ປີ 2025 ຂະແໜງພາສີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 22,852 ຕື້ກີບ

ກົມພາສີ ກະຊວງການເງິນ ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວິຊາສະເພາະ ປະຈໍາປີ 2025 ແລະ ກໍານົດທິດທາງ ແຜນການ, ມາດຕະການ ປະຈໍາປີ 2026 ຂອງຂະແໜງພາສີ ມີຂຶ້ນໃນວັນທີ 15 ມັງກອນ 2026 ນີ້,ໃນກອງປະຊຸມ, ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັັ້ງປະຕິບັດວຽກງານວິຊາ ສະເພາະ ປະຈໍາປີ 2025 ແລະ ວຽກງານຈຸດສຸມ ປີ 2026 ເຊິ່ງຂະແໜງພາສີສໍາເລັດການຈັດຕັ້ງປະຕິບັດວຽກງານໃນຫຼາຍດ້ານ. ໂດຍສະເພາະສາມາດຈັດເກັບລາຍຮັບໄດ້ເກີນແຜນໃນປີ 2025. ໃນນັ້ນ, ໄດ້ຮັບມອບໝາຍຈັດເກັບ 18.500 ຕື້ກີບ, ຜ່ານການຈັດຕັັ້ງປະຕິປະຕິບັດໄດ້ທັງໝົດ 22.852 ຕື້ກີບ ເທົ່າກັບ 123.53% ຂອງແຜນການປີ ທຽບໃສ່ໄລຍະດຽວກັນ ເພີີ່ມຂຶ້ນ 26.51 % ເທົ່າກັບ 4.789 ຕື້ກີບ. ທ່ານ ຫົວໜ້າກົມພາສີ ຍັງໄດ້ກ່າວຕື່ມວ່າ: ຜົນສໍາເລັດທັງໝົດນີ້ ຍ້ອນມີການຊີ້ນໍາຢ່າງໃກ້ຊິດ  ຈາກຄະນະພັກ-ຄະນະນໍາ ກະຊວງການເງິນ ເປັນແຕ່ລະໄລຍະ ຈຶ່ງເຮັດໃຫ້ການຈັດຕັັ້ງປະຕິບັດໜ້າທີີ່ວິຊາສະເພາະໄປຖືກທິດ, ມີປະສິດທິພາບ ແລະ ປະສິດທິຜົນ; ນອກຈາກນີ້ ຄະນະນໍາກົມພາສີ ຍັງໄດ້ລົງໃກ້ຊິດຕິດແທດ, ຕິດຕາມກວດກາ ແລະ ໃຫ້ທິດຊີ້ນໍາໃນການຈັດຕັັ້ງປະຕິບັດວຽກງານວິຊາສະເພາະຢ່າງເປັນປົກກະຕິ, ຕໍໍ່ເນື່ອງ; ພ້ອມກັນນັ້ນ, ໄດ້ທົບທວນນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີີ່ປະກາດໃຊ້ໃນປັດຈຸບັນ  ແລະ ຄົ້ນຄວ້າສ້າງກົດໝາຍ, ນິຕິກໍາໃໝ່ ເພື່ອຮັບປະກັນການຄຸ້ມຄອງລາຍຮັບຕາມຖານລາຍຮັບທີີ່ມີໃນປັດຈຸບັນ ແລະ ທ່າແຮງບົ່ມຊ້ອນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ເພີີ່ມຂຶ້ນ, ອັດທຸກຊ່ອງວ່າງທີີ່ຮົ່ວໄຫຼ  ຈາກການສວຍໃຊ້ໜ້າທີີ່ຂອງເຈົ້າໜ້າທີີ່ທຸກຂັັ້ນ, ທຸກລະດັບ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັັ້ງ  ເພື່ອຮັບປະກັນບໍໍ່ໃຫ້ສາມາດຫຼົບຫຼີກ, ເຊື່ອງອໍາ ພັນທະຕໍໍ່ງົບປະມານແຫ່ງລັດ. ຄຽງຄູ່ກັນນັ້ນ ຂະແໜງພາສີ ຍັງໄດ້ນໍາໃຊ້ເຄື່ອງມືທັນສະໃໝ ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ເຮັດໃຫ້ມີຄວາມຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ສາມາດກວດສອບໄດ້.

       ສໍາລັບວຽກງານຈຸດສຸມໃນ ປີ 2026  ຂະແໜງພາສີ ໄດ້ຮັບມອບໝາຍແຜນລາຍຮັບ 25.742 ຕື້ກີບ ທຽບໃສ່ແຜນລາຍຮັບ ປີ 2025 ເພີີ່ມຂຶ້ນ 39.14% ຫຼື ເພີີ່ມຂຶ້ນ 7.242 ຕື້ກີບ ແລະ ເພຶີ່ອເຮັດໃຫ້ການປະຕິບັດແຜນລາຍຮັບໃຫ້ບັນລຸຕາມແຜນທີີ່ໄດ້ຮັບມອບໝາຍໃນປີ 2026 ນີ້ ກົມພາສີ ໄດ້ຄົ້ນຄວ້າ, ກໍານົດທິດທາງ ແລະ ບັນດາມາດຕະການລະອຽດ ທີ່ຕ້ອງໄດ້ເອົາໃສ່ ແລະ ເລັັ່ງຈັດຕັັ້ງປະຕິບັດແຕ່ຫົວທີ ເຊັ່ນ:  ສືບຕໍໍ່ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນ; ສຸມໃສ່ປັບປຸງພາລະບົດບາດຂອງກົມພາສີຄືນໃໝ່ໃຫ້ສອດຄ່ອງກັບໂຄງປະກອບຂອງພາລະບົດບາດຂອງກະຊວງການເງິນ; ປັບປຸງບາງມາດຕາກົດໝາຍພາສີ ແລະ ນິຕິກໍາໃຕ້ກົດໝາຍທີີ່ເຫັນວ່າບໍໍ່ມີຄວາມສອດຄ່ອງກັບສະພາບ ເສດຖະກິດ-ສັງຄົມ ແຕ່ລະໄລຍະ; ສືບຕໍໍ່ສຸມໃສ່ພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສິນຄ້າເຄື່ອງຂອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານທັນສະພາບການ, ອັດຊ່ອງຫວ່າງ ການຮົ່ວໄຫຼ ລາຍຮັບງົບປະມານທຸກຮູບແບບ ແລະ ບັນດາມາດຕະການອື່ນໆ.

       ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນໄລຍະຜ່ານມາຂອງຂະແໜງພາສີ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຫຼາຍວຽກງານທີ່ຈະຕ້ອງໄດ້ແກ້ໄຂ ໂດຍສະເພາະການຕິດຕາມ, ກວດກາເຈົ້າໜ້າທີ່ພາສີ, ສຶກສາອົບຮົມການເມືອງແນວຄິດ ແລະ ສ້າງຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນຄຽງຄູ່ກັບການວາງມາດຕະການທີ່ເຂັ້ມງວດ, ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ; ການສ້າງ, ປັບປຸງ ນິຕິກໍາພາສີ; ການຮ່ວມມືກັບພາກພື້ນ ແລະ ສາກົນ; ການຄຸ້ມຄອງສິນຄ້າຜ່ານແດນສາກົນ ແລະ ບັນດາວຽກງານທີ່ກ່ຽວຂ້ອງ. ນອກຈາກນີ້ ຕ້ອງເອົາໃຈໃສ່ວຽກງານການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ຂອງກົມພາສີ ກໍຄືການບໍາລຸງສ້າງພະນັກງານສືບທອດ, ການສ້າງຄູຝຶກ ເພື່ອເປັນຜູ້ຖ່າຍທອດບົດຮຽນ ໃຫ້ລຸ້ນສືບທອດ ສາມາດຍົກລະດັບວິຊາສະເພາະ ກາຍເປັນມືອາຊີບໃນຂະແໜງພາສີ ໄປຄຽງຄູ່ກັບການຫັນເປັນທັນສະໄໝ ນໍາໃຊ້ເຄື່ອງມີເອເລັກໂຕຣນິກເຂົ້າໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ, ການຊໍາລະຄ່າທໍານຽມຕ່າງໆ ໄດ້ຢ່າງຖືກຕ້ອງ, ສະດວກ, ວ່ອງໄວ. ນອກຈາກນີ້ ຂະແໜງພາສີ ຕ້ອງສູ້ຊົນບຸກທະລຸ ໃນການເຊື່ອມຕໍ່, ເຊື່ອມໂຍງກັບຜູ້ປະກອບການ AEO ລວມເຖິງຄາດໝາຍ ແລະ ເປົ້າໝາຍບໍລິສັດເຂົ້າຮ່ວມ ໃນປີ 2026 ເພື່ອສ້າງຄວາມສະດວກໃນການບໍລິຫານ, ການແຈ້ງການລ່ວງໜ້າຂອງຂະແໜງພາສີ ໃຫ້ຫົວໜ່ວຍທຸລະກິດ ສາມາດຮັບຮູ້ຂໍ້ມູນ ກໍຄືນິຕິກໍາຂອງຂະແໜງພາສີ ຢ່າງທົ່ວເຖິງ.

ທີ່ມາ: ກະຊວງການເງິນ