ປີ 2025 ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ 2.858 ຄົນ

ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2025 ໃນຈັດຂຶ້ນໃນວັນທີ 24 ກຸມພາ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ໃນນາມຜູ້ປະຈໍາການ, ມີຄະນະກໍາມະການອະໄພຍະໂທດລະດັບຊາດ, ປະທານຄະນະກຳມະການອະໄພຍະໂທດກະຊວງ, ແຂວງ, ນະຄອນ ຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນຫລວງວຽງຈັນ ແລະ ອົງ ການໄອຍະການປະຊາຊົນນະຄອນຫລວງວຽງຈັນ ແລະ ອົງການໄອຍະການປະຊາຊົນແຂວງ ເຂົ້າຮ່ວມ. ຂະນະທີ່ 1 ປີຜ່ານມາ, ມີນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ປະຈໍາປີ 2025 ຕາມລັດ ຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 304/ປປທ, ລົງວັນທີ 20 ພະຈິກ 2025 ທັງໝົດ 2.858 ຄົນ, ຍິງ 362 ຄົນ ແລະ ຕ່າງປະເທດ 59 ຄົນ, ຍິງ 7 ຄົນ.
 
ໃນກອງປະຊຸມ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະກໍາມະການອະໄພຍະໂທດລະດັບຊາດ, ທັງເປັນຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2025 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2026 ໂດຍຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຊຶ່ງໜຶ່ງປີຜ່ານມາ, ມີນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ປະຈໍາປີ 2025 ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 304/ປປທ, ລົງວັນທີ 20 ພະຈິກ 2025 ທັງໝົດ 2.858 ຄົນ, ຍິງ 362 ຄົນ; ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ໃນນີ້ ໄດ້ຮັບການຫລຸດຜ່ອນໂທດ ທັງໝົດ 2.622 ຄົນ, ຍິງ 329 ຄົນ, ຕ່າງປະເທດ 57 ຄົນ, ຍິງ 6 ຄົນ; ນັກໂທດຕະຫລອດຊີວິດ ໄດ້ຮັບອະໄພຍະໂທດມາເປັນໂທດ 20 ປີ 42 ຄົນ, ຍິງ 3 ຄົນ, ຕ່າງປະເທດ 4 ຄົນ; ນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວ ທັງໝົດ 236 ຄົນ, ຍິງ 33 ຄົນ, ຕ່າງປະເທດ 2 ຄົນ, ຍິງ 1 ຄົນ; ນັກໂທດທີ່ຖືກສານຕັດສີນປະຫານຊີວິດ ໄດ້ຮັບອະໄພຍະໂທດມາເປັນໂທດຕັດອິດສະລະພາບຕະຫລອດຊີວິດ ຕາມລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 305/ປປທ, ລົງວັນທີ 20 ພະຈິກ 2025 ມີຈໍານວນ 40 ຄົນ, ຍິງ 5 ຄົນ. ນອກຈາກນີ້, ເນື່ອງໃນໂອກາດວັນສະຖາປະນາຄົບ ຮອບ 50 ປີ ຍັງໄດ້ມີການອະໄພຍະໂທດ ໃຫ້ແກ່ນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ຕາມດໍາລັດຂອງປະທານປະເທດ ສະບັບເລກທີ 332/ປປທ, ລົງວັນທີ 5 ທັນວາ 2025 ຈໍານວນ 28 ຄົນ, ຍິງ 8 ຄົນ. ພ້ອມນີ້, ຍັງໄດ້ຊຸກຍູ້ພາກສ່ວນປະຕິບັດຄໍາຕັດສິນຂອງສານ ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນການຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈຳປີ 2025 ທັງໝົດ 13,3 ຕື້ກວ່າກີບ, ເປັນເງິນໃຊ້ແທນຄ່າເສຍຫາຍທາງແພ່ງ 3 ຕື້ກວ່າກີບ ແລະ ໂທດປັບໃໝທາງອາຍາ ໄດ້ທັງໝົດ 10,2 ຕື້ກວ່າກີບ.
 
ໂອກາດນີ້, ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຈັດຕັ້ງ ປະຕິ ບັດໃນປີຜ່ານມາ ບົນຈິດໃຈເຊີດຊູຄວາມຮັບຜິດຊອບຂອງ ຄະນະກຳມະການອະໄພຍະໂທດລະດັບຕ່າງໆ ໄດ້ປະຕິບັດໜ້າທີ່ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ, ບັນດາຜົນສໍາເລັດລວມ ແມ່ນຄວາມຮັບຜິດຊອບການເມືອງຂອງຄະນະກຳມະການແຕ່ລະຂັ້ນ, ແມ່ນການປະກອບສ່ວນຂອງຂະແໜງການ, ອົງການກ່ຽວຂ້ອງ ຊຶ່ງໄດ້ພ້ອມກັນທຸ້ມເທເຫື່ອແຮງ, ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານປິ່ນອ້ອມຈົນໄດ້ຮັບຜົນສໍາເລັດ.
ຂ່າວ-ພາບ: ວຽງສະຫວັນ