ເຊກອງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຕ້ອນຮັບບັ້ນເລືອກຕັ້ງ ສສຊ ແລະ ສສຂ

ຕອນເຊົ້າວັນທີ 19 ກຸມພາ ນີ້, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ອະນຸກາມະການໂຄສະນາ ແລະປຸກລະດົມຂະບວນການ ບັ້ນເລືອກຕັ້ງ ສສຊ ແລະ ສສຂ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ “ ຂະບວນຍ່າງເພື່ອຂໍ່ານັບຮັບຕ້ອນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ແຂວງເຊກອງ ” ຊຶ່ງນໍາພາໂດຍ ທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງ, ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະປະຈໍາ, ກໍາມະການພັກແຂວງ, ຜູ້ສະໝັກເລືອກຕັ້ງ ສສຊ, ສສຂ, ພະນັກອາວຸໂສບໍານານ, ຫົວໜ້າ-ຮອງພະແນກ, ອົງການທຽບເທົ່າ, ລັດວິສາຫະກິດ ພາຍໃນແຂວງເຂົ້າຮ່ວມ.
ທ່ານ ບຸນຫລາຍ ບຸດທິ ເວົ້າວ່າ: ເພື່ອເຮັດໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສໍາເລັດຕາມລະດັບຄາດໝາຍ ແຕ່ລະພາກສ່ວນ ຕ້ອງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ບັນດາອະນຸ ຕ້ອງກຽມພ້ອມຮອບດ້ານທຸກເງື່ອນໄຂ ແລະ ທີ່ສໍາຄັນ ຜູ້ມີສິດເລືອກຕັ້ງ ຕ້ອງພ້ອມກັນໄປໃຊ້ສິດໃຊ້ສຽງຂອງຕົນຢ່າງຄົບຖ້ວນໃນການເລືອກເອົາ ສສຊ, ສສຂ ຜູ້ທີ່ມີຄວາມຮູ້ຄວາມສາມາດ ໄປປະຕິບັດໜ້າທີ່ຕາມຊາດຮຽກຮ້ອງຕ້ອງການ; ພ້ອມນີ້, ຄະນະພັກທຸກຂັ້ນ ຕ້ອງເປັນເຈົ້າການເປັນກະບອກສຽງ ເພື່ອນໍາເອົາກົດໝາຍ ແລະ ເອກະສານກ່ຽວກັບການ ເລືອກຕັ້ງໄປໂຄສະນາ, ເຜີຍແຜ່ໃຫ້ກວ້າງຂວາງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ, ເລິກເຊິ່ງ ປະກອບສ່ວນເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ບັນລຸຄາດໝາຍ 400%.
ທ່ານ ຈັນໄທ ຄໍາມະນີວົງ ຄະນະອະນຸກໍາມະການໂຄສະນາ ແລະປຸກລະດົມຂະບວນການ ກ່າວວ່າ: ຈຸດປະສົງໃນການຈັດຂະບວນຍ່າງເພື່ອສຸຂະພາບໃນຄັ້ງນີ້ ກໍເພື່ອສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ຕິດພັນກັບການສ້າງຂະບວນການຮອບດ້ານ ເພື່ອຂໍານັບຮັບຕ້ອນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ແຂວງເຊກອງ ໃຫ້ມີຂະບວນຟົດຟື້ນ, ເຊິ່ງໃນວັນທີ 22 ກຸມພາ 2026 ນີ້ ກໍແມ່ນເປັນວັນປະຫວັດສາດອີກວັນໜຶ່ງຂອງຊາດລາວເຮົາ ທີ່ປະຊາຊົນ ຜູ້ມີສິດເລືອກຕັ້ງ ຈະຕ້ອງໄດ້ໄປໃຊ້ສິດອັນຊອບທໍາ, ສິດຄວາມເປັນເຈົ້າຂອງອໍານາດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ໄປເລືອກຕັ້ງເອົາ ສສຊ, ສສຂ ທີ່ເປັນຕົວແທນຂອງປະຊາຊົນ ເຂົ້າໄປເຮັດໜ້າທີ່ຕາມພາລະບົດບາດ ໃນສະພາແຫ່ງຊາດ, ສະພາປະຊາຊົນແຂວງ.
ຂະບວນຍ່າງເພື່ອສຸຂະພາບນີ້ ແມ່ນເລີ່ມຈາກຫ້ອງວ່າການແຂວງ ໄປຫາສະພາສະພາປະຊາຊົນແຂວງ ຫາ 4 ແຍກວັດຫຼວງ ແລ້ວໄປຕາມເສັ້ນທາງຫລັກເທສະບານແຂວງ ຈົນຮອດກອງບັນຊາການ ປກສ ແຂວງ ແລ້ວກັບຄືນສູ່ຈຸດເລີ່ມຕົ້ນ.
ຂ່າວ:ພຸດທະສອນ