
ໃນລະຫວ່າງ ວັນທີ 08 ຫາ 10 ທັນວາ 2025 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມປຶກສາຫາລື ໃນຫົວຂໍ້: “ການຄຸ້ມຄອງວຽກງານສິນເຊື່ອຂອງ ສປປ ລາວ” ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທຫລ; ໃນກອງປະຊຸມໃນຄັ້ງນີ້ ໄດ້ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ຈາກບັນດາກົມພາຍໃນ ທຫລ, ກະຊວງ, ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ພາກສ່ວນອື່ນໆ ຫຼາຍກວ່າ 300 ທ່ານ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການແລກປ່ຽນຄວາມຄິດເຫັນລະຫວ່າງ ຜູ້ຄຸ້ມຄອງນະໂຍບາຍສິນເຊື່່ອກໍ່ຄື ທຫລ ກັບ ສະຖາບັນການເງິນທີ່ໃຫ້ບໍລິການສິນເຊື່ອຕົວຈິງ ກໍ່ຄື ທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ລວມທັງບັນດາອົງການຈັດຕັ້ງລັດ ແລະ ນິຕິບຸກຄົນອື່ນ ທີ່ໃຫ້ບໍລິການຕິດພັນກັບການສະໜອງສິນເຊື່ອ. ການຖອດຖອນບົດຮຽນ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສິນເຊື່ອຂອງ ສປປ ລາວ ໃນໄລຍະ 10 ປີຜ່ານມາ (2015-2025) ໃນຄັ້ງນີ້, ກໍ່ເພື່ອປະກອບເຂົ້າໃນ (ຮ່າງ) ບົດຄົ້ນຄວ້າປັບປຸງທິດທາງການຄຸ້ມຄອງນະໂຍບາຍສິນເຊື່ອຂອງ ສປປ ລາວ ຮອດປີ 2030 ທີ່ຈະກໍານົດວິໄສທັດ, ທິດທາງລວມ, ຄາດໝາຍ ແລະ ແຜນການ ຈັດຕັ້ງປະຕິບັດຂອງ ທຫລ ໄລຍະ 5 ປີຕໍ່ໜ້າ (2026-2030) ຄື: ວິໄສທັດ: “ສ້າງເງື່ອນໄຂໃຫ້ສະຖາບັນການເງິນສະ ໜອງທຶນຢ່າງມີຈຸດສຸມ ແລະ ມີປະສິດທິຜົນ ແນ່ໃສ່ຮັກສາຄວາມໝັ້ນຄົງທາງດ້ານການເງິນ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ”. ທິດທາງລວມ: ສ້າງເສດຖະກິດພາຍໃນໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສອດຄ່ອງກັບການຮັກສາສະຖຽນລະພາບທາງດ້ານເງິນຕາ ແລະຄວາມໝັ້ນຄົງທາງດ້ານການເງິນໂດຍການສະໜອງສິນເຊື່ອທີ່ມີຄຸນນະພາບທົ່ວເຖິງ, ມີລະບົບການຄຸ້ມຄອງຮັດກຸມ ແລະ ທັນສະໄໝ ດ້ວຍການຄຸ້ມຄອງປະລິມານສິນເຊື່ອລະບົບການເງິນໃຫ້ຢູ່ໃນລະດັບທີ່ເໝາະສົມ ແລະ ມີຈຸດສຸມ, ເພີ່ມອັດຕາສ່ວນສິນເຊື່ອທີ່ເປັນເງິນກີບໃຫ້ຫຼາຍຂຶ້ນກວ່າເກົ່າ, ນໍາໃຊ້ເຄື່ອງມືຄຸ້ມຄອງຄວາມສ່ຽງສິນເຊື່ອ ແລະ ຊຸກຍູ້ການສະໜອງແຫຼ່ງທຶນສີຂຽວ. ພ້ອມທັງ ຊຸກຍູ້ຈຸລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງໃຫ້ສາມາດຜະລິດສິນຄ້າ ແລະ ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການພາຍໃນປະເທດໃຫ້ພຽງພໍ. ພ້ອມນີ້, ໄດ້ກໍານົດ 7 ຄາດໝາຍລວມ, 11 ແຜນງານ ແລະ 30 ຕົວຊີ້ວັດ ເພື່ອຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິນເຊື່ອໃນຕໍ່ໜ້າ. ໃນກອງປະຊຸມຄັ້ງນີ້, ທ່ານປະທານກອງປະຊຸມໄດ້ກ່າວວ່າ: ໃນໄລຍະ 10 ປີຜ່ານມາ ວຽກງານສິນເຊື່ອ ແມ່ນປະກອບສ່ວນສຳຄັນໃຫ້ແກ່ການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຕາມທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເຫັນໄດ້ຈາກສິນເຊື່ອຂອງທະນາຄານທຸລະກິດຂະຫຍາຍ ຕົວ ຢ່າງຕໍ່ເນື່ອງ ແລະ ກວມລະດັບສະເລ່ຍ 50% ຂອງ GDP. ຄຽງຄູ່ກັນນັ້ນ, ທຫລ ໄດ້ເອົາໃຈໃສ່ຄຸ້ມຄອງວຽກງານສິນເຊື່ອ ຕາມລະບຽບ ກົດໝາຍ-ຫຼັກການສາກົນ, ສ້າງອົງການປິ່ນອ້ອມ ສະໜັບສະໜູນວຽກງານສິນເຊື່ອ ແນ່ໃສ່ຮັບປະກັນສະຖຽນລະພາບສະຖາບັນການເງິນ-ເງິນຕາແຫ່ງຊາດ.
ນອກຈາກນີ້ ທີ່ປະຊຸມຍັງໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ຕິດພັນກັບວຽກງານຄຸ້ມຄອງສິນເຊື່ອ ລວມທັງໝົດ 14 ຫົວຂໍ້ ຈາກບັນດາຜູ້ຕາງໜ້າຂອງບັນດາກົມພາຍໃນ ທຫລ ທີ່ຮັບຜິດຊອບຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະກັນ ຢ່າງກົງໄປກົງມາຕໍ່ທິດທາງນະໂຍບາຍສິນເຊື່ອ ເພື່ອຮັບປະກັນໃຫ້ວຽກງານສິນເຊື່ອ ຂະຫຍາຍຕົວສອດຄ່ອງກັບການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ ແລະຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ-ຍືນຍົງ ຕາມທີ່ກໍານົດໃນທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໄລຍະ 2026-2030.
ພາບ-ຂ່າວ ທຫລ