
ວັນທີ 28 ມັງກອນ 2026 ນີ້, ບໍລິສັດ ສຸພຣີມ ສະມາຕີ ບໍລິຫານກອງທຶນເພື່ອການລົງທຶນ ຈຳກັດ (ເອີ້ນຫຍໍ້ວ່າ “SS Fund") ໄດ້ຈັດພິທີເປີດດໍາເນີນການຢ່າງເປັນທາງການ ທີ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສຸລິສັກ ທ່ານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານ ສຽວສະຫວາດ ທີ່ລະກຸນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮຸ້ນ ທະນາຄານຮ່ວມພັດທະນາ ມະຫາຊົນ, ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ ພ້ອມດ້ວຍ ທ່ານ ພອນເພັດ ລີລິນ ປະທານ ບໍລິສັດ ສຸພຣີມ ສະມາຕີ ບໍລິຫານກອງທຶນເພື່ອການລົງທຶນ ຈຳກັດ ແລະ ທ່ານ ພົງສະຫວັດ ລືນາມ ຜູ້ອຳນວຍການ ບໍລິສັດ ສຸພຣີມ ສະມາຕີ ບໍລິຫານກອງທຶນເພື່ອການລົງທຶນ ຈຳກັດ, ລວມໄປເຖິງຕົວແທນຈາກ ທະນາຄານ ທຸລະກິດ, ບໍລິສັດຫຼັກຊັບ ແລະ ສະຖາບັນສື່ກາງອື່ນໆ.
ໃນພິທີ, ທ່ານ ນາງ ແພງສີ ແພງເມືອງ ໄດ້ກ່າວສະແດງຄວາມຍິນດີຕໍ່ການເປີດດໍາເນີນການຂອງ ບໍລິສັດ ສຸພຣີມ ສະມາຕິ ບໍລິຫານກອງທຶນ ເພື່ອການລົງທຶນ ຈຳກັດ ແລະ ກ່າວວ່າ ການສ້າງຕັ້ງ ແລະ ບໍລິຫານກອງທຶນ ເພື່ອການລົງທຶນຂອງລາວສາມາດກ້າວຈາກ “ສູນ ໄປສູ່ ໜຶ່ງ” ໄດ້ໃນມື້ນີ້ ເປັນຜົນສໍາເລັດທີ່ໄດ້ມາຢ່າງບໍ່ງ່າຍ. ໃນຂະບວນການກະກຽມກ່ອນໜ້ານີ້, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະຕະຫຼາດຫຼັກຊັບລາວ ໄດ້ດໍາເນີນວຽກງານຢ່າງຫຼາກຫຼາຍ ໂດຍສະເພາະດ້ານນິຕິກຳ ເຊິ່ງສະພາແຫ່ງຊາດໄດ້ອະນຸມັດປະກາດໃຊ້ ກົດໝາຍຫຼັກຊັບ (ສະບັບປັບປຸງ) ໃນເດືອນທັນວາ 2019 ແລະ ຕໍ່ມາໃນເດືອນມັງກອນ 2023 ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸຍາດປະກອບທຸລະກິດບໍລິຫານກອງທຶນ (ສະບັບປັບປຸງ). ນອກຈາກນັ້ນ, ໃນເດືອນທັນວາ 2024 ຕະຫຼາດຫຼັກຊັບລາວໄດ້ ຈັດຝຶກອົບຮົມ ແລະ ສອບເສັງພະນັກງານວິຊາຊີບກອງທຶນ ຮຸ່ນທໍາອິດເພື່ອສ້າງພື້ນຖານບຸກຄະລາກອນທີ່ຈຳເປັນ.
ທ່ານ ນາງ ແພງສີ ແພງເມືອງ ຍັງກ່າວຕື່ມວ່າ ໃນອີກ 10 ປີຂ້າງໜ້າ ເສດຖະກິດລາວຈະຟື້ນຟູ ແລະເຕີບໂຕຢ່າງວ່ອງໄວໂດຍສະເພາະແມ່ນ ອຸດສາຫະກຳພະລັງງານ, ແຮ່ທາດ, ການທ່ອງທ່ຽວ ແລະ ກະສິກຳ ຈະມີໂອກາດການ ພັດທະນາຫຼາຍທີ່ສຸດແບບທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ພ້ອມກັນກັບການຈັດຕັ້ງຄະນະກຳມະການປະຕິຮູບວິ ສາຫະກິດຂອງລັດໃນປີນີ້, ການປະຕິຮູບ ແລະນໍາເອົາວິສາຫະກິດຂອງລັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ ຈະຊ່ວຍສົ່ງເສີມການຂະຫຍາຍຕົວຂອງຕະຫຼາດທຶນລາວຢ່າງໄວວາ. ໃນປີນີ້, ຄະນະກຳມະການຄຸ້ມຄອງຫຼັກຊັບຍັງມີແຜນ ເຂົ້າເປັນສະມາຊິກອົງການສາກົນ ຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ເຊິ່ງຈະເປັນການເປີດທາງໃຫ້ອຸດສາຫະກຳກອງທຶນໂດຍສະເພາະການລົງທຶນເອກະຊົນ Private Fund ແລະ ການລົງທຶນຫຼັກຊັບ Equity Fund ຈະມີອະນາຄົດການເຕີບໂຕຢ່າງກວ້າງຂວາງ.
ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເຊື່ອໝັ້ນວ່າ ບໍລິສັດ ສຸພຣີມ ສະມາຕິ ບໍລິຫານກອງທຶນເພື່ອການລົງທຶນ ຈະອາໄສຈຸດແຂງ ຈາກຊ່ອງທາງລູກຄ້າ ຂອງທະນາຄານ JDB ປະສົມປະສານສານກັບ ປະສົບການໆລົງທຶນໃນຕະຫຼາດທຶນຂອງຜູ້ຖືຮຸ້ນຝ່າຍຈີນ ເພື່ອເຮັດໃຫ້ເກີດມີການສົ່ງເສີມເຊິ່ງກັນ ແລະກັນ. ພ້ອມກັນກັບການພັດທະນາທຸລະກິດກອງທຶນໃຫ້ປະສົບຜົນສໍາເລັດ.
ທ່ານ ພົງສະຫວັດ ລືນາມ ໄດ້ແນະນໍາວ່າ ບໍລິສັດ ສຸພຣີມ ສະມາຕິ ບໍລິຫານກອງທຶນເພື່ອການລົງທຶນ ຈຳກັດ ສ້າງຕັ້ງຂຶ້ນໃນວັນທີ 19 ພະຈິກ 2025 ໂດຍເປັນການຮ່ວມທຶນລະຫວ່າງ ບໍລິສັດ ຕ່ອມໄພນຽນ ການລົງທຶນ ຈຳກັດ ທີ່ມີເຈົ້າຂອງແມ່ນ ທ່ານ ລີ ຊຽວໜຶ່ງ ຜູ້ກໍ່ຕັ້ງ ບໍລິສັດກອງທຶນເອກະຊົນ ຊ່າງໄຮ້ ສຽວຢົງ ຈາກສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານ JDB, ບໍລິສັດມີທຶນຈົດທະບຽນ 30 ຕື້ກີບ ທີ່ຕັ້ງສຳນັກງານຢູ່ຊັ້ນ 1 ອາຄານສໍານັກງານ ໂຄງການອ້ອມອາຊີສາກົນ ເຂດເສດຖະກິດພິເສດ ບຶງທາດຫຼວງ. ໃນວັນທີ 2 ມັງກອນ 2026 ບໍລິສັດໄດ້ຮັບໃບອະນຸຍາດດໍາເນີນທຸລະກິດກອງທຶນຈາກຄະນະກຳມະການຄຸ້ມຄອງຫຼັກຊັບ ເປັນບໍລິສັດບໍລິຫານກອງທຶນ ເພື່ອການລົງທຶນ ແຫ່ງທໍາອິດທີ່ໄດ້ຮັບການອະນຸມັດຢ່າງເປັນທາງການໃນ ສປປ ລາວ ແລະສາມາດດໍາເນີນທຸລະກິດສ້າງຕັ້ງ ແລະບໍລິຫານກອງທຶນລົງທຶນຕາມກົດໝາຍຫຼັກຊັບ.
ວິໄສທັດຂອງ ບໍລິສັດ ສຸພຣີມ ສະມາຕິ ບໍລິຫານກອງທຶນເພື່ອການລົງທຶນ ຈໍາກັດ ແມ່ນການເປັນຂົວເຊື່ອມໂຍງລະຫວ່າງຕະຫຼາດທຶນ ສປປ ລາວ ແລະ ຕະຫຼາດທຶນສາກົນ ເພື່ອໃຫ້ “ຄົນລາວທຸກຄົນສາມາດລົງທຶນທົ່ວໂລກ ແລະນັກລົງທຶນທົ່ວໂລກສາມາດລົງທຶນໃນລາວ” ໂດຍມີພາລະກິດຫຼັກແມ່ນການສ້າງການເຕີບໂຕດ້ານຄວາມໝັ້ນຄົງ ແລະ ຍືນຍົງໃຫ້ແກ່ກອງທຶນ.
ສໍາລັບປີ 2026, ບໍລິສັດ ສຸພຣີມ ສະມາຕີ ບໍລິຫານກອງທຶນເພື່ອການລົງທຶນ ມີແຜນຈະເປີດຕົວຜະລິດຕະພັນກອງທຶນ 2 ປະເພດຫຼັກຄື: 1. ກອງທຶນ Private Equity Fund ເພື່ອເພີ່ມສະພາບຄ່ອງໃຫ້ແກ່ຮຸ້ນຂອງບໍລິສັດຈົດທະບຽນທີ່ມີຄຸນ ນະພາບໃນຕະຫຼາດທຶນລາວ; 2. ການຈັດຕັ້ງກອງທຶນລົງທຶນຫຼັກຊັບຕ່າງປະເທດພາຍໃຕ້ການຊີ້ນໍາ ແລະ ຄຸ້ມຄອງຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ແລະທະນາຄານກາງ ເພື່ອເປີດຊ່ອງທາງການລົງທຶນທີ່ຖືກຕ້ອງ ແລະຖືກກົດໝາຍໃຫ້ແກ່ອົງກອນ ແລະນັກລົງທຶນໂດຍມຸ່ງເນັ້ນໄປທີ່ຕະຫຼາດຮຸ້ນຂອງຈີນ, ຮົງກົງ ແລະສະຫະລັດອາເມລິກາ.
(ແຫຼ່ງຂ່າວ: ບໍລິສັດ ສຸພຣີມ ສະມາຕີ ບໍລິຫານກອງທຶນເພື່ອການລົງທຶນ ຈຳກັດ)