ເດືອນມັງກອນ ທົ່ວປະເທດ ມີອຸບັດເຫດເກີດຂຶ້ນຫຼາຍກວ່າ 800 ລາຍ ເສຍຊີວິດ 113 ຄົນ

ອີງຕາມຂໍ້ມູນທີ່ພະແນກໂຄສະນາ ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ວ່າ: ເດືອນມັງກອນ 2026 ທົ່ວປະເທດ ມີອຸບັດເຫດເກີດຂຶ້ນຕາມທ້ອງຖະໜົນທັງໝົດ 801 ລາຍ ທຽບໃສ່ເດືອນທັນວາ 2025 ເພີ່ມຂຶ້ນ 235 ລາຍ, ມີພາຫະນະເປ່ເພ 1,435 ຄັນ ເພີ່ມຂຶ້ນ 394 ຄັນ ມີຄົນໄດ້ຮັບບາດເຈັບ 1,149 ຄົນ ຍິງ 447 ຄົນ, ເພີ່ມຂຶ້ນ 232 ຄົນ ແລະ ມີຄົນເສຍຊີວິດ 113 ຄົນ ຍິງ 37 ຄົນ ເພີ່ມຂຶ້ນ 27 ຄົນ.
ສຳລັບແຂວງທີ່ເກີດອຸບັດເຫດຄື:
#ນະຄອນຫຼວງວຽງຈັນ 128 ລາຍ, ແຂວງວຽງຈັນ 99 ລາຍ, ແຂວງຈຳປາສັກ 98 ລາຍ, ແຂວງສະຫວັນນະເຂດ 93 ລາຍ, ແຂວງບໍລິຄຳໄຊ 61 ລາຍ, ແຂວງຫຼວງນໍ້າທາ ແລະ ແຂວງອັດຕະປື ແຂວງລະ 43 ລາຍ, ແຂວງຫຼວງພະບາງ 38 ລາຍ, ແຂວງອຸດົມໄຊ 33 ລາຍ, ແຂວງໄຊຍະບູລີ 33 ລາຍ, ແຂວງສາລະວັນ 26 ລາຍ, ແຂວງໄຊສົມບູນ 20 ລາຍ, ແຂວງຄຳມ່ວນ 18 ລາຍ, ແຂວງບໍ່ແກ້ວ 17 ລາຍ, ແຂວງຜົ້ງສາລີ 16 ລາຍ, ແຂວງຊຽງຂວາງ ແລະ ແຂວງເຊກອງ ແຂວງລະ 14 ລາຍ, ທາງດ່ວນ 6 ລາຍ, ແຂວງຫົວພັນ 5 ລາຍ ແລະ ສາມຫຼ່ຽມຄຳ 2 ລາຍ.
ແຂວງທີ່ມີຜູ້ເສຍຊີວິດຄື:ນະຄອນຫຼວງວຽງຈັນ 27 ຄົນ, ແຂວງສະຫວັນນະເຂດ 14 ຄົນ, ແຂວງບໍລິຄຳໄຊ 9 ຄົນ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ແຂວງລະ 8 ຄົນ, ແຂວງອຸດົມໄຊ ແລະ ແຂວງຈຳປາສັກ ແຂວງລະ 7 ຄົນ, ແຂວງຊຽງຂວາງ 6 ຄົນ, ແຂວງບໍ່ແກ້ວ ແລະແຂວງຄຳມ່ວນ ແຂວງລະ 5 ຄົນ, ແຂວງຫຼວງນໍ້າທາ ສາລະວັນ ແລະ ແຂວງອັດຕະປືແຂວງລະ 4 ຄົນ, ແຂວງໄຊຍະບູລີ 3 ຄົນ ແລະ ແຂວງໄຊສົມບູນ 1 ຄົນ. ແຂວງທີ່ບໍ່ມີຄົນເສຍຊີວິດຈາກການເກີດອຸບັດເຫດມີແຂວງຜົ້ງສາລີ ຫົວພັນ ແລະ ແຂວງເຊກອງ ຄິດເປັນມູນຄ່າຄວາມເສຍຫາຍຈາກການເກີດອຸບັດເຫດເດືອນມັງກອນ 2026 ມີທັງໝົດ 31,54 ຕື້ກີບ ທຽບໃສ່ເດືອນທັນວາ 2026 ເພີ່ມຂຶ້ນ 4,63 ຕື້ກີບ.