັນດີໃຫ້ ເມືອງໄຊ, ແຂວງອຸດົມໄຊ ຜ່ານການຄັດເລືອກ ແລະ ໄດ້ຮັບ ລາງວັນ ຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ຂອງ ອາຊຽນ ຄັ້ງທີ VI ປີ 2025 ເຫດຜົນ ແລະ ລັກສະນະສໍາຄັນທີ່ເຮັດໃຫ້ເມືອງໄຊໄດ້ຮັບລາງແມ່ນ ມີ 4 ເຫດຜົນ ດັ່ງນີ້: ໜຶ່ງ: ມີການຈັດການຄວາມສ່ຽງຈາກໄພພິບັດ; ສອງ: ມີການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຕາມລະບົບນິເວດວິທະຍາ; ສາມ: ສະຖານທີ່ຢູ່ອາໄສທີ່ປັບຕົວໄດ້ກັບສະພາບການປ່ຽນແປງດິນຟ້າ ອາກາດໃນທ້ອງຖິ່ນ ແລະ ສີ່: ມີການຈັດການສິ່ງເສດເຫຼືອພລາສຕິກ.
 
ສຳລັບ ການຮັບຮອງເມືອງໄຊ ເປັນເມືອງສາມັກຄີປອງດອງ ຍ້ອນວ່າ ຄະນະພັກ, ຄະນະນໍາທຸກຂັ້ນ ໄດ້ຖືເອົາວຽກງານປຸກລະດົມ ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ ເປັນວຽກງານທີ່ສໍາຄັນ ເປັນຄັນທຸງນໍາໜ້າ ສອດຫ້ອຍໄປທຸກຂະບວນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະຕິບັດຕາມຄໍາແນະນໍາ ເລກທີ 033/ຄປຈ.ສນຊ ວ່າດ້ວຍການຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມ 5 ມາດຖານ ດ້ວຍຄວາມຮັບຜິດຊອບສູງ ຜ່ານການປະເມີນ ບ້ານທີ່ປະເມີນໄດ້ ມີ 93 ບ້ານ ເທົ່າກັບ 95,8%. ສະນັ້ນ; ຈິ່ງໄດ້ຮັບການຢັ້ງຢືນເປັນ ເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຄົບຖ້ວນ, ຄະນະປະຈໍາ ສູນກາງແນວລາວແນວລາວສ້າງຊາດ ຈິ່ງອອກໃບຢັ້ງຢືນ ເລກທີ່ 103/ຄປຈ.ສນຊ ລົງວັນທີ 24 ຕຸລາ 2025 ຮັບຮອງ ເມືອງໄຊ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.
 
ສະນັ້ນ ການກະກຽມ ຄວາມພ້ອມ ປະກາດ ຮັບຮອງ ເມືອງໄຊ ເປັນເມືອງສາມັກຄີປອງດອງ ຕິດພັນກັບການ ມອບ ລາງວັນຕົວເມືອງຍືນຍົງດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025 ມາຮອດປະຈຸບັນ ແມ່ນສໍາເລັດ 100% ແລະ ຈະຈັດພິທີປະກາດຢ່າງເປັນທາງການ ໃນວັນທີ 16 ທັນວາ 2025 ນີ້. ດັ່ງນັ້ນ ສະແດງໃຫ້ພວກເຮົາເຫັນວ່າ ມັນແມ່ນເຫດການທີ່ສໍາຄັນ ສ້າງໂສມໜ້າໃໝ່ ໃຫ້ຊາວເມືອງໄຊ ກໍຄື ຊາວແຂວງອຸດົມໄຊ ມີຄວາມເອກອ້າງທະນົງໃຈ ທີ່ ອົງການປົກຄອງທຸກຂັ້ນ ຕະຫຼອດຮອດທຸກພາກສ່ວນ ແລະ ປະຊາຊົນຊາວເມືອງໄຊ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ມີຜົນງານດີເດັ່ນ ໄດ້ຮັບລາງວັນ ແລະ ນາມມະຍົດ ສຳຄັນ ລະດັບພາກພື້ນຢ່າງສົມກຽດ.
ຮຽບຮຽງໂດຍ: ອ່ຽງຄຳ
ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ