ການນຳແຂວງອຸດົມໄຊ ລົງຢ້ຽມຊົມ ຖ້ຳພະເຈົ້າສິງຄຳ ຢູ່ບ້ານສາມັກຄີໄຊ

ໃນວັນທີ 22 ກຸມພາ 2026 ນີ້, ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳວຽກງານຮອບດ້ານຢູ່ເມືອງຫຼາ, ການນຳເມືອງມີ ທ່ານ ສອນສຸວັນ ປັນຍາວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ລົງເຄື່ອນໄຫວ, ຕິດຕາມ ແລະ ຊຸກຍູ້ ບັ້ນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ໜ່ວຍປ່ອນບັດ ພາຍໃນຕາແສງຜາໄຊ ເມືອງຫຼາ ແຂວງອຸດົມໄຊ.
ໃນໂອກາດດັ່ງກ່າວ ທ່ານນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ພັກ-ພະນັກງານ ພ້ອມດ້ວຍຄະນະອາຈານວັດພະເຈົ້າສິງຄຳ ໄຊຍາຣາມເມືອງຫຼາ ໄດ້ນຳພາການນຳຂັ້ນແຂວງ ແລະ ຂັ້ນເມືອງ ລົງຢ້ຽມຊົມ, ສຳຫຼວດຖ້ຳ ບ້ານລັນ ຫຼື ຖ້ຳພະເຈົ້າສິງຄຳ ຢູ່ບ້ານລັນໃນເມື່ອກ່ອນ ຫຼື ບ້ານສາມັກຄີໄຊ (ຫຼັກ 15) ໃນປັດຈຸບັນ. ຈຸດຖ້ຳດັ່ງກ່າວເປັນແຫຼ່ງສັກກາລະບູຊາ ທາງດ້ານວັດທະນະທຳ ແລະ ປະຫວັດສາດ ເຊິ່ງໃນເມື່ອກ່ອນກໍຄືໄລຍະສົງຄາມ ຊາວເມືອງຫຼາ ໄດ້ຍົກຍ້າຍ ພະເຈົ້າສິງຄຳ ຈາກພູເຂົາຄວາຍ ມາສະທິດໄວ້ ໃນຢູ່ຖ້ຳແຫ່ງນີ້ ເພື່ອຫລີ່ໄພສົງຄາມ ມາຮອດປັດຈຸບັນຈຶ່ງເອີ້ນວ່າ ຖ້ຳພະເຈົ້າສິງຄຳ.
ໃນບໍລິເວນອ້ອມຂ້າງຖ້ຳມີແຫຼ່ງນ້ຳອອກຮູ ມີຄວາມສວຍງາມ ເຕັມໄປດ້ວຍປ່າໄມ້ທີ່ອຸດົມສົມບູນ ເຊິ່ງຊາວບ້ານໄດ້ອານຸລັກໄວ້ເປັນເຂດສະຫງວນຂອງບ້ານ. ນອກນີ້ຈຸດເດັ່ນຖ້ຳພະເຈົ້າສິງຄຳ ໄດ້ມີເສັ້ນທາງສຳຮອງເຂົ້າເຖິ່ງໂດຍກົງ. ຈາກນັ້ນຄະນະນຳຂອງແຂວງ, ເມືອງຍັງໄດ້ລົງສຳຫຼວດວັດບ້ານສາມັກຄີໄຊ ແລະ ວັງຫ້ອມ ຢູ່ບ້ານຫາດນາງ ເມືອງຂວາ ແຂວງຜົ້ງສາລີ ຕິດກັບຊາຍແດນ ເມືອງຫຼາ ແຂວງອຸດົມໄຊ ທີ່ໄດ້ພົບເຫັນພະພຸດທະຮູບ ພະເຈົ້າສິງຄຳ ຕື່ມອີກ.