ສາຍພົວພັນລາວ-ອາແຊັກໄບຊານ: ສາມທົດສະວັດຫຼັງສະຫະພາບໂຊວຽດແລະ ການພົວພັນລະຫວ່າງພາກພື້ນໃນໂລກຫຼາຍຂວ້າ

ສະຖານນະການທາງດ້ານການເມືອງ ແລະ ເສດຖະກິດໂລກກຳລັງມີການປ່ຽນແປງທີ່ສຳຄັນ, ເຊິ່ງກະຕຸ້ນໃຫ້ບັນດາປະເທດພິຈາລະນາຄືນໃໝ່ກ່ຽວກັບຍຸດທະສາດນະໂຍບາຍການຕ່າງປະເທດຂອງຕົນ ແລະ ຊອກຫາຄູ່ຮ່ວມມືໃໝ່ນອກເໜືອຈາກພັນທະມິດແບບດັ້ງເດີມ. ໃນສະພາບປະຈຸບັນ, ສາຍພົວພັນລະຫວ່າງອາແຊັກໄບຊານ, ລັດທີ່ມີການພັດທະນາຢ່າງຫ້າວຫັນໃນເຂດພາກໃຕ້ຂອງໂຄເຄຊາສ(Caucasus) ແລະ ສປປ ລາວ, ປະເທດໃນອາຊີຕາເວັນອອກສຽງໃຕ້, ສະເໜີກໍລະນີສຶກສາທີ່ໜ້າສົນໃຈກ່ຽວກັບການຮ່ວມມືທີ່ບໍ່ອີງໃສ່ການແຂ່ງຂັນທາງດ້ານພູມສາດການເມືອງ, ແຕ່ອີງໃສ່ຄວາມອູດົມສົມບູນ ແລະ ການປະຕິບັດຕົວຈິງ. ໄລຍະເວລາຕັ້ງແຕ່ປີ 2014 ຫາ 2024 ໄດ້ໝາຍເຖິງໄລຍະເວລາຂອງການການຟື້ນຟູສາຍພົວພັນສອງປະເທດ, ເຊິ່ງໄດ້ຮັບການອຳນວຍຄວາມສະດວກໂດຍມີພື້ນຖານປະຫວັດສາດຮ່ວມກັນທີ່ສ້າງຕັ້ງຂຶ້ນແຕ່ຍຸກສະຫະພາບໂຊວຽດ ມີທັງສິ່ງທ້າທາຍ ແລະ ກາລະໂອກາດໃໝ່ທີ່ເກີດຂຶ້ນຈາກສະພາວະທີ່ທົ່ວໂລກກໍາລັງມີການປ່ຽນແປງຢ່າງໄວວາ ເເລະ ສະຫຼັບສັບຊ້ອນ.

ຈຸດປະສົງຂອງບົດຄວາມນີ້ ແມ່ນເພື່ອວິເຄາະການເຄື່ອນໄຫວຂອງສາຍພົວພັນ ລາວ-ອາແຊັກໄບຊານໃນຊ່ວງປີ 2014 ຫາ 2024, ກຳນົດຂົງເຂດການຮ່ວມມືທີ່ສຳຄັນ ແລະ ປະເມີນຄວາມສອດຄ້ອງດ້ານການພັດທະນາຂອງສອງປະເທດໃນສະພາບການຂອງການປ່ຽນແປງທົ່ວໂລກ ເຊັ່ນ: ການປັບໂຄງສ້າງແລວທາງການຂົນສົ່ງ, ການຫັນເປັນດິຈິຕອນ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs). ໂດຍອີງໃສ່ການວິເຄາະການຢ້ຽມຢາມລະດັບສູງ, ເອກະສານທີ່ໄດ້ລົງນາມແລະ ຖະແຫຼງການຢ່າງເປັນທາງການ, ຂົງເຂດການເຕີບໃຫຍ່ທີ່ມີທ່າແຮງສຳລັບການຮ່ວມມືສອງຝ່າຍທີ່ຈະໄດ້ຮັບການຈັດຕັ້ງປະຕິບັດ.

ສາຍພົວພັນທາງການທູດລະຫວ່າງ ສ.ອາແຊັກໄບຊານ ແລະ ສປປ ລາວ ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 22 ພຶດສະພາ 1995. ຫຼັງຈາກການລົ້ມສະຫຼາຍຂອງສະຫະພາບໂຊວຽດ ແລະ ຄວາມເປັນເອກະລາດຂອງອາເເຊັກໄບຊານ, ທັງສອງປະເທດໄດ້ສຸມໃສ່ການແກ້ໄຂບັນຫາພາຍໃນປະເທດ ແລະ ສ້າງສາຍພົວພັນກັບເພື່ອນມິດທີ່ສຳຄັນໃນພາກພື້ນ, ເຊິ່ງນຳໄປສູ່ການຢຸດສະງັກໃນຊ່ວງໄລຍະໜຶ່ງຂອງການພົວພັນສອງຝ່າຍ. ເຖິງຢ່າງໃດກໍ່ຕາມ, ພື້ນຖານອັນເຂັ້ມແຂງທີ່ວາງໄວ້ຈາກການນໍາຮຸ່ນກ່ອນ, ຊຶ່ງໃນເມື່ອກ່ອນ ອາແຊັກໄບຊານ ໃນຍຸກສະຫະພາບໂຊວຽດໄດ້ສ້າງຊັບພະຍາກອນມະນຸດດ້ານການສຶກສາທີ່ມີປະສິດທິພາບ ເເລະ ໄດ້ກາຍເປັນຕົວກະຕຸ້ນການຟື້ນຟູສາຍພົວພັນ, ດັ່ງທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວໄວ້ວ່າ: ຊາວໜຸ່ມລາວກຸ່ມທຳອິດໄດ້ລິເລີ່ມສຶກສາຢູ່ປະເທດອາແຊັກໄບຊານ ແຕ່ 50 ກວ່າປີກ່ອນແລະ ປະຈຸບັນພວກເຂົາເຫຼົ່ານັ້ນຈໍານວນໜຶ່ງ ໄດ້ດຳລົງຕຳແໜ່ງລະດັບສູງໃນຄະນະລັດຖະບານ ແຫ່ງ ສປປ ລາວ.

ຄວາມກ່ຽວຂ້ອງຂອງຫົວຂໍ້ນີ້ ແມ່ນມາຈາກຄວາມຕ້ອງການໃນການວິເຄາະວ່າລັດຂະໜາດກາງ ແລະ ຂະໜາດນ້ອຍກຳລັງສ້າງການຮ່ວມມືແນວໃດໃນຍຸກຂອງຄວາມຫຼາກຫຼາຍ, ແນວໂນ້ມການຫຼຸດພົ້ນຈາກໂລກາພິວັດ ແລະ ການຄົ້ນຫາເສັ້ນທາງການຂົນສົ່ງໃໝ່. ອາແຊັກໄບຊານ, ເປັນປະເທດທີ່ມີຊັບພະຍາກອນພະລັງງານທີ່ສຳຄັນ ແລະ ເປັນຂົວຕໍ່ການຂົນສົ່ງທີ່ສຳຄັນຕັ້ງຢູ່ຈຸດເຊື່ອມຕໍ່ຂອງເອີຣົບ ແລະ ອາຊີ ແລະ ລາວ, ປະເທດທີ່ບໍ່ຕິດຈອດທະເລຕັ້ງຢູ່ໃຈກາງຂອງແຫຼມອິນດູຈີນ, ສອງປະເທດປະເຊີນກັບສິ່ງທ້າທາຍທີ່ແຕກຕ່າງກັນແຕ່ຄ້າຍຄືກັນ; ສຳລັບປະເທດອາແຊັກໄບຊານ ສິ່ງນີ້ກ່ຽວຂ້ອງກັບຄວາມຫຼາກຫຼາຍທາງເສດຖະກິດ ແລະ ການເສີມສ້າງບົດບາດຂອງຕົນໃນຖານະເປັນສູນກາງການຂົນສົ່ງ; ສຳລັບລາວ, ກ່ຽວຂ້ອງກັບການເອົາຊະນະຄວາມໂດດດ່ຽວທາງພູມສາດ ແລະ ການເຊື່ອມໂຍງເຂົ້າໃນລະບົບຕ່ອງໂສ້ໃນພາກພື້ນ ແລະ ທົ່ວໂລກ, ຕົວຢ່າງທີ່ໂດດເດັ່ນແມ່ນຂໍ້ສະເໜີຂອງອາແຊັກໄບຊານ ທີ່ສະເໜີໃຫ້ ສປປ ລາວ ເຂົ້າຮ່ວມໃນໂຄງການແລວທາງການຂົນສົ່ງພາກເໜືອ-ໃຕ້ໃນປີ 2023.

ມິຕິທາງດ້ານການເມືອງ ແລະ ການທູດ: ຈາກການຟື້ນຟູການພົວພັນໄປສູ່ການຮ່ວມມືຍຸດທະສາດ: ອົງປະກອບທາງດ້ານການເມືອງຂອງສາຍພົວພັນ ລາວ-ອາແຊັກໄບຊານໃນໄລຍະເວລາທີ່ກຳລັງຟື້ນຟູໄດ້ສະແດງໃຫ້ເຫັນເຖິງການເຄື່ອນໄຫວໃນທາງບວກທີ່ໝັ້ນຄົງ, ມີລັກສະນະການຕິດຕໍ່ພົວພັນເປັນປະຈຳໃນລະດັບສູງ ແລະ ສູງສຸດ. ການເພີ່ມທະວີຂຶ້ນນີ້ບໍ່ແມ່ນເກີດຂຶ້ນໂດຍທຳມະຊາດ, ມັນເປັນຜົນມາຈາກການຈັດຕັ້ງປະຕິບັດຂອງທັງສອງຝ່າຍກ່ຽວກັບທ່າແຮງທີ່ຍັງບໍ່ທັນໄດ້ນຳໃຊ້ຂອງສາຍພົວພັນຂອງສອງປະເທດ, ເຊິ່ງມີຮາກຖານມາຈາກອະດີດສະຫະພາບໂຊວຽດ, ເຫັນໄດ້ຈາກການຢ້ຽມຢາມຄັ້ງປະຫວັດສາດຂອງ ທ່ານ ເຮດາ ອາລີເຢຟ (HeydarAliyev) ປະທານາທິບໍດີອາແຊັກໄບຊານຢ້ຽມຢາມ ສປປ ລາວໃນປີ 1986, ໂດຍນຳພາຄະນະຜູ້ແທນສະຫະພາບໂຊວຽດ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ.

ຕົວກະຕຸ້ນທີ່ສຳຄັນແມ່ນການສ້າງຕັ້ງກຸ່ມມິດຕະພາບລະຫວ່າງລັດຖະສະພາສໍາລັບລັດອາຊີຕາເວັນຕົກໃນສະພາແຫ່ງຊາດລາວໃນເດືອນມິຖຸນາ 2021, ຂັ້ນຕອນນີ້ສະແດງໃຫ້ເຫັນເຖິງຄວາມປາດຖະໜາຢ່າງຕັ້ງໃຈຂອງຝ່າຍລາວທີ່ຈະສ້າງສະຖາບັນ ແລະ ເພີ່ມທະວີການສົນທະນາທາງການເມືອງກັບບັນດາປະເທດໃນ ໂຄເຄຊາສ(Caucasus) ແລະ ອາຊີກາງ. ການຢ້ຽມຢາມຫຼາຍຄັ້ງຂອງລັດຖະມົນຕີການຕ່າງປະເທດ ໄດ້ໝາຍເຖິງການພົວພັນລະດັບໃໝ່ຂອງສາຍພົວພັນ, ໃນເດືອນມິຖຸນາ 2017, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ໄປຢ້ຽມຢາມອາແຊັກໄບຊານຢ່າງເປັນທາງການ ແລະ ໃນເດືອນກັນຍາ 2017, ລັດຖະມົນຕີກະຊວງການຕ່າງປະເທດອາແຊັກໄບຊານ ໄດ້ຢ້ຽມຢາມ ສປປ ລາວ, ຊຶ່ງການແລກປ່ຽນເຫຼົ່ານີ້ໄດ້ວາງພື້ນຖານໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ຈາກນັ້ນ, ໃນເດືອນເມສາ 2018, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ໄປຢ້ຽມຢາມ-ເຮັດວຽກທີ່ບາກູ, ສ.ອາແຊັກໄບຊານ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕໍ່ເນື່ອງຂອງການພົວພັນຂອງສອງປະເທດ ແລະ ໃນວັນທີ 19 ມິຖຸນາ 2023, ເຊິ່ງການຢ້ຽມຢາມຄັ້ງນີ້ "ຂໍ້ຕົກລົງລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສ.ອາແຊັກໄບຊານ ກ່ຽວກັບການຍົກເວັ້ນວີຊາຂອງຜູ້ຖືໜັງສືຜ່ານແດນທາງການທູດ" ໄດ້ຖືກລົງນາມ, ຊຶ່ງຖືເປັນບາດກ້າວອັນສໍາຄັນຕໍ່ການເພີ່ມທະວີການຮ່ວມມືສອງຝ່າຍ.ການເຂົ້າຮ່ວມຂອງປະທານາທິບໍດີທັງສອງປະເທດໃນເວທີຫຼາຍຝ່າຍກໍ່ມີຄວາມໝາຍສຳຄັນເຊັ່ນກັນ, ການພົບປະລະຫວ່າງປະທານາທິບໍດີອາແຊັກໄບຊານ ແລະ ປະທານປະເທດລາວ ໃນຂອບກອງປະຊຸມ BRICS ທີ່ເມືອງ Kazan, ສ.ຣັດເຊຍ ປິ2024 ໄດ້ສະແດງໃຫ້ເຫັນເຖິງຄວາມສົນໃຈຮ່ວມກັນໃນການຍົກລະດັບສາຍພົວພັນໃຫ້ກ້າວໄປສູ່ລະດັບຄູ່ຮ່ວມມືຍຸດທະສາດ; ໃນກອງປະຊຸມຄັ້ງນີ້, ຝ່າຍລາວ ບໍ່ພຽງແຕ່ເນັ້ນໜັກເຖິງໂອກາດທີ່ເອື້ອອຳນວຍສຳລັບການຮ່ວມມືໃນຂະແໜງການຄ້າ, ເສດຖະກິດ, ການລົງທຶນ, ການສຶກສາ ແລະ ກະສິກຳເທົ່ານັ້ນ, ແຕ່ຍັງໄດ້ລະນຶກເຖິງການຢ້ຽມຢາມເມືອງ Bakuໃນປີ 1981 ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ໄດ້ເຊື້ອເຊີນ ທ່ານ ອີລຮາມ ອາລີເຢຟ ປະທານາທິບໍດີອາແຊັກໄບຊານ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ການເຊື້ອເຊີນນີ້ ຖືເປັນການປູທາງໄປສູ່ຄວາມກ້າວໜ້າທີ່ເປັນໄປໄດ້ໃນການພົວພັນສອງຝ່າຍ.ທັງສອງປະເທດກຳລັງພັດທະນາການຮ່ວມມືຢ່າງໃກ້ຊິດໃນຂອບເວທີສະຫະປະຊາຊາດ ແລະ ອົງການການເຄື່ອນໄຫວບໍ່ຮ່ວມກຸ່ມ. ອາແຊັກໄບຊານ, ເຊິ່ງເປັນປະທານຂອງອົງການການເຄື່ອນໄຫວບໍ່ຮ່ວມກຸ່ມຕັ້ງແຕ່ປີ 2019 ຫາ 2022 ແລະ ລາວ, ໃນຖານະທີ່ເປັນສະມາຊິກທີ່ມີການເຄື່ອນໄຫວ, ບົນພື້ນຖານການມີສ່ວນຮ່ວມນໍາກັນໃນຫຼາຍບັນຫາໃນທົ່ວໂລກ.

ການຮ່ວມມືດ້ານເສດຖະກິດ ແລະ ພື້ນຖານໂຄງລ່າງ: ເສັ້ນທາງການຂົນສົ່ງ ແລະ ໂອກາດໃໝ່ໆ: ອົງປະກອບທາງເສດຖະກິດຂອງສາຍພົວພັນລະຫວ່າງອາແຊັກໄບຊານ ແລະ ລາວ ຍັງຄົງບໍ່ພັດທະນາເທົ່າທີ່ຄວນ ເນື່ອງຈາກຄວາມຫ່າງໄກທາງພູມສາດ, ພາວະຂາດການພົວພັນໂດຍກົງລະຫວ່າງວົງການທຸລະກິດແລະ ຄວາມແຕກຕ່າງໃນໂຄງສ້າງເສດຖະກິດ. ຢ່າງໃດກໍຕາມ, ໃນໄລຍະເວລາທີ່ກຳລັງຟື້ນຟູ, ແມ່ນຂະແໜງການເສດຖະກິດ ທີ່ເລີ່ມສະແດງໃຫ້ເຫັນສັນຍານທີ່ມີຄວາມຫວັງທີ່ສຸດຂອງການຫັນປ່ຽນ, ສ່ວນໃຫຍ່ແມ່ນໄດ້ຮັບການອຳນວຍຄວາມສະດວກໂດຍບົດບາດຢ່າງຕັ້ງໜ້າຂອງອາແຊັກໄບຊານໃນການສົ່ງເສີມໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່. ເຫດການສຳຄັນທີ່ກຳນົດຄວາມສົດໃສດ້ານໃໝ່ເຫຼົ່ານີ້ແມ່ນຂໍ້ສະເໜີຂອງອາແຊັກໄບຊານຕໍ່ລາວເພື່ອເຂົ້າຮ່ວມໂຄງການເສັ້ນທາງການຂົນສົ່ງສາກົນເໜືອ-ໃຕ້. ເສັ້ນທາງນີ້, ຖືກອອກແບບມາເພື່ອເຊື່ອມຕໍ່ເອີຣົບເໜືອກັບອາຊີຕາເວັນອອກສຽງໃຕ້ຜ່ານທາງລົດໄຟຂອງອາແຊັກໄບຊານ, ອີຣານແລະ ຣັດເຊຍ, ເປັນຕົວແທນຂອງໂອກາດທາງຍຸດທະສາດສຳລັບລາວທີ່ບໍ່ມີຊາຍແດນຕິດກັບທະເລເພື່ອເຂົ້າເຖິງຕະຫຼາດເອີຣົບຢ່າງມີປະສິດທິພາບ ແລະ ປະສິດທິຜົນດ້ານຕົ້ນທຶນ. ໃນໄລຍະທຳອິດ, ເສັ້ນທາງດັ່ງກ່າວມີແຜນທີ່ຈະຂົນສົ່ງສິນຄ້າ 5 ລ້ານໂຕນຕໍ່ປີ ແລະ ເພີ່ມຂຶ້ນໄປເລື້ອຍໆ. ການເຊື່ອມໂຍງຂອງລາວເຂົ້າໃນໂຄງການນີ້ຈະຊ່ວຍໃຫ້ລາວມີຫຼາກຫຼາຍເສັ້ນທາງໃນການຂະຫຍາຍເສດຖະກິດ-ການຄ້າຂອງຕົນ, ຫຼຸດຜ່ອນການເພິ່ງພາອາໄສທ່າເຮືອພື້ນເມືອງຂອງອາຊີຕາເວັນອອກສຽງໃຕ້. ສຳລັບອາແຊັກໄບຊານ, ການເຂົ້າຮ່ວມຂອງລາວໃນໂຄງການເສັ້ນທາງການຂົນສົ່ງສາກົນເໜືອ-ໃຕ້ຈະຊ່ວຍເພີ່ມຄວາມສຳຄັນຂອງເສັ້ນທາງ ແລະ ເຮັດໃຫ້ກາຍເປັນເສັ້ນເລືອດແດງຂ້າມທະວີບຢ່າງແທ້ຈິງ, ເຊິ່ງສອດຄ່ອງກັບຈຸດສຸມຍຸດທະສາດຂອງອາແຊັກໄບຊານ ໃນການເສີມສ້າງສະຖານະພາບຂອງຕົນໃນຖານະເປັນສູນກາງການຂົນສົ່ງທີ່ສຳຄັນໃນຢູເຣເຊຍ, ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການຕ່າງໆເຊັ່ນ: ທາງລົດໄຟບາກູ-ທະບິລິຊີ-ຄາຣສ (Baku-Tbilisi-Kars railway).

ການວິເຄາະມູນຄ່າການຄ້າລະຫວ່າງສອງປະເທດສະແດງໃຫ້ເຫັນວ່າປະລິມານການຄ້າຍັງຄົງຢູ່ໃນລະດັບໜ້ອຍ ຫາ ປານກາງ. ອີງຕາມຄະນະກຳມະການສະຖິຕິຂອງອາແຊັກໄບຊານ, ມູນຄ່າການຄ້າໃນປີ 2023 ມີມູນຄ່າ 217,420$ ແລະ ສຳລັບເດືອນມັງກອນ-ກັນຍາ 2024 ແມ່ນ 234,010$, ສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກລາວ, ເຊິ່ງຊີ້ບອກເຖິງການມີສິນຄ້າພິເສດຂອງລາວໃນຕະຫຼາດອາແຊັກໄບຊານ, ແຕ່ຍັງເນັ້ນໃຫ້ເຫັນເຖິງທ່າແຮງອັນໃຫຍ່ຫຼວງທີ່ຍັງບໍ່ໄດ້ນຳໃຊ້ສຳລັບການສົ່ງອອກຂອງອາແຊັກໄບຊານ. ໃນພົບປະຂອງການນໍາລະດັບສູງສຸດ (ກອງປະຊຸມBRICS ທີ່ Kazan ສ.ຣັດເຊຍໃນເດືອນຕຸລາ 2024) ແລະ ລະດັບເອກອັກຄະລັດຖະທູດ (ໃນລະຫວ່າງການຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດອາແຊັກໄບຊານປະຈຳລາວ ຕໍ່ປະທານປະເທດລາວ), ຄວາມສຳຄັນຂອງການລົງທຶນຮ່ວມກັນ ແລະ ການພັດທະນາການຄ້າໄດ້ຖືກຍົກຂຶ້ນ ເເລະ ເນັ້ນໜັກຢ່າງຕໍ່ເນື່ອງ. ບັນດາຝ່າຍໄດ້ຕົກລົງເຫັນດີວ່າ ຄວາມພະຍາຍາມບັນລຸເປົ້າໝາຍແມ່ນມີຄວາມຈຳເປັນເພື່ອປົດລອັກທ່າແຮງນີ້: ການຈັດກອງປະຊຸມພາກທຸລະກິດ ແລະ ສ້າງການເຊື່ອມຕໍ່ໂດຍກົງລະຫວ່າງຫ້ອງການການຄ້າ ແລະ ຜູ້ປະກອບການ.ນອກເໜືອໄປຈາກການຂົນສົ່ງ ເເລະຂະແໜງການອື່ນໆທີ່ມີທ່າເເຮງສຳລັບການຮ່ວມມືທາງດ້ານເສດຖະກິດໄດ້ຖືກກຳນົດ, ສິ່ງເຫຼົ່ານີ້ລວມມີດ້ານກະສິກຳ, ພະລັງງານ ແລະ ການທ່ອງທ່ຽວ. ອາແຊັກໄບຊານ ມີປະສົບການທີ່ກ້າວໜ້າໃນດ້ານເຕັກໂນໂລຊີກະສິກຳ ແລະ ພະລັງງານແບບຍືນຍົງ, ເຊິ່ງສາມາດນຳໃຊ້ໄດ້ໃນລາວ. ທ່າແຮງການທ່ອງທ່ຽວຂອງທັງສອງປະເທດ, ເຖິງວ່າຈະມີຄວາມແຕກຕ່າງ, ກໍ່ເປັນສິ່ງທີ່ໜ້າສົນໃຈເຊັ່ນກັນ: ອາແຊັກໄບຊານສາມາດດຶງດູດນັກທ່ອງທ່ຽວລາວດ້ວຍສະຖານທີ່ປະຫວັດສາດ ແລະ ວັດທະນະທຳ ແລະ ພື້ນຖານໂຄງລ່າງທີ່ທັນສະໄໝ, ໃນຂະນະທີ່ລາວເປັນທີ່ສົນໃຈຂອງນັກທ່ອງທ່ຽວອາເເຊັກໄບຊານໃນຖານະເປັນຈຸດໝາຍປາຍທາງການທ່ອງທ່ຽວດ້ານນິເວດວິທະຍາ ແລະ ວັດທະນະທຳທີ່ເປັນເອກະລັກໃນອາຊີຕາເວັນອອກສຽງໃຕ້.

ການຮ່ວມມືດ້ານມະນຸດສະທຳ ແລະ ການສຶກສາ: ສາພານທີ່ສ້າງຂຶ້ນໂດຍປະຊາຊົນ: ການຮ່ວມມືດ້ານມະນຸດສະທໍາ ໂດຍສະເພາະການເກັບກູ້ລະເບີດບໍ່ທັນແຕກ ເປັນຂົງເຂດການຮ່ວມມືອີກອັນໜຶ່ງ, ໃນການຟືນຟູພື້ນຖານໂຄງລ່າງ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ ຈາກອົງການແຫ່ງຊາດເພື່ອການປະຕິບັດງານດ້ານລະເບີດຝັງດິນ (ANAMA) ຂອງອາແຊັກໄບຊານໃນລາວປີ 2024, ເຊິ່ງ ລາວ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກລະເບີດທີ່ຍັງບໍ່ທັນແຕກໃນໂລກ. ໃນຂະນະທີ່ມິຕິທາງດ້ານການເມືອງ ແລະ ເສດຖະກິດຂອງການພົວພັນສອງຝ່າຍໄດ້ພັດທະນາຢ່າງຫ້າວຫັນໃນໄລຍະທົດສະວັດທີ່ຜ່ານມາ, ຂົງເຂດການສຶກສາເປັນຕົວແທນຂອງພື້ນຖານທີ່ແຂງແກ່ນ ແລະ ເປັນເອກະລັກທີ່ວາງໄວ້ດົນນານກ່ອນໄລຍະເວລາ 2014-2024. ພື້ນຖານທາງປະຫວັດສາດຂອງການຮ່ວມມືນີ້ແມ່ນການສຶກສາຂະໜາດໃຫຍ່ຂອງນັກສຶກສາລາວຢູ່ມະຫາວິທະຍາໄລໃນ ອາແຊັກໄບຊານໃນຊ່ວງສະໄໝສະຫະພາບໂຊວຽດ. ໂດຍສະເພາະໃນຂອບສະມາຄົມມິດຕະພາບລາວ-ອາແຊັກໄບຊານ, ເຊິ່ງປະກອບດ້ວຍນັກສຶກສາລາວ ທີ່ຈົບການສຶກສາຈາກມະຫາວິທະຍາໄລໃນອາແຊັກໄບຊານ. ການຢ້ຽມຢາມຂອງສະມາຊິກຂອງສະມາຄົມມິດຕະພາບທີ່ບາກູ ແຕ່ວັນທີ 5 ຫາ 10 ພຶດສະພາ 2024, ເຊິ່ງຈັດໂດຍຄະນະກຳມະການເພື່ອເຮັດວຽກກັບຊາວອາເເຊັກໄບຊານຮ່ວມກັບສະຖານທູດຫວຽດນາມ, ເປັນຫຼັກຖານທີ່ຊັດເຈນບົງບອກເຖິງຄວາມມີຊີວິດຊີວາຂອງສາຍພົວພັນມະນຸດເຫຼົ່ານີ້. ສະມາຄົມດັ່ງກ່າວສາມາດປະຕິບັດໜ້າທີ່ການທູດສາທາລະນະໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ. ໃນລະດັບລັດຖະບານ, ໄດ້ມີການປະຕິບັດບາດກ້າວຢ່າງຫ້າວຫັນເພື່ອຟື້ນຟູການແລກປ່ຽນດ້ານການສຶກສາ. ທ່ານ ອານາຣ ອີມານົຟ(Anar Imanov)ເອກອັກຄະລັດຖະທູດອາແຊັກໄບຊານປະຈຳລາວ ໄດ້ພົບປະກັບທ່ານ ນາງ ເເສງເດືອນ ຫຼ້າຈັນມທະບູນ,ລັດຖະມົນຕີກະຊວງສຶກສາທິການຂອງລາວ ໃນວັນທີ 29 ພະຈິກ 2016ສອງຝ່າຍໄດ້ເນັ້ນໜັກເຖິງຄວາມພ້ອມໃນການຮ່ວມມືທີ່ຈະສືບຕໍ່ໃຫ້ທຶນການສຶກສາແກ່ນັກສຶກສາລາວ, ຊຶ່ງຂົງເຂດນີ້ຖືວ່າເປັນໜຶ່ງໃນຂົງເຂດທີ່ມີຄວາມໂດດເດັ່ນທີ່ສຸດສຳລັບການເພີ່ມທະວີສາຍພົວພັນໃນໄລຍະຍາວ.ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໄດ້ກາຍເປັນເວທີການຮ່ວມມືທີ່ມີນະວັດຕະກຳອີກອັນໜຶ່ງ. ປະເທດລາວໄດ້ສະແດງຄວາມຕັ້ງໃຈຢ່າງໜັກແໜ້ນທີ່ຈະຖອດຖອນບົດຮຽນປະສົບການຂອງອາແຊັກໄບຊານ ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ເຂົ້າຮ່ວມໃນໂຄງການແລວທາງການຂົນສົ່ງພາກເໜືອ-ໃຕ້, ດັ່ງທີ່ ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດຂອງລາວ ໄດ້ກ່າວໃນການສົນທະນາໃນກອງປະຊຸມການພັດທະນາແບບຍືນຍົງ(SDGs)ຄັ້ງທີ 4 ທີ່ ບາກູປີ 2024, ສອງຝ່າຍ ສັງເກດເຫັນຄວາມສຳຄັນຂອງການແລກປ່ຽນປະສົບການ, ລວມທັງບັນຫາສະເພາະຂອງການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ, ຊຶ່ງສະແດງໃຫ້ເຫັນວ່າລາວຖືວ່າອາແຊັກໄບຊານບໍ່ພຽງແຕ່ເປັນຄູ່ຮ່ວມງານໃນໂຄງການເສດຖະກິດເທົ່ານັ້ນ, ແຕ່ຍັງເປັນປະເທດທີ່ມີປະສົບການດ້ານການປົກຄອງ ແລະ ການພັດທະນາທີ່ຄຸ້ມຄ່າແກ່ການສຶກສາ.

ການວິເຄາະການເຄື່ອນໄຫວຂອງສາຍພົວພັນລະຫວ່າງ ລາວ-ອາແຊັກໄບຊານ ແຕ່ປີ 2014 ຫາ 2024 ຊີ້ໃຫ້ເຫັນວ່າສາຍພົວພັນເຫຼົ່ານີ້ໄດ້ຫັນປ່ຽນຈາກສະພາບ "ທ່າແຮງທີ່ບໍ່ມີການເຄື່ອນໄຫວ" ໄປສູ່ໄລຍະຂອງການພັດທະນາຢ່າງຫ້າວຫັນ ແລະ ຮອບດ້ານ. ໃນໄລຍະທົດສະວັດນີ້, ສາຍພົວພັນດັ່ງກ່າວໄດ້ພັດທະນາຈາກການຕິດຕໍ່ແບບບໍ່ເປັນປົກກະຕິ, ໂດຍອີງໃສ່ຄວາມຊົງຈຳທາງປະຫວັດສາດຂອງການຮ່ວມມືເຕ່ສະໄໝສະຫະພາບໂຊວຽດ, ໄປສູ່ການສ້າງຕັ້ງຄູ່ຮ່ວມມືຍຸດທະສາດທີ່ກວມເອົາດ້ານທາງການເມືອງ, ໂຄງການເສດຖະກິດແລະ ການແລກປ່ຽນດ້ານມະນຸດສະທຳ.ຕົວຂັບເຄື່ອນຫຼັກຂອງການເຄື່ອນໄຫວໃນທາງບວກນີ້ແມ່ນ: ຄວາມຮັບຮູ້ກ່ຽວກັບຄວາມສົມບູນດ້ານເສດຖະກິດ ແລະ ທ່າແຮງການຄົມມະນາຄົມຂອງສອງປະເທດ, ການທູດແບບມີການເຄື່ອນໄຫວ ແລະ ສິ່ງສຳຄັນ, ບົດບາດຢ່າງຫ້າວຫັນຂອງ "ປັດໄຈມະນຸດ".

ການລວມເອົາລາວໄວ້ໃນແລວທາງການຂົນສົ່ງພາກເໜືອ-ໃຕ້, ບໍ່ພຽງແຕ່ເປັນໂຄງການດ້ານເສດຖະກິດເທົ່ານັ້ນ, ແຕ່ເປັນທ່າເເຮງທາງຍຸດທະສາດທີ່ເປີດໂອກາດທາງດ້ານພູມສາດເສດຖະກິດໃໝ່ໃຫ້ກັບລາວ ແລະ ເສີມຂະຫຍາຍຄວາມສຳຄັນຂອງອາແຊັກໄບຊານໃນຖານະເປັນສູນກາງໃນ ຢູເຣເຊຍ.ການພັດທະນາແມ່ນຂຶ້ນກັບຫຼາຍປັດໃຈ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງກ່ຽວກັບແລວທາງການຂົນສົ່ງໃນທາງປະຕິບັດແມ່ນມີຄວາມຈຳເປັນ, ເຊິ່ງຈະຕ້ອງໄດ້ປຶກສາຫາລືຮ່ວມກັບຫຼາຍຝ່າຍທີ່ກ່ຽວຂ້ອງເຊັ່ນ: ຣັດເຊຍ ແລະ ອີຣານ. ການສ້າງສາຍພົວພັນໂດຍກົງລະຫວ່າງຊຸມຊົນທຸລະກິດຂອງສອງປະເທດເພື່ອເພີ່ມທະວີການຄ້າ ແລະ ຈັດຕັ້ງປະຕິບັດໂຄງການລົງທຶນຮ່ວມກັນໃນຂະແໜງກະສິກຳ, ພະລັງງານ ແລະ ການທ່ອງທ່ຽວແມ່ນມີຄວາມສຳຄັນຫຼາຍ, ການຟື້ນຟູໂຄງການທຶນການສຶກສາຢ່າງເປັນທາງການແມ່ນມີຄວາມຈຳເປັນ, ຮັບປະກັນຄວາມຕໍ່ເນື່ອງຂອງການເຊື່ອມຕໍ່ຂອງມະນຸດທີ່ເປັນເອກະລັກ.

ໃນສະພາບການຂອງການປ່ຽນແປງທົ່ວໂລກ - ການຄົ້ນຫາເສັ້ນທາງການຂົນສົ່ງໃໝ່, ການແບ່ງຂັ້ນຄຸ້ມຄອງຂອງລະບົບຕ່ອງໂສ້ການສະໜອງແລະ ການເນັ້ນໜັກໃສ່ການພັດທະນາແບບຍືນຍົງ - ການຮ່ວມມືລະຫວ່າງ ລາວ ເເລະ ອາແຊັກໄບຊານ ເປັນຕົວຢ່າງທີ່ຊັດເຈນວ່າລັດຂະໜາດກາງ ແລະ ຂະໜາດນ້ອຍສາມາດຊອກຫາຮູບແບບການຮ່ວມມືທີ່ເປັນປະໂຫຍດເຊິ່ງກັນແລະກັນໄດ້ແນວໃດ, ເສີມສ້າງຕຳແໜ່ງຂອງເຂົາເຈົ້າໃນເວທີສາກົນ. ການຮ່ວມມືນີ້, ໂດຍອີງໃສ່ຄວາມເປັນຈິງ ແລະ ການເຄົາລົບເຊິ່ງກັນແລະກັນ, ມີທ່າແຮງທຸກຢ່າງທີ່ຈະກາຍເປັນແບບຢ່າງທີ່ປະສົບຜົນສຳເລັດຂອງການພົວພັນລະຫວ່າງພາກພື້ນໃນໂລກຫຼາຍຂົ້ວ.

 

ຈົບ!

 

ຜູ້ຂຽນ: ທ່ານ ວັນຄຳ ເພັດໄພວັນ, ທ່ານ ມາເມດຊາດາ ກາມັນດາຣ ຊາຮິດ ໂອກລູ, ນັກສຶກສາປະລິນຍາໂທ ປີທີ 1, ມະຫາວິທະຍາໄລມິດຕະພາບປະຊາຊົນຣັດເຊຍ (ມົດສະກູ, ສ.ຣັດເຊຍ) ແລະ ທ່ານ ນາງ ຊາໂວຈິຊ ອານາສະຕາຊີ ດີມິດຣີວນາ, ນັກສຶກສາປະລິນຍາຕີປີທີ 3, ມະຫາວິທະຍາໄລລັດຖະບານກາງກາຊານ, (ລັດຕາຕາສະຖານ, ສ.ຣັດເຊຍ).