
ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ທຸ້ມງົບກວ່າ 17 ລ້ານໂດລາ ຂະຫຍາຍໂຄງລ່າງ 5G ແລະ FTTH, ຕັ້ງເປົ້າສ້າງລາຍຮັບປີ 2026 ໃຫ້ໄດ້ 2,600 ຕື້ກີບ.
ໃນວັນທີ 20 ກຸມພາ 2026 ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2025 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ T-Plus ແລະ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ເຂົ້າຮ່ວມ.
ໃນພິທີ, ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານດຳເນີນທຸລະກິດໃນປີ 2025 ແລະ ທິດທາງແຜນການໃນປີ 2026 ວ່າ: ຜົນງານພົ້ນເດັ່ນທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນ: ໄດ້ລົງທຶນຂະຫຍາຍຕາໜ່າງ ລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 17.78 ລ້ານໂດລາສະຫະລັດ; ປັດຈຸບັນ ລລທ ມີສະຖານີມືຖື 2G, 3G, 4G, 4.5G ຄວບຄຸມພື້ນທີ່ປະຊາກອນທົ່ວປະເທດ ແລະ ນອກຈາກນັ້ນຍັງມີ 5G ໃຫ້ບໍລິການຢູ່ບັນດາຕົວເມືອງໃຫຍ່ ແລະ ມີບໍລິອິນເຕີເນັດຄົວເຮືອນ ຄວາມໄວສູງ FTTH ໃຫ້ບໍລິການທົ່ວປະເທດ.
ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໄຈຫຼັກທີ່ພັກດັນໃຫ້ກຸ່ມບໍລິສັດ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າໃຊ້ບໍລິການຕົວຈິງ MBB ແລະ FBB ຈໍານວນ 3.1 ລ້ານກວ່າເລກໝາຍ; ໃນປີ 2025 ຜ່ານມາກຸ່ມບໍລິສັດສາມາດສ້າງລາຍຮັບໄດ້ທັງໝົດ 2,489.35 ຕື້ກີບ (ບໍ່ລວມ ອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈໍານວນ 586.16 ຕື້ກີບ.
ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບ ການດໍາເນີນທຸລະກິດຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງຂອງພັກ-ລັດ, ສັງຄົມ, ການສຶກ ສາ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ລວມມູນຄ່າທັງໝົດ 6.62 ຕື້ກວ່າກີບ ແລະ ຍັງໄດ້ສືບຕໍ່ ສະ ໜອງອຸປະກອນ ແລະ ສັນຍານອິນເຕີເນັດສໍາລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດ ຈໍານວນໜຶ່ງໃນມູນຄ່າ 11.5 ຕື້ກີບ.
ສໍາລັບ ແຜນການປີ 2026 ນີ້, ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃໝ່, ຈະສ້າງລາຍຮັບ ເພີ່ມຂື້ນໃຫ້ໄດ້ຫຼາຍກວ່າ 2,600 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈໍານວນຫຼາຍກວ່າ 590 ຕື້ກີບ; ນອກຈາກນັ້ນຈະໄດ້ສືບຕໍ່ລົງທຶນຫຼາຍລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband, Fixed Broadband ແລະ Digital Platform ໃຫ້ ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນ ສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປ ສູ່ຍຸກ Lao Digital Life. ຕາມຄໍາຂັວນ ລາວໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ "We are Family".
ຂ່າວ: ສາວລາວໃຕ້