ເປີດນຳໃຊ້ ສະຖານີບໍລິການນໍ້າມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ຢູ່ເມືອງຫົງສາ

ພິທີເປີດນຳໃຊ້ສະຖານີບໍລິການນໍ້າມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2025 ນີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.

ທ່ານ ຈິນດາສັກ ຍົດໝັ້ນຄົງ ຜູ້ອຳນວຍການ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ໄດ້ໃຫ້ຮູ້ວ່າ: ການເປີດນໍາໃຊ້ສະຖານີ ບໍລິການມັນເຊື້ອໄຟ ລະຫວ່າງ ບໍລິສັດ ເອັນທີພີ ການຄ້າ ນໍ້າມັນເຊື້ອໄຟ ຈໍາກັດ ແລະບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຊິ່ງເປັນບາດກ້າວສໍາຄັນຂອງການຮ່ວມມື ລະຫວ່າງ ສອງບໍລິສັດເພື່ອສະໜັບສະໜູນ ໂຄງການໂຮງງານ ພະລັງງານຄວາມຮ້ອນ ຫົງສາ ໃຫ້ມີປະສິດທິພາບ ແລະ ກ້າວໜ້າໄປເລື້ອຍໆ. ບໍລິສັດ NTP ເປັນ 1 ໃນ 12 ບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟ ທີ່ມີຢູ່ໃນ ສປປ ລາວ ປັດຈຸບັນ ມີສາງນໍ້າມັນ 6 ແຫ່ງຄື: ຢູ່ແຂວງຫຼວງນໍ້າທາ, ແຂວງນະຄອນຫຼວງວຽງຈັນ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງເຊກອງ ມີຂະໜາດບັນຈຸ 19,300,000 ລິດ, ມີພາຫະນະຂົນສົ່ງນໍ້າມັນ ຂະໜາດຕ່າງໆ 88 ຄັນ ແລະ 200 ຄັນ ແລ່ນລະຫວ່າງປະເທດ, ສະຖານີ ເມືອງຫົງສານີ້ ເປັນສາງແຫ່ງທີ 6 ຂອງບໍລິສັດ, ແຕ່ປີ 2017-2024 ບໍລິສັດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນ ໄດ້ ປີ 1 ສະເລ່ຍ ປະມານ 175 ລ້ານລິດ, ໃນປີ 2025 ຮອດເດືອນ 11 ນີ້ ບໍລິສັດໄດ້ນໍາເຂົ້າແລ້ວ 200 ລ້ານລິດ ຫຼື ເທົ່າ ກັບ 15% ຂອງຕະຫຼາດ, ການເປີດສະຖານີ ບໍລິການ ນໍ້າມັນເຊື້ອໄຟ ຫົງສາໃນຄັ້ງນີ້ ມີຄວາມໝາຍ ແລະ ເປັນນິມິດໝາຍອັນສຳຄັນຫຼາຍເພາະ ເປັນການຂະຫຍາຍຕາໜ່າງຈໍາໜ່າຍ ຂອງບໍລິສັດ ໃຫ້ກວ້າງຂວາງອອກໃນທົ່ວປະເທດ ແລະ ເປັນການປະກອບສ່ວນສ້າງຄວາມໝັ້ນຄົງ ດ້ານພະລັງງານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດໃນພາກຕ່າງໆຂອງປະເທດ, ສະຖານີ ບໍລິການ ນໍ້າມັນເຊື້ອໄຟ ຫົງສາ ເປັນໝາກຜົນຂອງການຮ່ວມມືລະຫວ່າງ ບໍລິສັດ NTP ແລະ HPC ເຊິ່ງທັງສອງ ບໍລິສັດ ໄດ້ເຊັນສັນຍາ ຮ່ວມມື ກໍ່ສ້າງສະຖານີ ເພື່ອສະໜອງ ແລະ ບໍລິການນໍ້າມັນເຊື້ອໄຟ ໃນວັນທີ 9 ມິຖຸນາ 2025 ທີ່ ໂຮງແຮມ ລາດຊະວົງ ນະຄອນຫຼວງວຽງຈັນ ແລະ ໄດ້ເລີ່ມກໍ່ສ້າງສະຖານີບໍລິການນໍ້າມັນເຊື້ອໄຟຫົງສາແຫ່ງນີ້ມາແຕ່ເດືອນ ມິຖຸນາ 2025 ມາຮອດປັດຈຸບັນ ເປັນໄລຍະກໍ່ສ້າງ 6 ເດືອນ ຈຶ່ງສໍາເລັດ, ຂະໜາດບັນຈຸຂອງ ສະຖານີ ບໍລິການນໍ້າມັນ ແຫ່ງນີ້ແມ່ນ 540.000 ລິດ, ລວມມູນຄ່າໃນການກໍ່ສ້າງ 22 ຕື້ກວ່າກີບ.

ຫຼັງຈາກນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍບັນດາການນຳຂັ້ນສູງ, ການນຳຂອງແຂວງ, ຂອງເມືອງ, ບໍລິສັດໄຟຟ້າຫົງສາ ຈຳກັດ ແລະ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟຈຳກັດກໍ່ໄດ້ຮ່ວມກັນເປີດນຳໃຊ້ສະຖານີບໍລິການນໍ້າມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ ຢູ່ເມືອງຫົງສາ ຢ່າງເປັນທາງການ.