ຫາລື ພັດທະນາສົ່ງເສີມປີ້ງໄກ່ລາດ ພື້ນເມືອງນາປົ່ງ ຕ້ອນຮັບປີໃໝ່ສາກົນ ຄສ 2026

ກອງປະຊຸມປືກສາຫາລື ການພັດທະນາປີ້ງໄກ່ນາປົ່ງ ເພື່ອກະກຽມຕ້ອນຮັບປີໃໜ່ສາກົນ ລະດູການທ່ອງທ່ຽວ ຄສ 2026 ຈັດຂຶ້ນໃນວັນທີ 24 ທັນວາ 2025 ຢູ່ວັດບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໂດຍສະເພາະ ແມ່ນການປັບປຸງ, ຕົກແຕ່ງໜ້າຮ້ານ ໃຫ້ມີຄວາມສະອາດ ສວຍງາມ, ພິເສດ ຍົກສູງປັບປຸງການບໍລິການ ອ່າງລ້າງມື ແລະ ຫ້ອງນໍ້າ ແລະ ການສ້າງກອງທຶນກຸ່ມປີ້ງໄກ່ ນາປົ່ງ ເພື່ອສະໜອງໃຫ້ຜູ້ປະກອບການ, ຜູ້ລ້ຽງ, ຜູ້ຂາຍ ໄດ້ກູ້ຢືມ ນໍາມາເປັນທຶນປັບປຸງຮ້ານ ແລະ ເປັນທຶນໝູນວຽນ ໂດຍບໍ່ມີດອກເບ້ຍ ພາຍໃນກຸ່ມ, ພາຍ​ໃຕ້​ການ​ເປັນ​ປະທານຂອງ ທ່ານ ຄຳໝັ້ນ ສີດຳດວນ ຮອງປະທານຄະນະກໍາມະການປົກຄອງເມືອງຄົງເຊໂດນ, ຜູ້ຊີ້ນຳວຽກງານເສດຖະກິດ ແລະ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອໍານວຍການບໍລິສັດພັດທະນາແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ, ຊຶ່ງເປັນຜູ້ຊຸກຍູ້ສົ່ງເສີມ, ປັງປຸງພັດທະນາ ປີ້ງໄກ່ນາປົ່ງໃຫ້ກ້າວສູ່ຄຸນນະພາບໃໝ່ ໂດຍມີ ທ່ານ ເພັດດວງໃຈ ບາມາໄລ ຜູ້ຊີ້ນຳຈຸດສຸມ, ມີນາຍບ້ານນາປົ່ງ ພ້ອມດ້ວຍຄະນະ ແລະ ຜູ້ປະກອບການຂາຍປີ້ງໄກ່, ປັ່ນໄກ່ ເຂົ້າ​ຮ່ວມ.

​ໃນກອງ​ປະຊຸມ, ທ່ານ ເພັດດວງໃຈ ບາມາໄລ ໄດ້ລາຍງານການຈັດຕັ້ງປະຕິບັດການປັບປຸງ, ຊຸກຍູ້ສົງເສີມ ແລະ ພັດທະນາຄຸນນະພາບໃນການປີ້ງ, ການຂາຍ ແລະ ການບໍລິການປີ້ງໄກ່. ຜ່ານການຊຸກຍູ້ສົ່ງເສີມຈາກການນຳຂອງເມືອງຮ່ວມກັບບໍລິສັດພັດທະນາ ແຫລ່ງທ່ອງທ່ຽວນໍ້າຕົກຕາດຕາດເຍືອງ, ມາຮອດປັດຈຸບັນ ເຫັນວ່າມີບາດກ້າວ ຂະຫຍາຍຕົວຢ່າງ ຕໍ່ເນື່ອງເພີ່ມຂຶ້ນເປັນກ້າວໆ ຖ້າທຽບໃສ່ໃນເມື່ອກ່ອນມີຈໍານວນເພີ່ມຫລາຍຂຶ້ນ, ມາຮອດປັດຈຸບັນ ການຂາຍປິ້ງໄກ່ສະເລຍຕໍ່ວັນສາມາດຂາຍໄດ້ 400 ຫາ 1.000 ກວ່າໂຕຂາຍກັບທີ່. ນອກນັ້ນ, ຍັງມີການຂາຍ ແລະຈໍາໜ່າຍທາງອອນລາຍ ອີກຈໍານວນໜຶ່ງ ຊຶ່ງເຮັດໃຫ້ມີການຂະຫຍາຍຮ້ານຂອງຜູ້ປະກອບການ ເພີ່ມຂຶ້ນ ຈາກ 12 ຮ້ານ ມາເປັນ 35 ຮ້ານ ແລະ ຍັງຈະມີການກະກຽມເປີດຮ້ານ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໂອກາດນີ້, ທ່ານ ນາງ ສອນທິດາ ອຸນາພົມ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວ່າ: ເຮັດແນວໃດເພື່ອໃຫ້ຂາຍດີຂຶ້ນ ເປັນທະວີຄູນ ແລະ ຈຸດປະສົງຂອງການສ້າງກອງທຶນ, ເປົ້າໝາຍທີ່ຈະເຂົ້າກອງທຶນ ແລະ ການນໍາໃຊ້ກອງທຶນ, ສ້າງລະບຽບຄຸ້ມຄອງການນໍາໃຊ້ ກອງທຶນໃຫ້ຍືນຍົງ. ພ້ອມນີ້, ທ່ານຍັງໄດ້ແນະນຳກ່ຽວກັບການປັບປຸງ ຄຸນນະພາບຂອງປີ້ງໄກ່, ການປັບປຸງຮ້ານ ແລະ ຄວາມສະອາດ ແລະ ການບໍລິການປິ່ນອ້ອມອື່ນໆ. ຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳຄິດເຫັນ ຂອງການຈັດຕັ້ງບ້ານ ແລະ ຜູ້ປະກອບການຂາຍປີ້ງໄກ່, ປັ່ນໄກ່ ຕື່ມອີກ.

ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບໃນການສ້າງ ຕັ້ງກອງທຶນ ໂດຍຈະເກັບເງິນເຂົ້າກອງທຶນບ້ານ ນໍາຜູ້ປັ່ນໄກ່ 2.000 ກີບຕໍ່ໂຕ, ເລີ່ມແຕ່ວັນ1 ເດືອນມັງກອນ 2026 ເປັນຕົ້ນໄປ; ແຕ່ລະຮ້ານຕ້ອງປັບປຸງ ຮ້ານດ້ວຍການນໍາເອົາໄມ້ໃຜ່ ຫລື ວັດຖຸທີ່ເປັນເອກລັກ ຂອງທ້ອງຖິ່ນມາຕົກແຕ່ງໃຫ້ມີຄວມສວຍງາມ ແລະ ສະອາດ; ປັບປຸງຫ້ອງນໍ້າໃຫ້ສະ ອາດ, ມີທັງຫ້ອງນໍ້າຍິງ-ຊາຍ ເພື່ອຮອງຮັບນັກທ່ອງທ່ຽວ; ກ່ອນຮອດງານເທສະການປີ້ງໄກ່ໃຫຍ່ ບ້ານນາປົ່ງ ແມ່ນໃຫ້ຈັດປະກວດປີ້ງໄກ່ແຊບນາປົ່ງ ເພື່ອເອົາມາເປັນສູດປີ້ງໄກ່, ມາດຕະຖານ ຂອງປີ້ງໄກ່ນາປົ່ງ ທີ່ມີຄຸນນະພາບ,ຈັດສັນ, ປັບປຸງລະບຽບຄຸ້ມຄອງ ຜູ້ແລ່ນຊື້-ຂາຍປີ້ງໄກ່ຕາມແຄມທາງ ເພື່ອຮັບປະກັນຄວາມປອດໄພ ຂອງພໍ່ແມ່ປະຊົນ ໃຫ້ເຂົ້າສູ່ລະບຽບການຄຸ້ມຄອງຂອງບ້ານ. ນອກຈາກນັ້ນ, ບໍລິສັດທ່ອງທ່ຽວຕາດເຍືອງ ກໍຈະສະໜັບສະໜູນ ຮັບຊື້ໄກ່ລາດພື້ນເມືອງ ນໍາຜູ້ປະກອບການລ້ຽງໄກ່ ມາຈໍາໜ່າຍຢູ່ຕາດເຍືອງ 300-1.000 ໂຕຕໍ່ເດືອນ ເພື່ອເປັນການກະຕຸ້ນ-ສົມທົບ ໃນການລິເລີ່ມສ້າງກອງທຶນສະສົມໃຫ້ກຸ່ມປີ້ງໄກ່ນາປົ່ງ.

ໃນຕອນທ້າຍຂອງກອງປະຊຸມ, ໄດ້ຮັບພັງການໂອ້ລົມຂອງ ທ່ານ ຄຳໝັ້ນ ສີດຳດວນ ໂດຍທ່ານໄດ້ຍົກໃຫ້ເຫັນຫລາຍບັນຫາສໍາຄັນຕໍ່ກັບການສ້າງກອງທຶນ, ການຄຸ້ມຄອງກອງທຶນ, ການຕົກແຕ່ງຮ້ານ, ການປັບປຸງຄຸນນະພາບຂອງປີ້ງໄກ່ນາປົ່ງ, ການບໍລິການຂາຍປີ້ງໄກ່ ແລະ ເຮັດໃຫ້ການຂາຍປີ້ງໄກ່ມີຄວມຍືນຍົງ.

ບ້ານນາປົ່ງ, ເມືອງຄົງເຊໂດນ ຖືວ່າເປັນແຫລ່ງທ່ອງທ່ຽວວັດທະນະທຳ ດ້ານອາຫານ ທີ່ມີເອກະລັກທ້ອງຖິ່ນ ແລະມີຊື່ສຽງເປັນທີ່ນິຍົມຊົມຊອບຈາກສັງຄົມມາເປັນເວລາດົນນານ. ການຮ່ວມມືກັບພາກທຸລະກິດ ມີປະສົບການດ້ານການພັດທະນາແບບປະຊາຊົນມີສ່ວນຮ່ວມມາຊ່ວຍພັດທະນາເຂດດັ່ງກ່າວ ເພື່ອສ້າງຄວາມເຂັ້ມແຂງ, ຍົກລະດັບມາດຕະຖານອາຫານທ້ອງຖິ່ນກ້າວເຂົ້າສູ່ມາດຕະຖານສາກົນເພື່ອກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວໃນໂອກາດປີໃໝ່ສາກົນ 2026 ທີ່ຈະມາເຖິງໃນມໍ່ໆນີ້ ແລະ ສ້າງບັນຍາກາດໃຫ້ເປັນແຫລ່ງທ່ອງທ່ຽວ ວັດທະນະທໍາການກິນ, ການບໍລິການ, ການຄ້າ-ຂາຍ ໃຫ້ຄຶກຄື້ນ ຄືດັ່ງຄໍາຂວັນທີ່ວ່າ “ໝາກພ້າວນາໄຊ, ປີ້ງໄກ່ນາປົ່ງ, ເຫລົ້າຂາວເມືອງຄົງ ລຳວົງສາລະວັນ” ເຊື່ອມໂຍງກັບ ວົງຈອນການທ່ອງທ່ຽວ 4 ແຂວງພາກໃຕ້, ແຫລ່ງທ່ອງທ່ຽວອື່ນໆ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສ້າງໃຫ້ເປັນຈຸດພັກ, ຈຸດແວ່ ຊື້-ຂາຍ ກ້າວໄປເຖິງຈຸດໝາຍປາຍທາງການທ່ອງທ່ຽວໃຫ້ຟົດຟື້ນຂະຫຍາຍຕົວ ແລະ ຍືນຍົງ.

- ອ່ານຂ່າວອື່ນໆ ຫຼືຍ້ອນຫຼັງໄດ້ທີ່: www.sethakit-psx.la