ເຂື່ອນໄຟຟ້ານໍ້າອູ2 ສະໜອງພະລັງງານ ຄຽງຄູ່ການພັດທະນາຊຸມຊົນ

ນັບແຕ່ ເຂື່ອນໄຟຟ້ານໍ້າອູ 2 ໄດ້ເປີດການຜະລິດໄຟຟ້າຢ່າງເປັນທາງການໃນວັນທີ 29 ພະຈິກ 2015 ຈົນເຖິງປັດຈຸບັນ ໄດ້ຄົບຮອບ 10 ປີແຫ່ງການດໍາເນີນງານຢ່າງປອດໄພ ແລະ ຕໍ່ເນື່ອງ ເປັນສ່ວນສໍາຄັນໃນການສະໜອງພະລັງງານໄຟຟ້າຢ່າງໝັ້ນຄົງ ຄຽງຄູ່ກັບການພັດທະນາຊຸມຊົນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດອ້ອມຂ້າງຢ່າງຕໍ່ເນື່ອງ.

ໂຄງການເຂື່ອນໄຟຟ້ານໍ້າອູ ເປັນໂຄງການເປັນໂຄງການໄຟຟ້າຕາມລໍານໍ້າຕະຫຼອດສາຍແຫ່ງທໍາອິດຂອງວິສາຫະກິດຈີນໃນຕ່າງປະເທດ ປະກອບດ້ວຍ 7 ເຂື່ອນ ມີກໍາລັງຕິດຕັ້ງໄຟຟ້າລວມ 1,272 ເມກາວັດ (MW) ແລະ ນັບແຕ່ປີ 2021 ເຂື່ອນທັງໝົດໄດ້ເປີດຜະລິດໄຟຟ້າເປັນທາງການ ຜະລິດພະລັງງານສະສົມຫຼາຍກວ່າ 21 ຕື້ ກິໂລວັດຊົ່ວໂມງ (kWh). ໃນນັ້ນ ເຂື່ອນໄຟຟ້ານໍ້າອູ 2 ເປັນເຂື່ອນແຫ່ງທໍາອິດທີ່ສໍາເລັດການກໍ່ສ້າງ ແລະ ເປີດການຜະລິດໄຟຟ້າໃນບັນດາເຂື່ອນນໍ້າອູທັງ 7 ແຫ່ງ ໂດຍໃນໄລຍະ 10 ປີຜ່ານມາ ໄດ້ຜະລິດພະລັງງານສະສົມຫຼາຍກວ່າ 3,500 ລ້ານ kWh ຊ່ວຍສະໜອງໄຟຟ້າຢ່າງໝັ້ນຄົງ ແລະ ສ້າງແສງສະຫວ່າງໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນໃນພື້ນທີ່.
ທ່ານ ມ່າຈື້ມິ່ງ ຫົວໜ້າເຂື່ອນໄຟຟ້ານໍ້າອູ 2 ໄດ້ໃຫ້ຮູ້ວ່າ: ປັດຈຸບັນພາຍໃນເຂື່ອນ ມີພະນັກງານລາວ 60 ຄົນ ແລະ ພະນັກງານຈີນ 17 ຄົນ ແບ່ງການເຮັດວຽກເປັນ 2 ພະແນກ ຄື ພະແນກການຜະລິດ ແລະ ພະແນກບໍາລຸງຮັກສາ ໂດຍເນັ້ນໃຫ້ຄວາມສໍາຄັນຕໍ່ຄວາມປອດໄພຂອງເຂື່ອນເປັນຫຼັກ. ມີການກວດສອບ ແລະ ບໍາລຸງຮັກສາອຸປະກອນເປັນປະຈໍາທັງລາຍມື້, ລາຍໄຕມາດ ແລະ ລາຍປີ ໂດຍສະເພາະໃນຊ່ວງລະດູຝົນ ແລະ ຫຼັງລະດູຝົນ. ນອກຈາກນັ້ນ ບໍລິສັດ ຍັງໃຫ້ຄວາມສໍາຄັນຕໍ່ສະຫວັດດີການຂອງພະນັກງານ ໂດຍພະນັກງານລາວທຸກຄົນຈະໄດ້ຮັບການກວດສຸຂະພາບປີລະ 1 ຄັ້ງ ພ້ອມທັງມີນະໂຍບາຍອື່ນໆເພື່ອສ້າງຄວາມໝັ້ນໃຈໃນການເຮັດວຽກ.
ທ່ານ ມົວຊົງ ພະນັກງານຄົນລາວ ປະຈໍາເຂື່ອນໄຟຟ້ານໍ້າອູ 2 ໄດ້ແບ່ງປັນວ່າ: ຕົນເອງເປັນປະຊາຊົນບ້ານໂນນສະຫວັນ ເມືອງປາກອູ ແຂວງຫຼວງພະບາງ ໄດ້ເຂົ້າມາເຮັດວຽກຢູ່ເຂື່ອນແຫ່ງນີ້ຫຼາຍປີ ແລະ ປັດຈຸບັນຮັບຜິດຊອບໜ້າທີ່ຄວບຄຸມການຜະລິດໄຟຟ້າ. ເຖິງແມ່ນວ່າບໍ່ໄດ້ຮຽນຈົບສາຂາໄຟຟ້າໂດຍກົງ ແຕ່ການຮຽນຮູ້ພາສາຈີນ ແລະ ການເຮັດວຽກຈິງໃນໂຄງການ ເຮັດໃຫ້ສາມາດພັດທະນາຕົນເອງ ແລະ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຜະລິດໄຟຟ້າໃຫ້ປະເທດ.
ຂະນະດຽວກັນ ນາງ ເອັມມີ ທໍາມະວົງ ພະນັກງານຫ້ອງການບໍລິຫານ ບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຈໍາກັດ ກໍໄດ້ສະແດງຄວາມຮູ້ສຶກດີໃຈທີ່ໄດ້ເຂົ້າມາເຮັດວຽກໃນບໍລິສັດຂະໜາດໃຫຍ່ ມີສະຫວັດດີການດີ ແລະ ບັນຍາກາດການເຮັດວຽກທີ່ສາມັກຄີ ພ້ອມທັງເປີດໂອກາດໃຫ້ຄົນລາວໄດ້ເຂົ້າມາເຮັດວຽກຢ່າງຕໍ່ເນື່ອງ.
ຄຽງຄູ່ກັບການຜະລິດໄຟຟ້າ ໂຄງການເຂື່ອນໄຟຟ້ານໍ້າອູ 2 ຍັງໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາຊຸມຊົນ ໂດຍສ້າງບ້ານຈັດສັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ເຊັ່ນ: ບ້ານຫາດຄີບ ຊຶ່ງມີການກໍ່ສ້າງໂຮງຮຽນ, ວັດ, ສຸກສາລາ, ລະບົບນໍ້າປະປາ ແລະ ສິ່ງອໍານວຍຄວາມສະດວກພື້ນຖານອື່ນໆ ຊ່ວຍໃຫ້ປະຊາຊົນມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ.
ຕະຫຼອດ 10 ປີຜ່ານມາ ເຂື່ອນໄຟຟ້ານໍ້າອູ 2 ບໍ່ພຽງແຕ່ສະໜອງພະລັງງານໄຟຟ້າໃຫ້ປະເທດ ແຕ່ຍັງເປັນແສງສະຫວ່າງແຫ່ງຄວາມຫວັງ ແລະການພັດທະນາ ທີ່ເຕີບໂຕໄປຄຽງຄູ່ກັບຊຸມຊົນຢ່າງຍືນຍົງ.
ຂຽນໂດຍ: ສາວລາວໃຕ້