ລາວ-UAE ຮັດແໜ້ນສາຍພົວພັນດ້ານເສດຖະກິດ ເພື່ອຊຸກຍູ້ການຄ້າແລະການລົງທຶນ

ນະຄອນດູໄບ - ສະຫະນະຄອນ ອາເມຣັດ ອາຣັບ, ໃນລະຫວ່າງວັນທີ 02-06 ກຸມພາ 2026, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ແລະ ທ່ານ ຈັນທອນ ສິດທິໄຊ ຮອງປະທານ ສຄອຊ ໄດ້ນຳພາຄະນະທຸລະກິດຈຳນວນ 3-4 ພາກສ່ວນ ຈາກຂະແໜງການຄ້າ, ທ່າບົກທ່ານາແລ້ງ Dry port, ທະນາຄານຄຳ, ທະນາຄານ, ທາງດ່ວນ Railway ເດີນທາງຕິດຕາມຄະນະທາງການ ຂອງ ພະນະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຂັ້ນນຳບັນດາກະຊວງ ການເງີນ, ກະຊວງ ເຕັກໂນໂລຊີ, ກະຊວງ ອຸດສາຫະກຳແລະການຄ້າ, ກະຊວງ ການຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ 2026.
ໃນໂອກາດດັ່ງກ່າວ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະພາການຄ້າ Sharjar ແລະ ກຸ່ມບໍລິສັດ PTL ແລະ ບໍລິສັດ Gulftainer ໄດ້ຮ່ວມກັນຈັດກອງປະຊຸມພົບປະທຸລະກິດ Sharjar-Laos Roundtable, ໃນວັນທີ 04 ກຸມພາ 2026, ທີ່ Sharjar Chamber of Commerce(UAE)
- ຝ່າຍລາວໃຫ້ກຽດກ່າວມີຄຳເຫັນກອງປະຊຸມດັ່ງກ່າວ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດກ່າວມີຄຳເຫັນຕໍ່ກອງປະຊຸມໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
- ຝ່າຍ UAE ກ່າວຕ້ອນຮັບໂດຍ ໂດຍ ພະນະທ່ານ Abdallah Sultan Al Owais, ປະທານ ສະພາການຄ້າ Sharjar, ທ່ານ Farid Belbouab CEO ບໍລິສັດ Gulftainer
ນອກນີ້, ພາຍໃນງານຍັງມີຜູ້ເຂົ້າຮ່ວມຈາກພາກລັດຂອງລາວ ແລະ UAE ກໍຄືບັນດາ ທ່ານ ລັດຖະມົນຕີ ປະຈຳ ກະຊວງ ການເງີນ , ລັດຖະມົນຕີ ກະຊວງ ເຕັກໂນໂລຊີ , ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ຮອງຜູ້ວ່າ ທະນາຄານແຫ່ງຊາດລາວ, ທ່ານເອກອັກຄະລັດຖະທູດລາວ ປະຈໍາ ຄູເວດ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງຫານລົງທືນ ພ້ອມທັງກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸລະກິດຈາກລາວ ແລະ UAE ເຂົ້າຮ່ວມໃນງານປະມານ 60 ກວ່າທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນ: ເພື່ອເປັນໂອກາດໃນການຮັດແໜ້ນສາຍພົວພັນດ້ານການຄ້າ, ດຶງດູດການລົງທຶນ ແລະ ການຄ້າລະຫວ່າງສອງພາກທຸລະກິດ ພ້ອມກັນນັ້ນ ຍັງເປັນການເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ມີໂອກາດພົບປະແລກປ່ຽນກັນໃນຂະເເໜງ ຂົນສົ່ງ-ໂລຈິສຕິກ, ທ່າບົກ-ທ່າເຮືອ, ສ້າງເສັ້ນທາງດ່ວນ, ຂະເເໜງ ອຸດສາຫະກຳປຸງເເຕ່ງເເບບທັນສະໄຫມ ເເລະ ອື່ນໆ.
ນອກຈາກນີ້, ຍັງມີການຈັດພິທີເຊັນບົດບັນທືກຄວາມເຂົ້າໃຈ ຈຳນວນ 02 ສະບັບ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກັບ ສະພາການຄ້າ Sharjar ແລະ PTL holding ຮ່ວມກັບ ບໍລິສັດ Gulftainer ເພື່ອຫັດແໜ້ນສາຍພົວພັນແລກປ່ຽນ ເຊີ່ງກັນ ແລະ ກັນ ທາງດ້ານການຄ້າ - ການລົງທືນ ລະຫວ່າງ ພາກທຸລະກິດ ລາວ-UAE,
ກອງປະຊຸມໃນຄັ້ງນີ້, ເປັນເວທີໃຫ້ແກ່ບັນດານັກລົງທຶນຈາກ UAE ທີ່ມີຄວາມສົນໃຈຢາກມາລົງທຶນໃນ ສປປ ລາວ ໄດ້ຮັບຮູ້ກ່ຽວກັບໂອກາດ ແລະ ນະໂຍບາຍການລົງທຶນຢູ່ ສປປ ລາວ ແລະ ຢ້ຽມຢາມໄປມາຫາສູ່ກັນໃນອານາຄົດຂ້າງໜ້າ.