ເປີດໃຫ້ບໍລິການແລ້ວ! ບໍລິສັດ ໂຊກທະວີ ການຄ້າ ເປີດສາຂາໃໝ່

ເພື່ອຕອບ ສະຫນອງຄວາມຮຽກຮ້ອງຕ້ອງການລູກຄ້າບໍລິການທົ່ວເຖິງ  ວັນທີ 19 ກຸມພາ 2026 ບໍລິສັດ ໂຊກທະວີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ຜູ້ນຳດ້ານທຸລະກິດຂາຍສົ່ງ-ຂາຍຍ່ອຍເຄື່ອງອຸປະໂພກ ແລະ ບໍລິໂພກແຖວໜ້າຂອງລາວ , ໄດ້ຈັດພິທີເປີດຕົວສາຂາໃໝ່ “ສາຂາໜອງແຕ່ງ” ຕັ້ງຢູ່ບ້ານ ໜອງແຕ່ງ ເມືອງສີໂຄດ ນະຄອນຫຼວງວຽງຈັນ  ຢ່າງເປັນທາງການ ໂດຍການເປັນປະທານເປີດງານຂອງ ທ່ານ ໂຊກທະວີ ຫຼວງລາດ, ປະທານບໍລິສັດ ໂຊກທະວີ ການຄ້າ, ທ່ານ ນາງ ຄໍາຜົງ ຫຼວງລາດ ຮອງປະທານບໍລິສັດ, ທ່ານ ສິນທະນູ ຈັນທະສຸກ ຜູ້ອໍານວຍການໃຫຍ່ ບໍລິສັດ ໂຊກທະວີການຄ້າ, ທ່ານ ນາງ ກິດຕິຍາ ຫຼວງລາດ ຜູ້ອໍານວຍການຝ່າຍການຄ້າ ພ້ອມດ້ວຍຄະນະບໍລິຫານ, ບັນດາຄູ່ຄ້າທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

   ບໍລິສັດ ໂຊກທະວີ ການຄ້າການເປີດສາຂາໃນຄັ້ງນີ້ ຖືເປັນການກ້າວເຂົ້າສູ່ປີທີ 17 ແຫ່ງການເຕີບໂຕຢ່າງແຂງແຮງ ພ້ອມຍົກລະດັບໃຫ້ເປັນ Super Market ທີ່ທັນສະໄໝ ແລະ ຄົບວົງຈອນທີ່ສຸດ.

    ສຳລັບສາຂາເປີດບໍລິການໃຫມ່ຈຸດເດັ່ນມີຫຼາຍກວ່າຮ້ານຄ້າທົ່ວໄປ ທ່ານ ໂຊກທະວີ ຫຼວງລາດ ໄດ້ກ່າວເນັ້ນໃນພິທີວ່າ ສາຂາໃໝ່ນີ້ຖືກອອກແບບພາຍໃຕ້ຄອນເຊັບທີ່ແຕກຕ່າງຈາກ Super Market ທົ່ວໄປ: ມີພື້ນທີ່ກວ້າງຂວາງ: ເນັ້ນຄວາມສະດວກສະບາຍດ້ວຍບ່ອນຈອດລົດທີ່ຮອງຮັບລູກຄ້າໄດ້ຈຳນວນຫຼາຍ, ມີຄວາມທັນສະໄໝ ແລະ ຫຼາກຫຼາຍ: ພາຍໃນມີການຕົບແຕ່ງທີ່ທັນສະໄໝ, ແບ່ງໂຊນສິນຄ້າຢ່າງຈະແຈ້ງ ບໍ່ວ່າຈະເປັນ ອາຫານສົດ, ອາຫານແຫ້ງ, ເຄື່ອງໃຊ້ໃນຄົວເຮືອນ, ອຸປະກອນເອເລັກໂທຣນິກ, ສິນຄ້າເພື່ອສຸຂະພາບ ແລະ ຄວາມງາມ, ພິເສດ ມີຕະຫຼາດສົດບໍລິການຢູ່ທາງດ້ານຫຼັງ ເພື່ອຕອບໂຈດທຸກຄວາມຕ້ອງການຂອງແມ່ບ້ານ ແລະ ລູກຄ້າໃນເຂດດັ່ງກ່າວ.

ວິໃສທັດ "ຮ້ານຄ້າຂອງຄົນລາວ ເພື່ອຄົນລາວ" ຕະຫຼອດ 17 ປີທີ່ຜ່ານມາ, ບໍລິສັດ ໂຊກທະວີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຈາກຮ້ານຂາຍເຄື່ອງທົ່ວໄປສູ່ການເປັນ Super Market ທີ່ມີເຖິງ 16 ສາຂາ ທົ່ວນະຄອນຫຼວງວຽງຈັນ. ບໍລິສັດຍັງຄົງຢຶດໝັ້ນໃນສະໂລແກນ "ຄົບ ຖືກ ດີ ມາທີ່ໂຊກທະວີເທົ່ານັ້ນ" ໂດຍໃຫ້ຄວາມສຳຄັນກັບການພັດທະນາການບໍລິການ, ສ້າງຄວາມສຳພັນທີ່ດີກັບຄູ່ຄ້າ ແລະ ພັດທະນາບຸກຄະລາກອນໃຫ້ມີຄວາມກ້າວໜ້າ.

ຊຶ່ງປັດຈຸບັນ, ສາຂາ ໜອງແຕ່ງ ຕັ້ງຢູ່ບ້ານ ໜອງແຕ່ງ ເມືອງສີໂຄດ ນະຄອນຫຼວງວຽງຈັນ ພ້ອມແລ້ວທີ່ຈະໃຫ້ບໍລິການລູກຄ້າທຸກທ່ານ ດ້ວຍໂປຣໂມຊັ່ນສຸດພິເສດ ແລະ ຂອງແຈກຂອງແຖມຢ່າງຫຼາກຫຼາຍ.