10 ທ່ານຜູ້ສະໝັກ ສສຊ ເຂດທີ 12 ‎ພ້ອມເປັນຂົວຕໍ່ໃຫ້ປະຊາຊົນ ຫາກໄດ້ຮັບເລືອກຕັ້ງເປັນ ສສຊ

ໃນວັນທີ 18 ກຸມພາ 2026, ທ່ານ ສີສຸພັນ ມະຫາວົງ ຮອງເລຂາຄະນະພັກແຂວງເຊກອງ ໄດ້ນໍາພາຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ຈໍານວນ 10 ທ່ານ, ຍິງ 2 ທ່ານ ລົງພົບປະ ແລະ ສະເໜີຕົວ ຕໍ່ຜູ້ມີສິດເລືອກຕັ້ງຢູ່ 2 ຈຸດ ຄື: ວັດຫລວງແຂວງເຊກອງ ແລະ ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງເຊກອງ.
 
ໂອກາດນີ້, ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງ ກໍໄດ້ຜັດປ່ຽນກັນຂຶ້ນນໍາສະເໜີປະຫວັດການເຄື່ອນໄຫວ, ແນວຄວາມຄິດ, ວິໄສທັດ ແລະ ຄວາມພ້ອມໃນການເປັນຕົວແທນຂອງປະຊາຊົນ ຫາກໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການເລືອກຕັ້ງໃຫ້ເປັນ ສສຊ ຊຸດທີ X, ກໍ່ຈະສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດພາລະບົດບາດເປັນຕົວແທນ ແລະ ເປັນຂົວຕໍ່ໃຫ້ພໍ່ແມ່ປະຊາຊົນ ໃນການຮັບຟັງ ແລະ ນໍາເອົາຄໍາຄິດຄໍາເຫັນ, ຄໍາສະເໜີ ກໍຄື ບັນຫາຕ່າງໆທີ່ປະຊາຊົນໃຫ້ຄວາມສົນໃຈ ໄປສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານ ກໍຄື ຂະແໜງການກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ, ອະທິບາຍຊີ້ແຈງ ແລະ ຫາວິທີແກ້ໄຂ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເປັນກ້າວໆ.
 
ການເລືອກຕັ້ງຄັ້ງນີ້, ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 76,910 ຄົນ ເພີ່ມຂຶ້ນຈາກຊຸດທີຜ່ານມາ 7,126 ຄົນ; ມີຜູ້ອອກສະໝັກຮັບເລືອກຕັ້ງ ເປັນ ສສຊ ຊຸດທີ X ຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ ແລະມີຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຂ ຈໍານວນ 33 ທ່ານ, ເລືອກເອົາ 25 ທ່ານ.
ຂ່າວ: ສັນຍາ