ລັດຖະບານ ເລັ່ງກະກຽມກອງປະຊຸມໃຫຍ່ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ພ້ອມເນັ້ນໜັກການຍ້ອງຍໍຕ້ອງຖືກເປົ້າໝາຍ ແລະ ມີຄຸນນະພາບ

ຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ດຳເນີນກອງປະຊຸມປຶກສາຫາລື ແລະ ສ່ອງແສງຄວາມພ້ອມ ໃຫ້ແກ່ການກະກຽມກອງປະຊຸມສະ ຫລຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະປີ 2021-2025 ໃນວັນທີ 3 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ມີຮອງປະທານ, ຄະນະຊີ້ນຳລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດ ທະນາ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຂັ້ນສູນກາງ ເຂົ້າຮ່ວມແບບເຊິ່ງໜ້າ, ຕາງໜ້າຄະນະຊີ້ນຳວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ສະບັບເລກທີ 171/ປປທ, ລົງວັນທີ21ຕຸລາ 2025. ຈາກນັ້ນ, ກໍໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບຜິດ ຊອບສູງ ແລະ ກົງໄປກົງມາ ຕໍ່ບັນດາຮ່າງເອກະສານ ແລະ ຄໍາເຫັນເຈາະຈີ້ມ ຂອງທ່ານປະທານກອງປະຊຸມ ເປັນຕົ້ນ ຮ່າງດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບ ຜິດຊອບ ຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ; ຮ່າງແຜນດໍາເນີນງານ ຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະ ນາ ປີ 2026; ຮ່າງບົດສະຫລຸບການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະ ນາ ໄລຍະ 5 ປີຜ່ານມາ (2021-2025).

ໂອກາດນີ້, ທ່ານນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄດ້ມີຄຳເຫັນສັງຮວມເນື້ອໃນຂອງກອງປະຊຸມ, ພ້ອມທັງ ມີຄຳເຫັນເນັ້ນໜັກຕໍ່ຄະນະຊີ້ນຳລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຄົ້ນຄວ້າຊອກຫາສາເຫດແທ້ຈິງ ທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ, ລວມທັງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ໄລຍະຜ່ານມາ, ລວມທັງຫາງສຽງສັງຄົມຕໍ່ວຽກງານດັ່ງກ່າວ; ໃຫ້ກອງເລຂາຄະນະຊີ້ນຳລະດັບຊາດ ຄົ້ນຄວ້າປັບປຸງເນື້ອໃນບັນດາຮ່າງເອກະສານ ທີ່ນຳມາສະເໜີໃນກອງປະຊຸມຄັ້ງນີ້, ລວມທັງເອກະສານທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ, ເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບໄປລວງດຽວກັນຕື່ມ. ພ້ອມກັນນັ້ນ, ກໍກວດກາ ແລະ ຄົ້ນຄວ້າປັບປຸງວັດຖຸພັນຍ້ອງຍໍ ໃຫ້ມີຄວາມທົນທານ, ມີຄຸນນະພາບ, ຮູບຊົງສະຫງ່າງາມ ແລະ ມີລັກສະນະເຄັ່ງຂຶມກວ່າເກົ່າ, ທັງກວດກາຄືນຜະລິດຕະພັນຍ້ອງຍໍ ທີ່ໄດ້ຜະລິດໄວ້ແລ້ວ ເພື່ອຫລີກລ່ຽງການເສື່ອມຄຸນນະພາບ; ຮີບຮ້ອນຄົ້ນຄວ້າອອກຄຳແນະນໍາ ກ່ຽວກັບການຄັດເລືອກ, ການສະເໜີເປົ້າໝາຍ ບຸກຄົນ ແລະ ການຈັດຕັ້ງທີ່ດີເດັ່ນ ເພື່ອບໍ່ໃຫ້ມີການຍ້ອງຍໍຊໍ້າຊ້ອນ, ຮັບປະກັນຄວາມວ່ອງໄວ, ທັນການ ແລະ ຖືກຕ້ອງຕາມກົດໝາຍ; ສືບຕໍ່ກະກຽມກອງປະຊຸມສະຫລຸບຕີລາຄາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະ 2021-2025 ແລະ ທິດທາງແຜນການຮອດປີ 2030 ໂດຍເອົາໃຈໃສ່ດ້ານເນື້ອໃນ, ວັດຖຸພັນ(ຫລຽນ-ໃບຍ້ອງຍໍ), ງົບປະມານ ແລະ ຄັດເລືອກໄດ້ວຽກດີຄົນເດັ່ນແທ້; ໃຫ້ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຄຳແນະນໍາ ແລະ ແຈ້ງການຂອງຂັ້ນເທິງ ກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ, ແລ້ວຄົ້ນຄວ້າຜັນຂະຫຍາຍເປັນນິຕິກໍາຂັ້ນຂອງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ມີປະສິດທິພາບ ແລະ ປະສິດທິຜົນສູງ; ໃຫ້ຄະນະຊີ້ນໍາກະຊວງ, ອົງການ ແລະ ທ້ອງຖິ່ນ ກວດກາເປົ້າໝາຍທີ່ໄດ້ຮັບການປະດັບຫລຽນລະນຶກ 70 ປີ ຂອງພັກ ແຕ່ຍັງບໍ່ໄດ້ຮັບເງິນນະໂຍບາຍ ໂດຍສະເພາະ ພະນັກງານບໍານານ ເພື່ອສະ ຫລຸບລາຍງານຕໍ່ຂັ້ນເທິງ ໃຫ້ທິດຊີ້ນໍາໂດຍໄວ.