
ຕົ້ນກາເຟຂອງກະສິກອນ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຮັບຜົນກະທົບເປັນຈໍານວນຫລາຍໂດຍສະເພາະກາເຟອາລາບິກ້າ ເນື່ອງຈາກເກີດສະພາບອາກາດໜາວເຢັນ ແລະ ເກີດນໍ້າໝອກເກືອ (ນໍ້າໝອກກ້າມ). ປັດຈຸບັນພາກສ່ວນກ່ຽວພວມຮວບຮວມເນື້ອທີ່ ທີ່ເສຍຫາຍ ...
ຕໍ່ເຫດການດັ່ງກ່າວ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ໄດ້ເຄື່ອນໄຫວແນະນໍາ ກະສິກອນ ກ່ຽວກັບວິທີການປ້ອງກັນຂັ້ນພື້ນຖານ ແລະ ຟື້ນຟູຕົ້ນກາເຟອາລາບິກ້າ ທີ່ໄດ້ຮັບຜົນກະທົບຈາກອາກາດເຢັນ, ນ້ຳໝອກກ້າມ ໂດຍສະເພາະ ວິທີປ້ອງກັນເກີດນ້ຳໝອກ (Prevention), ການຄຸມດິນ (Mulching) ໂດຍໃຊ້ເຟືອງ, ຫຍ້າແຫ້ງ ຫລື ເປືອກກາເຟ ມາປົກຄຸມບໍລິເວນໂຄນຕົ້ນ ເພື່ອຮັກສາຄວາມອົບອຸ່ນ ແລະ ຄວາມຊຸ່ມຊື່ນໃນດິນ. ສໍາລັບເບ້ຍກາເຟນ້ອຍ ແມ່ນໃຫ້ຫາຜ້າສະແລນ ຫລື ວັດຖຸມາເຮັດຫລັງຄາມຸງ ເພື່ອປ້ອງກັນນ້ຳໝອກຕົກໃສ່ໂດຍກົງ. ພ້ອມນີ້, ກະສິກອນຄວນສີດນ້ຳໃສ່ໃບກາເຟ ທັນທີໃນຕອນເຊົ້າ ກ່ອນທີ່ແສງແດດຈະສ່ອງຖືກໃບ, ການໃຊ້ນ້ຳລ້າງເກັດນ້ຳກ້ອນອອກຈະຊ່ວຍຫລຸດຜ່ອນອາການໃບໄໝ້ຮຸນແຮງ ຈາກການທີ່ແສງແດດເຜົາຜ່ານເກັດນ້ຳກ້ອນ ແລະ ຊ່ວຍລະລາຍນ້ຳໝອກຢ່າງຊ້າໆ.
ສຳລັບວິທີການສ້າງຄວັນໄຟ ເພື່ອສ້າງຄວາມອົບອຸ່ນ, ເພີ່ມອຸນຫະພູມບໍລິເວນສວນ ແລະ ຮົມຄວັນ ປົກຄຸມສວນກາເຟ ຊ່ວຍກັກເກັບຄວາມຮ້ອນຈາກໜ້າດິນ ບໍ່ໃຫ້ລະເຫີຍຂຶ້ນໄວເກີນໄປ ແລະ ປ້ອງກັນບໍ່ໃຫ້ອຸນຫະພູມຫລຸດລົງຕໍ່າຈົນຮອດຈຸດແຂງຕົວ, ຊຶ່ງວັດຖຸທີ່ໃຊ້ (ເນັ້ນວັດຖຸທີ່ໃຫ້ຄວັນຫລາຍ ແຕ່ໄຟບໍ່ແຮງ) ມີ: ແກບເຂົ້າ ຫລື ແກບກາເຟ ເປັນວັດຖຸທີ່ດີທີ່ສຸດ ເນື່ອງຈາກມັນຈະໄໝ້ຊ້າ ແລະ ໃຫ້ຄວັນຫລາຍ ຖ້າບໍ່ມີ ໃຫ້ໃຊ້ເຟືອງ ຫລື ຫຍ້າແຫ້ງ ປະສົມກັບຫຍ້າສົດ (ຫຍ້າປຽກ) ຈະຊ່ວຍໃຫ້ເກີດຄວັນສີຂາວໜາແໜ້ນ ແທນໄດ້ເຊັ່ນກັນ. ຕໍາແໜ່ງ ໃຫ້ຈຸດກອງໄຟຢູ່ທາງທິດເໜືອລົມ (ຕົ້ນລົມ) ຂອງສວນ ເພື່ອໃຫ້ລົມພັດຄວັນໄຟລອຍເຂົ້າໄປປົກຄຸມທົ່ວສວນກາເຟ. ໄລຍະຫ່າງ, ຄວນຈຸດເປັນກອງນ້ອຍໆ ຫລາຍໆຈຸດຫ່າງກັນປະມານ 10-20 ແມັດ (ບໍ່ຄວນຈູດກອງໃຫຍ່ກອງດຽວ). ເລີ່ມຈູດໃນໄລຍະທີ່ອາກາດເຢັນທີ່ສຸດຄືປະມານ 3:00 ໂມງ-6:00 ໂມງເຊົ້າຈົນກວ່າຕາເວັນຈະຂຶ້ນ. ເມື່ອຈູດໄຟແລ້ວກໍເອົາໃຈໃສ່ຕ້ອງເຝົ້າລະວັງ ບໍ່ໃຫ້ເກີດແປວໄຟລຸກລາມໄປໄໝ້ຕົ້ນກາເຟ ຫລື ເສດໃບໄມ້ແຫ້ງໃນສວນ.
ສ່ວນການຟື້ນຟູຕົ້ນກາເຟ ຫລັງຖືກນ້ຳໝອກທຳລາຍ (Recovery), ຫາກຕົ້ນກາເຟຖືກນ້ຳໝອກ ຢ່າຟ້າວຕັດງ່າທັນທີ ໃຫ້ລໍຖ້າຈົນກວ່າອາກາດຈະກັບມາອຸ່ນ ຫລື ໝົດໄລຍະໜາວ, ການຕັດແຕ່ງງ່າໄວເກີນໄປ ອາດເຮັດໃຫ້ແຜທີ່ຕັດຖືກຄວາມເຢັນທໍາລາຍຊໍ້າ ແລະ ລາມເຂົ້າລໍາຕົ້ນ. ສັງເກດ ແລະ ຕັດແຕ່ງຕົ້ນກາເຟທີ່ເສຍຫາຍເລັກນ້ອຍ (ໃບໄໝ້ບາງສ່ວນ), ປ່ອຍໃຫ້ໃບຫລົ່ນເອງ ບໍ່ຈຳເປັນຕ້ອງຕັດ. ຕົ້ນກາເຟທີ່ເສຍຫາຍປານກາງ (ປາຍຍອດຕາຍ) ໃຫ້ຕັດສ່ວນທີ່ຕາຍອອກ ໂດຍຕັດລົງມາຫາສ່ວນທີ່ຍັງຂຽວປະມານ 2-3 ຊັງຕີແມັດ. ຕົ້ນກາເຟທີ່ເສຍຫາຍໜັກ (ຕາຍຮອດຕົ້ນ): ອາດຈຳເປັນຕ້ອງຕັດເຮັດສາວ (ຕັດແຕ່ງ) ເພື່ອໃຫ້ຕົ້ນກາເຟແຕກຍອດໃໝ່ພ້ອມທັງບຳລຸງຕົ້ນ, ຫລັງຈາກຕັດແຕ່ງແລ້ວໃຫ້ໃສ່ຝຸ່ນຄອກ ຫລືຝຸ່ນທີ່ມີທາດໄນໂຕຣເຈນ ເປັນຫລັກ ເພື່ອເລັ່ງການແຕກໃບໃໝ່ ແລະ ຫົດນ້ຳໃຫ້ພຽງພໍ (ສໍາລັບສວນທີ່ມີເງື່ອນໄຂໃກ້ແຫລ່ງນໍ້າ). ປ້ອງກັນພະຍາດ, ສີດພົ່ນຢາກັນເຊື້ອລາ (Fungicide) ປະເພດທອງແດງ (Copper) ຕາມຮອຍແຜ ແລະ ໃບທີ່ເສຍຫາຍ ເພື່ອປ້ອງກັນພະຍາດແຊກຊ້ອນ.
ຂ່າວ: ທູນທອງໃຈ