ໃນວັນທີ 13 ມັງກອນ 2026 ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ສົມທົບກັບອຳນາດການປົກຄອງເມືອງ ນຳໂດຍທ່ານ ສີລະປະກອນ ພົມມະໄຊສີ ປະທານກຳມະການປົກຄອ ງເມືອງ ໄຊທານີ, ນະຄອນຫຼວງວຽງຈັນ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມ ແລະ ພົບປະໂອ້ລົມ ກັບຍາດພໍ່ແມ່ພີ້ນ້ອງປະຊາຊົນບ້ານ ທົ່ງມັ່ງ, ເມືອງ ໄຊທານີ, ນະຄອນຫຫຼວງວຽງຈັນ ເພື່ອຊີ້ແຈງສາຍເຫດຂອງດິນຍຸບ ລວມເຖິງການຊອກຄົ້ນຫາຜູ້ສູນຫາຍ ນັບແຕ່ມື້ເກີດເຫດຈົນຮອດປະຈຸບັນ. ການລົງຊີ້ແຈງ ແລະ ພົບປະຄັ້ງນີ້ ປະຊາຊົນໃຫ້ຄວາມສົນໃຈຫຼາຍ, ຊຶ່ງມີຜູ້ເຂົ້າຮ່ວມ 101 ທ່ານ, ເປັນຍິງ 57 ທ່ານ.
ຄະນະຮັບຜິດຊອບ ໄດ້ເອົາແຜນວາດຈຸດເກີດເຫດ ຄັ້ງທີ 5 ຕອນເຊົ້າຂອງວັນທີ 3 ມັງກອນ 2026 ນີ້ ແລະ ແຜນວາດຈຸດເກີດເຫດ ແຕ່ຄັ້ງທຳອິດ ວັນທີ 4 ພຶດສະພາ 2025, ຄັ້ງທີ 2 ວັນທີ 14 ກັນຍາ 2025, ຄັ້ງທີ 3 ແລະ ຄັ້ງທີ 4 ວັນທີ 23 ແລະ 30 ຕຸລາ 2025 ແລ້ວແຕ້ມແຜນວາດລວມຈຸດເກີດເຫດ ເພື່ອຊີ້ແຈງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ປະຊາຊົນທີ່ອາໃສຢູ່ບໍລິເວນດັ່ງກ່າວວ່າ ໂຄງສ້າງຂອງຈຸດເກີດເຫດ ຈະເປັນແລວດຽວແຕ່ທິດຕາເວັນອອກ ໄປຫາທິດຕາເວັນຕົກ ແລະ ໄດ້ຂີດໝາຍເປັນເສັ້ນທີ່ມີຄວາມສ່ຽງສູງ, ຄວາມສ່ຽງກາງ ທີ່ອາດຈະດິນຍຸບຕື່ມໃນຕໍ່ໜ້າ ພາຍຫຼັງທີ່ໄດ້ມີການກວດສອບທາງດ້ານຄື້ນສັ່ນສະເທືອນ ແລະ ການວັດແທກດ້ວຍຄື້ນໄຟຟ້າ ຈາກຊ່ຽວຊານມາຈາກຕ່າງປະເທດ (ປະເທດເຢຍລະມັນ ແລະ ສປ ຈີນ), ຊ່ຽວຊານພາຍໃນ ສປປ ລາວ (ບໍລິສັດ GeoMine Consultants Sole Co.,LTD ແລະ ບໍລິສັດ Uniqtek Co,. LTD) ແລະ ຊ່ຽວຊານວິຊາການຂອງກົມທໍລະນີສາດ ແລະ ບໍ່ແຮ່ ແລ້ວແຈ້ງໃຫ້ປະຊາຊົນ ຈຳນວນ 38 ຄອບຄົວ ຍົກຍ້າຍອອກຈາດເຂດດັ່ງກ່າວໂດຍທັນທີ ແລະ ໄດ້ຈັດສັນບ່ອນຢູ່ຊົ່ວຄາວໃຫ້ກັບຄອບຄົວຜູ້ທີ່ບໍ່ມີບ່ອນພັກຖາວອນ (ປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ສ່ວນຫຼາຍແມ່ນພັກເຊົາບາງຄັ້ງຄາວ ເປັນດິນສວນ ແລະ ມີເຮືອນພັກອາໃສຢູ່ໃນບ້ານເຂດທີ່ປອດໄພ). ຄະນະຮັບຜິດຊອບ, ກໍໄດ້ແຈ້ງໃຫ້ປະຊາຊົນ ຊາບຕື່ມອີກວ່າ ວັນທີ 11 ມັງກອນ 2026 ກໍໄດ້ເກີດເຫດດິນຍຸບ ເປັນຄັ້ງທີ 6 ແລະ ເກີດຊ້ຳຢູ່ຈຸດດິນຍຸບຄັ້ງທີ 1.
ການຊີ້ແຈງຕໍ່ກັບສາເຫດດິນຍຸບ ຕົ້ນຕໍ່ແມ່ນໄດ້ຊີ້ແຈງໂຄງສ້າງຂອງຊັ້ນດິນ, ຂອງປະເພດເກືອໂປຣຕາສທີ່ຢູ່ໃຕ້ດິນດັ່ງກ່າວ ເຖິງວ່າ ທີມງານໄດ້ນຳໃຊ້ເຄື່ອງມືສຳຫຼວດ ທີ່ທັນສະໄໝ ເຄື່ອງມືຄື້ນສັ່ນສະເທືອນ, ຄື້ນໄຟຟ້າ ລວມທັງການໃຊ້ ໂດຣນ ບິນສຳຫລວດຢູ່ຫລຸມທີ່ຍຸບລົງ ແຕ່ຍັງຕ້ອງລໍການຢັ້ງຢືນຈາກຊ່ຽວຊານຕ່າງປະເທດຕື່ມຕໍ່ກັບສາເຫດທີ່ພາໃຫ້ເກີດດິນຍຸບ. ສ່ວນຜູ້ປະກອບການ ກໍໄດ້ຖືກສັ່ງໂຈະ ຫຼື ຢຸດເຊົາການຂຸດຄົ້ນ ນັບແຕ່ເດືອນພຶດສະພາ 2025 ເປັນຕົ້ນມາ ເພື່ອດຳເນີນການສຳຫຼວດຫາສາເຫດດັ່ງກ່າວ.
ການແກ້ໄຂບັນຫາພາຍຫຼັງທີ່ເກີດເຫດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຫົວໜ້າຄະນະທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງເລກທີ 04/ຫສນຍ ໄດ້ສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການປົກຄອງນະຄອນຫຼວງ, ເມືອງ, ຕາແສງ ແລະ ຊຸມຊົນບ້ານ, ຜູ້ພັດທະນາໂຄງການ, ຊ່ຽວຊານເອກະລາດ ໄດ້ລົງພື້ນທີ່ນັບແຕ່ມື້ເກີດເຫດ, ໄດ້ແບ່ງວຽກໃຫ້ກັບທີມງານວິຊາສະເພາະ, ຊ່ຽວຊານຕ່າງປະເທດ, ອຳນາດການປົກຄອງນະຄອນຫຼວງ, ເມືອງ, ຕາແສງ ແລະ ຊຸມຊົນບ້ານ ລວມທັງຜູ້ປະກອບການ ໃນການຍົກຍ້າຍປະຊາຊົນ, ເກັບກຳສະຖິຕິຈຳນວນປະຊາຊົນ, ຈຳນວນທີ່ດິນ, ຜົນລະປູກ ເພື່ອກ້າວໄປສູ່ການຊົດເຊີຍ, ການສ້າງແຜນສຳຫຼວດແຕ່ລະຈຸດ, ການຄົ້ນຫາຜູ້ສູນຫາຍ, ການຊີ້ແຈງຕໍ່ພໍ່ແມ່ປະຊາຊົນຢູ່ເຂດບ້ານດັ່ງກ່າວ ແລະ ໄດ້ພົບປະໂອ້ລົມກັບຍາດພີ່ນ້ອງຜູ້ສູນຫາຍ ພ້ອມທັງຊ່ວຍເຫຼືອດ້ານວັດຖຸ ແລະ ປັດໃຈເບື້ອງຕົ້ນກັບຄອບຄົວຜູ້ເສຍຫາຍ.
ບາດກ້າວຕໍ່ໄປ ແມ່ນສືບຕໍ່ແຜນສຳຫຼວດໂຄງສ້າງດິນທີ່ໄດ້ກຳນົດເປັນແຕ່ລະຈຸດຄວາມສ່ຽງ, ຍົກຍ້າຍປະຊາຊົນທີ່ຢູ່ເຂດຄວາມສ່ຽງ, ຈັດສັນບ່ອນອາໃສຊົ່ວຄາວ, ສືບຕໍ່ເກັບກຳສະຖິຕິຕອນດິນ, ຜົນລະປູກ, ສັດລ້ຽງຂອງປະຊາຊົນ ເພື່ອກ້າວໄປສູ່ການຊົດເຊີຍ ແລະ ສືບຕໍ່ເຮັດວຽກກັບທີມງານວິຊາການ, ຊ່ຽວຊານຕ່າງປະເທດ ເພື່ອຊອກຫາສາເຫດຂອງດິນຍຸບດັ່ງກ່າວ.
ພາບ ແລະ ຂ່າວ: ລັດສະໝີ ເຮືອງທະວົງ, ວຽງສະຫວັນ ປຣະດິດ