ປີ 2025 ຍທຂ ຈຳປາສັກ ບູລະນະ–ສ້ອມແປງທາງຫຼວງ 7 ເສັ້ນ ກວ່າ 512 ກິໂລແມັດ

ຕາມຂໍ້ມູນຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈໍາປາສັກ (ຍທຂ) ໃຫ້ຮູ້ວ່າ: ເສັ້ນທາງຫຼວງແຫ່ງຊາດພາຍໃນແຂວງຈຳປາສັກ ມີທັງໝົດ 7 ເສັ້ນ, ມີຄວາມຍາວ 631,52 ກິໂລແມັດ, ໃນນັ້ນມີ ເສັ້ນທາງເລກທີ 11, ຍາວ 51,26 ກິໂລແມັດ ເລີ່ມແຕ່ບ້ານຄໍາຕື້ ເຂດແດນແຂວງສາລະວັນ ຫາ ບ້ານສິງສຳພັນ ຫາ ບ້ານໃໝ່ ຫາ ບ້ານຊອນພາກ; ທາງເລກທີ 13 ໃຕ້ ຍາວ 201 ກິໂລແມັດ ເລີ່ມແຕ່ເຂດແດນແຂວງສາລະວັນ ຫາ ດ່ານໜອງນົກຂຽນ ເມືອງໂຂງ; ທາງເລກທີ 14, ຍາວ 137,46 ກິໂລແມັດ, ເລີ່ມແຕ່ແຍກທາງເລກ ທີ 16 ບ້ານຫ້ວຍເພັກ ເມືອງໂພນທອງ ຫາ ປາກເຊລຳເພົາ ເມືອງມູນລະປາໂມກ; ທາງເລກທີ 16A ຍາວ 51,60 ກິໂລແມັດ ແຕ່ແຍກທາງ 16 ປາກຊ່ອງ ຫາ ເຂດແດນແຂວງອັດຕາປີ; ທາງເລກທີ 16, ຍາວ 121,21 ກິໂລແມັດ ເລີ່ມແຕ່ດ່ານສາກົນວັງເຕົ່າ ຫາ ເຂດແດນແຂວງເຊກອງ; ທາງເລກທີ 18A, ຍາວ 30.5 ກິໂລແມັດ ເລີ່ມບ້ານ ຫຼັກ 84 ທາງເລກທີ 13 ໃຕ້ ຫາ ເຊຄຳພໍ ແລະ ທາງເລກທີ 20, ຍາວ 39 ກິໂລແມັດ ເລີ່ມແຕ່ບ້ານຫຼັກ 21 ແຍກ ທາງເລກທີ 16 ຫາ ເຂດແດນແຂວງສາລະວັນ.

ໃນປີ 2025 ຜ່ານມາ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຮັບແຜນບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ໃນຈໍານວນ 7 ເສັ້ນ, ໃນຄວາມຍາວບູລະນະຮັກສາ ແລະ ສ້ອມແປງ 512.12 ກິໂລແມັດ (ໄດ້ຕັດຊ່ວງໄລຍະທາງສໍາປະທານອອກ), ໄດ້ແບ່ງອອກເປັນ 10 ສັນຍາຮັບເໝົາ; ມີມູນຄ່າລວມສັນຍາ 40.17 ຕື້ກີບ; ມີແຜນຊຳລະປີ 2025 ຈໍານວນ 10.2 ຕື້ກີບ, ເຊິ່ງມີເສັ້ນທາງ ຄື: ທາງເລກທີ 11; ທາງເລກທີ 13 ໃຕ້ (2 ສັນຍາ), ທາງເລກທີ 14 (3 ສັນຍາ), ທາງເລກທີ 16,16A (ລວມເປັນສັນຍາດຽວ), ທາງເລກທີ 18A, ທາງເລກທີ 20 ແລະ ອະນາໄມຂົວຂ້າມນໍ້າຂອງປາກເຊ - ໂພນທອງ. ວຽກບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ມີອາຍຸສັນຍາຮັບເໝົາ 1 ປີ ແຕ່ເດືອນຕຸລາ 2025 ຫາ ເດືອນຕຸລາ 2026; ກຳນົດ 2 ໜ້າໃຫຍ່ ຄື: ວຽກເປັນປົກະຕິ (ແບບມອບເໝົາ) ແລະ ວຽກເປັນແບບກຳນົດ (ຕາມບໍລິມາດ) ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ແຕ່ຕົ້ນເດືອນ ຕຸລາ ປີ 2025 ເປັນມາຕົ້ນ, ໃນໄລຍະຜ່ານມາ ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ເຖິງວ່າການສ້ອມແປງເສັ້ນທາງ ຈະເລີ່ມຢູ່ໃນໄລຍະລະດູຝົນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງຈໍາປາສັກ ກໍໄດ້ເອົາໃຈໃສ່ຢ່າງໃກ້ສິດ, ຊຸກຍູ້ບັນດາບໍລິສັດຜູ້ຮັບເໝົາ ໃຫ້ສຸມໃສ່ແກ້ໄຂສ້ອມແປງ ເປັນຕົ້ນແມ່ນແກ້ໄຂສ້ອມແປງຕາບຂຸມໜ້າທາງ ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ; ພ້ອມນັ້ນ ກໍໄດ້ໃຫ້ບໍລິສັດລົງມີຂຸດຮື້ໜ້າທີ່ເປ້ເພໜັກ ລົງຊັ້ນພື້ນທາງໃໝ່ ແລະ ປູຢາງທັບ.

ມາຮອດປັດຈຸບັນນີ້ ເຫັນວ່າ ເສັ້ນທາງຫຼວງແຫ່ງຊາດແຕ່ລະເສັ້ນ ໄດ້ແກ້ໄຂສ້ອມແປງຊ່ວງທາງທີ່ເປ້ເພໜັກ ໄດ້ຫຼາຍໄລຍະທາງ ໃນຈໍານວນ 10 ສັນຍາ ເຊິ່ງຈັດຕັ້ງປະຕິບັດມີຄວາມຄືບໜ້າ ເທົ່າ 58% ທຽບໃສ່ມູນຄ່າສັນຍາທັງໝົດ, ມີເສັ້ນທາງເລກທີ 11 ບໍລິສັດ ວົງເພັດ ກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາ ແມ່ນໄດ້ສ້ອມແປງຖົມດິນຊັ້ນຮອງພື້ນທາງ ສໍາເລັດຕາມແຜນການ; ທາງເລກ 13S ເຂດແດນແຂວງສາລະວັນ - ບ້ານຜະລວງ ເມືອງປະທຸມພອນ, ບໍລິສັດ ຄໍາພົນ ກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາ, ໄດ້ສ້ອມແປງຂຸດຮື້ຊ່ວງເປ້ເພໜັກ ສໍາເລັດຕາມແຜນ ແລະ ສືບຕໍ່ຕາບຂຸມໜ້າທາງ; ທາງເລກ 13S ບ້ານຜະລວງ ເມືອງປະທຸມພອນ - ທາງເຂົ້າບ້ານເວີນຄາມ ເມືອງໂຂງ, ບໍລິສັດ ລັດວິສະຫະກິດ ກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າ ຄົບວົງຈອນ ໄຊສົມບູນ ເປັນຜູ້ຮັບເໝົາ; ໄດ້ສ້ອມແປງຂຸດຮື້ຊ່ວງເປ້ເພໜັກ ແລະ ສືບຕໍ່ຕາມຂຸມໜ້າທາງ; ທາງເລກ 14 ແຕ່ແຍກທາງເລກທີ 16 ບ້ານຫ້ວຍເພັກ ເມືອງໂພນທອງ - ບ້ານໂພນແພງ ເມືອງຈໍາປາສັກ, ບໍລິສັດ ຄໍາພົນ ກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາ, ໄດ້ປູຢາງສີດທັບໜ້າທາງທີ່ເປັນຮອຍແຫງ; ຕາບຂຸມໜ້າທາງ; ທາງເລກທີ 14 ແຕ່ບ້ານໂພນແພງ ເມືອງຈຳປາສັກ - ສີ່ແຍກເມືອງສຸຂຸມາ, ບໍລິສັດ ຕິໝື່ນເຮືອຄໍາ ກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາ, ໄດ້ສ້ອມແປງຂຸດຮື້ໄລຍະທາງເປ້ເພໜັກ ສຳເລັດຕາມແຜນ, ຖົມດິນດີໄລຍະທາງ 5.3 ກິໂລແມັດ (ຊ່ວງທາງນອກ) ໃຫ້ສໍາເລັດກ່ອນງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ; ທາງເລກທີ 14 ແຍກທາງ 14C ເມືອງມຸນລະປາໂມກ - ປາກເຊລຳເພົາ, ບໍລິສັດ ລັດວິສະຫະກິດ ກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າ ຄົບວົງຈອນ ໄຊສົມບູນ ເປັນຜູ້ຮັບເໝົາ, ໄດ້ຖົມດິນຊັ້ນຮອງພື້ນສໍາເລດຕາມແຜນ, ສືບຕໍ່ແກ້ໄຂຊຸມໜ້າທາງ; ທາງເລກ 16,16A (ຊ້ວງຂົວນໍ້າຂອງ - ບ້ານຫົວແຊ, ເມືອງປາກຊ່ອງ - ເຂດແດນເຊກອງ ແລະ ແຍກທາງ16 - ເຂດແດນອັດຕະປື, ບໍລິສັດ ລັດກໍ່ສ້າງຂົວທາງ ຄົບວົງຈອນ ເປັນຜູ້ຮັບເໝົາ; ໄດ້ສ້ອມແປງຂຸດຮື້ຊ່ວງເປ່ເພໜັກ ແລະ ສືບຕໍ່ຕາມຂຸມໜ້າທາງ; ແກ້ໄຂນໍ້າອອກບໍ່ໜ້າທາງຊ່ວງເຂດແດນອັດຕາປື; ທາງເລກ 20 ແຍກທາງ 16 ບ້ານຫຼັກ 21 - ເຂດແດນສາລະວັນ; ບໍລິສັດລັດ ກໍ່ສ້າງຂົວທາງ ຄົບວົງຈອນ ເປັນຜູ້ຮັບເໝົາ, ໄດ້ສ້ອມແປງຂຸດຮື້ຊ່ວງເປ້ເພໜັກ ສໍາເລັດຕາມແຜນ ພ້ອມທັງປູຢາງທັບ; ຕາບຂຸມໜ້າທາງ, ແກ້ໄຂນໍ້າອອກບໍ່ຕາມໜ້າທາງ ເສັ້ນທາງເຂດແດນແຂວງອັດຕະປື; ທາງເລກ 18A (ໄລຍະທາງແຕ່ແຍກທາງ 13 S ບ້ານຫຼັກ 48 - ຂົວເຊຄໍາພໍ ເຂດແດນອັດຕະປື, ບໍລິສັດລັດ ກໍ່ສ້າງ ແລະ ສ້ອມແປງຊົນລະປະທານແຂວງ ເປັນຜູ້ຮັບເໝົາ, ໄດ້ສ້ອມແປງກວດປັບໜ້າທາງ ແລະ ຖົມດິນດີ ຊັ້ນຮອງພື້ນທາງແຕ່ບ້ານຫຼັກ 48 ຫາ ບ້ານງຽດໂງ້ງ ແລະ ຈະສືບຕໍ່ປະຕິບັດ; ອະນາໄມປັດໜ້າຂົວຂ້າມນໍ້າຂອງປາກເຊ ໂພນທອງ (ຂົວລາວ - ຍີ່ປຸ່ນ), ບໍລິສັດ ຄໍາພົນ ກໍ່ສ້າງຂົວທາງໄດ້ຈັດຕັ້ງ ເປັນປົກະຕິ. ປັດຈຸບັນນີ້ເຫັນວ່າການສະພາບການສັນຈອນຕາມເສັ້ນທາງຫຼວງແຫ່ງຊາດສາມາດໄປມາໄດ້ສະດວກສະບາຍ. ໃນຕໍ່ໜ້ານີ້, ພະແນກໂຍທາທິການ ແລະ ຂົນສົ່ງແຂວງຈະໄດ້ສືບຕໍ່ລົງຊຸກຍູ້ໃຫ້ ບໍລິສັດຜູ້ຮັບເໝົາຈັດຕັ້ງປະຕິບັດແກ້ໄຂສ້ອມແປງເສັ້ນທາງທີ່ເປ້ເພ ໃຫ້ສໍາເລັດຕາມເປົ້າໝາຍ ແລະຕາມເງື່ອນໄຂຂອງສັນຍາ.

ຂ່າວ: ທູນທອງໃຈ