ສປປ ລາວ ແລະພາກທຸລະກິດຊັ້ນນໍາ ຂອງ ສະຫະນະຄອນ ເອເມຣັດ ອາຣັບ ເຊັນບົດບັນທຶກຄວາມເຂົ້າໃຈ

  ໃນໂອກາດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈຳປີ 2026 ທີ່ ນະຄອນດູໄບ ປະເທດສະຫະນະຄອນ ເອເມຣັດ ອາຣັບ. ໃນວັນທີ 3 ກຸມພາຜ່ານມາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະພາກທຸລະກິດຊັ້ນນໍາຂອງ ສະຫະນະຄອນ ເອເມຣັດ ອາຣັບ ຈໍານວນ 2 ສະບັບ ຄື: 1). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືເພື່ອການພັດທະນາໂຄງການສູນກາງດີຈີຕອນ ແລະ ປັນຍາປະດິດອາຊຽນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດກອງທຶນ Menas Capital LLC. ສະບັບທີ 2, ບົດບັນທຶກຄວາມເຂົ້າໃຈທາງດ້ານຍຸດທະສາດ ວ່າດ້ວຍຄວາມປອດໄພທາງໄຊເບີ ແລະລະບົບນິເວດການເງິນດີຈີຕອນ ລະຫວ່າງ ກະຊວງການເງິນ ແລະ ກຸ່ມບໍລິສັດ Kaspersky ຕາເວັນອອກກາງ. ການເຊັນສັນຍາ ຮ່ວມມືສອງສະບັບດັ່ງກ່າວນີ້ ແມ່ນການວາງຮາກຖານອັນໜັກແໜ້ນ ເພື່ອເຮັດໃຫ້ ສປປ ລາວ ກ້າວໄປພ້ອມກັບກະແສການປ່ຽນແປງຂອງໂລກ ແລະ ຈະເປັນກຸນແຈສໍາຄັນໃນການສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການເຮັດທຸລະກໍາ ແລະ ການບໍລິຫານລັດທີ່ທັນສະໄໝ. ພ້ອມທັງຈະຊ່ວຍໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ທາງດ້ານເຕັກນິກ ແລະ ສ້າງມາດຕະຖານຄວາມປອດໄພລະດັບສາກົນ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ຜູ້ປະກອບການຢ່າງທົ່ວເຖິງ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມຄັ້ງນີ້ ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

    ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ເປັນຂີດໝາຍສໍາຄັນເພື່ອຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດພ້ອມທັງເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ຊຶ່ງເປັນຂີດໝາຍໃໝ່ແຫ່ງການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະການລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ນໍາອີກດ້ວຍ.