ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໃນຄັ້ງນີ້, ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ອີກດ້ານໜຶ່ງ, ດ້ວຍຄວາມພະຍາຍາມ, ຄວາມເອົາໃຈໃສ່ ຂອງສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສູນກາງພັກ, ຄະນະປະຈໍາ ສະພາແຫ່ງຊາດ, ຄະນະປະຈໍາພັກແຂວງ, ຄະນະປະຈຳ ສະພາປະຊາຊົນຂັ້ນແຂວງ ໃນການປັບປຸງກົງຈັກ - ການປົກຄອງຂັ້ນທ້ອງຖິ່ນ.
ກອງປະຊຸມດັ່ງກ່າວ, ບັນດາສະມາຊິກສະພາປະຊາຊົນແຂວງ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ເພື່ອພິຈະລະນາ ແລະ ຮັບຮອງເອົາ ບັນຫາທີ່ຈໍາເປັນ ແລະ ຮີບດ່ວນ ຂອງແຂວງຄື: ພິຈາລະນາຮັບຮອງເອົາ ຊື່ເອີ້ນ ຄະນະກໍາມະການປົກຄອງແຂວງຄໍາມ່ວນ ແລະ ປະທານ, ຄະນະກໍາມະການປົກຄອງແຂວງຄໍາມ່ວນ,

ພິຈາລະນາຮັບຮອງເອົາ ໂຄງປະກອບກົງຈັກຄະນະກໍາມະການປົກຄອງແຂວງຄໍາມ່ວນ 16 ພາກສ່ວນ, ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະແຕ່ງຕັ້ງບຸກຄະລາກອນຂອງອົງການປົກຄອງແຂວງຄໍາມ່ວນ ຈໍານວນ 13 ທ່ານ, ພິຈາລະນາຮັບຮອງເອົາ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ກໍາມະການ ຂອງຄະນະກໍາມະການປົກຄອງແຂວງຄໍາມ່ວນ, ພິຈາລະນາຮັບຮອງເອົາ ການສ້າງຕັ້ງຕາແສງ ຂອງແຂວງຄໍາມ່ວນ.