5 ປີເມືອງສະໝ້ວຍ ມີ 103 ໂຄງການລົງທຶນ ມູນຄ່າ 131 ຕື້ກວ່າກີບ

  ການພັດທະນາພື້ນຖານໂຄງລ່າງ ແລະເສດຖະກິດ-ສັງຄົມ ແມ່ນເປັນປັດໄຈຫຼັກໃນການຂັບເຄື່ອນເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍໂຕ ແລະເຕີບໂຕ ຂຶ້ນໄປເລື້ອຍໆຕາມແນວທາງຂອງພັກ-ລັດວາງອອກ, ທັງເປັນການແກ້ໄຂຄວາມທຸກຍາກ ແລະຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງປົວແປງບຸລະນະ, ເສັ້ນທາງໄປມາມີຄວາມສະດວກ, ໃນການແລກປ່ຽນຊື້ຂາຍສິນຄ້າຂອງພໍ່ແມ່ປະຊາຊົນກໍ່ມີການພັດທະນາຂຶ້ນ.

 ອິງຕາມການລາຍງານແຜນພັດທະນາເສດຖະກິດສັງຄົມຂອງເມືອງສະໝ້ວຍທີ່ໄດ້ລາຍງານຕໍ່ກອງປະຊຸມສຳມະນາລະດົມຄວາມຄິດເຫັນໃສ່ຮ່າງບົດລາຍງານການເມືອງ ແລະຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນອາທິດທີ່ຜ່ານມານີ້ວ່າ: ໃນ 5 ປີຜ່ານມາເມືອງສະໝ້ວຍສາມາດປະຕິບັດໃນ 5 ແຫ່ງທຶນມີທັງໝົດ 103 ໂຄງການ ມູນຄ່າ 131,42 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 75%, ທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 76,45%, ຊຶ່ງໃນ 103 ໂຄງການ ມີໂຄງການລົງ ທຶນຂອງລັດປະຕິບັດໄດ້ 29 ໂຄງການມີມູນຄ່າ 73,62 ຕື້ກີບ, ທຶນຊ່ວຍເຫຼືອທາງການເພື່ອພັດທະນາມີ 58 ໂຄງການມູນຄ່າ 42 ຕື້ກີບ,ທຶນເອກະຊົນພາຍໃນ ແລະ ຕ່າງປະເທດມີ 6 ໂຄງການ, ມີມູນຄ່າ 7,81 ຕື້ກີບ, ທຶນປະຊາຊົນສົມທົບມີ 5 ໂຄງການ, ມີມູນຄ່າ 4 ຕື້ກີບ ແລະການປ່ອຍສິນເຊື່ອມີ 5 ໂຄງການ,ມີມູນຄ່າ 7,97 ຕື້ກວ່າກີບ,ດ້ານການເຕີບໂຕຂອງເສດຖະກິດກໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 6,32 % ຕໍ່ປີ ລວ ມຍອດມູນຄ່າຜະລິດຕະພັນພາຍໃນ GDP 5 ປີ ບັນລຸໄດ້ 511,70 ຕື້ກີບ, ທຽບໃສ່ແຜນ 5 ປີປະຕິບັດໄດ້ 89,20%, ທຽບໃສ່ 5 ຜ່ານມາເພີ່ມຂຶ້ນ 53, 95%, ໃນນັ້ນຂະແໜງກະສີກຳເພີ່ມຂຶ້ນ 5,29%, ກວມເອົາ 65,75% ຂອງ GDP, ຂະແໜງອຸດສາຫະກຳເພີ່ມຂຶ້ນ 9,81% ກວມເອົາ 21,38% ຂອງ GDP ແລະການບໍລິການເພີ່ມຂຶ້ນ 8,82% ກວມ ເອົາ 12,79% ຂອງ GDP ສະເລ່ຍ ໃສ່ພົນລະເມືອງ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼືເທົ່າກັບ 718 ໂດລາ, ສະເພາະປີ 2019 ຄາດຄະເນ ລວມຍອດຜະລິດຕະພັນພາຍໃນ ຈະບັນລຸ 116,36 ຕື້ກີບ, ດ້ານ ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 11,486 ຕື້ກີບ ທຽບໃສ່ແຜນການເພີ່ມຂຶ້ນ 25%, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 3 ເທົ່າຕົວ, ດ້ານລາຍຈ່າຍປະຕິບັດໄດ້ 48,343 ຕື້ກີບ, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 4 ເທົ່າ, ມູນຄ່າການສົ່ງອອກປະຕິບັດໄດ້ 83 ຕື້ກີບ,ທຽບໃສ່ແຜນການປະຕິບັດໄດ້ 86,27%,ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 22,80 %

ທິດທາງ 5 ປີຕໍ່ໜ້າສູ້ຊົນເຮັດ ໃຫ້ເສດຖະກິດຂະຫຍາຍຕົວຕໍ່ ເນື່ອງໝັ້ນທ່ຽງໃນລະດັບ 6-7%, ລວມຍອດຜະລິດຕະພັນພາຍໃນ 5 ປີໃຫ້ບັນລຸ 713,62 ຕື້ກີບ, ສະເພາະປີ 2024 ໃຫ້ໄດ້ປະມານ 162,29 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນຕໍ່ປີໃຫ້ບັນລຸ 1.183 ໂດລາ, ໃນນັ້ນຂະແໜງກະສີກຳ-ປ່າ ໄມ້ເພີ່ມຂຶ້ນປະມານ 5% ກວມ 58% GDP, ຂະແໜງອຸດສາຫະ ກຳເພີ່ມຂຶ້ນ 10,70% ກວມ 28% GDP ແລະການບໍລິການເພີ່ມຂຶ້ນ 8% ກວມເອົາ 14% ຂອງ GDP, ຄາດຂະແໜງລາຍຮັບ 5 ປີໃຫ້ໄດ້ 13,89 ຕື້ກີບ ແລະຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 106,56 ຕື້ກີບ, ພ້ອມທັງຄຸ້ມຄອງການນຳເຂົ້າ-ສົ່ງ ອອກສິນຄ້າ, ມູນ ຄ່າສົ່ງອອກໃຫ້ໄດ້ 9,71 ຕື້ກີບ ແລະມູນຄ່າຈໍລະຈອນສິ້ນຄ້າໃຫ້ ບັນລຸ 134 ຕື້ກີບ, ດ້ານການລົງທຶນ ເພື່ອເຮັດໃຫ້ເສດຖະກິດມີການຂະ ຫຍາຍຕົວໃນລະດັບ 6-7% ຄາດຄະເນຄວາມຕ້ອງການທຶນທັງໝົດໃນ 5 ປີມີ 199,80 ຕື້ກີບກວມ ເອົາ 28% ຂອງ GDP, ໃນ 5 ແຫຼ່ງທຶນຄື: ທຶນງົບປະມານຂອງລັດ ຄາດຄະເນຄວາມຕ້ອງການມູນຄ່າ 59,94 ຕື້ກີບ, ກວມ 30% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອລ້າ-ກູ້ຢືມ ( ODA) 29,97 ຕື້ກີບ ກວມເອົາ 15% ຂອງທຶນທັງໝົດ,ທຶນເອກະຊົນພາຍໃນ ແລະຕ່າງປະເທດ 89,90 ຕື້ກີບກວມເອົາ 40% ຂອງທຶນທັງໝົດ ແລະທຶນຈາກສິນເຊື່ອທະນາ ຄານ ແລະພາກປະຊາຊົນຄາດຄະເນ ມູນຄ່າ 19,99 ຕື້ກີບກວມເອົາ 15% ຂອງທຶນທັງໝົດ.

ພ່ບຂ່າວ:

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ