ບໍລິສັດຜະລິດໄຟຟ້າພະລັງນໍ້າ ນໍ້າອູ ມອບອຸປະກອນການຮຽນໃຫ້ໂຮງຮຽນບ້ານຫາດຄີບ

ໃນວັນທີ 18 ທັນວາ 2025, ບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຈໍາກັດ ຮ່ວມກັບ ຫໍສະໝຸດແຂວງຫຼວງພະບາງ ໄດ້ນໍາເອົາອຸປະກອນສົ່ງເສີມການອ່ານ-ການຂຽນ, ເຄື່ອງສຸຂະອະນາໄມ, ແລະ ອຸປະກອນອື່ນໆ ມອບໃຫ້ແກ່ນ້ອງນັກຮຽນ ໂຮງຮຽນປະຖົມສົມບູນບ້ານຫາດຄີບ, ເມືອງງອຍ, ແຂວງຫຼວງພະບາງ.
ການມອບອຸປະກອນໃນຄັ້ງນີ້ ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 10 ປີ ຂອງການເປີດຜະລິດໄຟຟ້າເຄື່ອງຈັກໜ່ວຍທໍາອິດ ຂອງບັນດາເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດຕາມລໍານໍ້າອູ, ຊຶ່ງໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ສູຍຊິ່ງຢວນ (Xu Qingyuan) ຮອງເລຂາພັກ ແລະ ປະທານກໍາມະບານ ບໍລິສັດ PowerChina Resources Limited ເຊິ່ງເປັນບໍລິສັດແມ່ ຂອງກຸ່ມບໍລິສັດຜະລິດໄຟຟ້າພະລັງນໍ້ານໍ້າອູ ຈໍາກັດ ພ້ອມດ້ວຍຄະນະ.
ສໍາລັບອຸປະກອນການສຶກສາທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ປຶ້ມຮຽນ, ປຶ້ມນິທານ, ປິກ, ສໍ, ຢາງລຶບ, ບັນທັດ, ເຄື່ອງກິລາ ພ້ອມທັງເຄື່ອງສຸຂະອະນາໄມ ເຊັ່ນ ຢາຖູແຂ້ວ, ສະບູ ແລະ ອື່ນໆ ລວມມູນຄ່າທັງໝົດ 14 ລ້ານກີບ.
ທ່ານ ວັນຄໍາ ທອງທິບຈິດຕະວິໄລຜົນ ອໍານວຍການໂຮງຮຽນປະຖົມບ້ານຫາດຄີບ ໄດ້ໃຫ້ສໍາພາດວ່າ: ປັດຈຸບັນໂຮງຮຽນມີນັກຮຽນຈໍານວນ 111 ຄົນ ແລະ ນັກຮຽນອະນຸບານຕິດແປະອີກກວ່າ 30 ຄົນ. ຫຼັງຈາກໄດ້ຍົກຍ້າຍມາຮຽນຢູ່ໂຮງຮຽນຫຼັງໃໝ່ ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການເຂື່ອນໄຟຟ້ານໍ້າອູ 2 ເຫັນວ່າ ສະພາບການຮຽນ-ການສອນມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ນັກຮຽນມີຄວາມກະຕືລືລົ້ນໃນການຮຽນຫຼາຍຂຶ້ນ. ພ້ອມກັນນີ້ ໂຄງການຍັງໄດ້ສະໜັບສະໜູນອຸປະກອນການຮຽນ, ສື່ການຮຽນ-ການສອນ, ອຸປະກອນສໍານັກງານ, ເຄື່ອງນຸ່ງແບບນັກຮຽນ, ອຸປະກອນກິລາ ແລະ ຕິດຕັ້ງລະບົບກັ່ນກອງນໍ້າສະອາດ ທີ່ສາມາດດື່ມໄດ້ໃນໂຮງຮຽນ.
ທ່ານຍັງກ່າວຕື່ມວ່າ: ປັດຈຸບັນໂຮງຮຽນຍັງມີຄວາມຕ້ອງການດ້ານໂຄງລ່າງພື້ນຖານອີກຫຼາຍປະການ ໂດຍສະເພາະການກໍ່ສ້າງຮົ້ວອ້ອມໂຮງຮຽນໃຫ້ມີຄວາມແໜ້ນໜາຖາວອນ ເພື່ອຄວາມປອດໄພຂອງນັກຮຽນ ພ້ອມທັງຄວາມຕ້ອງການປິນເຕີເພີ່ມເຕີມ ເພື່ອປ່ຽນແທນອຸປະກອນເກົ່າທີ່ເປ່ເພ.
ໃນໂອກາດນີ້ ທ່ານອໍານວຍການໂຮງຮຽນປະຖົມບ້ານຫາດຄີບ ໄດ້ສະແດງຄວາມຂອບໃຈຕໍ່ ໂຄງການເຂື່ອນໄຟຟ້ານໍ້າອູ 2 ທີ່ໄດ້ໃຫ້ການສະໜັບສະໜູນໂຮງຮຽນດ້ວຍດີຕະຫຼອດມາ ແລະ ຫວັງວ່າໃນອະນາຄົດຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.
ຂ່າວ: ສາວລາວໃຕ້