
(ສພຊ) - ໃນລະຫວ່າງວັນທີ 2-3 ກຸມພາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX ໄດ້ຈັດກອງປະຊຸມເຝິກອົມຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ເປັນເພດຍິງ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX, ກຳມະການອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ, ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະ ດັບຊາດ, ມີບັນດາທ່ານຜູ້ສະໝັ ຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກ 10 ແຂວງ ຄື: ນະຄອນ ຫຼວງວຽງຈັນ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ວຽງຈັນ ແລະ ໄຊສົມບູນ ລວມ 200 ກວ່າທ່ານ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນວ່າ: ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍເພື່ອຍົກລະດັບ ຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງ ສປປລາວ, ຄວາມໝາຍ, ຄວາມສຳຄັນ, ຈຸດປະສົງລະດັບຄາດໝາຍຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ສ້າງຄວາມເຂັ້ມແຂງດ້ານທັກສະການໂຄສະນາຫາສຽງ ໃຫ້ແກ່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາທີ່ເປັນເພດຍິງ; ສ້າງຄວາມຮູ້ພື້ນຖານກ່ຽວກັບມາລະຍາດທາງສັງ ຄົມ, ທັກສະການເວົ້າ, ພາສາກາຍ, ມາລະຍາດ ແລະ ການນຸ່ງຖື ໃນການລົງພົບປະປະຊາຊົນຜູ້ມີສິດເລືອກຕັ້ງ; ວິທີສ້າງຄວາມໝັ້ນໃຈໃນການໃຫ້ສຳພາດຕໍ່ສື່ມວນຊົນ. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ມີການເຝິກປະຕິບັດຕົວຈິງ ເພື່ອສ້າງຄວາມໝັ້ນໃຈ ແລະ ເປັນຄວາມຮູ້ພື້ນຖານໃຫ້ຜູ້ສະໝັກຮັບເລືອກຕັ້ງມີຄວາມພ້ອມໃນການລົງສູ່ສະໜາມເລືອກຕັ້ງ.
ກອງປະຊຸມໄດ້ຮັບຟັງທິດຊີ້ນຳຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່ຽວກັບວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍສະເພາະແມ່ນໄດ້ເຜີຍແຜ່ເນື້ອໃນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ສະບັບເລກທີ 16/ຄລຊ, ລົງວັນທີ 12 ມັງກອນ 2026 ກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາ ຊົນຂັ້ນແຂວງ ຊຸດທີ V. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍ ຄວາມສຳຄັນຂອງການເລືອກຕັ້ງ ກໍຄືການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງໃນເວທີການເມືອງ ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ເຝິກປະຕິບັດຕົວຈິງ ໃຫ້ສາມາດນຳເອົາບົດຮຽນຈາກກອງປະຊຸມເຝິກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການລົງຮັບສະໝັກເລືອກຕັ້ງເປັນ ສສຊ ແລະ ສສຂ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ສາມາດເລືອກໄດ້ ສສຊ ແລະ ສສຂ ເພດຍິງ ໃຫ້ໄດ້ 30% ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກແຜນງານເຊກ້າ ໄລຍະທີ II (CEGGA-phase II) ໂດຍຜ່ານອົງການເຮວວີຕັສ (Helvetas).
ທີ່ມາ: ຜູ້ແທນປະຊາຊົນ