ຈັບຕົວກຸ່ມໄວລຸ້ນ 16 ຄົນ ໃຊ້ມີດ, ງ້າວເປັນອາວຸດ ກໍ່ເຫດປຸ້ນຊີງຊັບ ຢູ່ແຄມຂອງ ແລະ ສະຖານທີ່ອື່ນໆ ໃນນະຄອນຫລວງວຽງຈັນ

ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 12 ມັງກອນ 2026 ເຈົ້າໜ້າທີ່ພະແນກຕຳຫລວດສືບສວນ-ສອບສວນ ຄະດີອາຍາ ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ຮັບແຈ້ງຈາກ ປກສ ເມືອງສີໂຄດຕະບອງ ວ່າມີເຫດການລັກຊັບ ແລະ ຊິງຊັບ ຢູ່ວັດໄຕນ້ອຍລັດຕະນະມຸງຄຸນ ຕັ້ງຢູ່ບ້ານ ໜອງສະໂນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ວັນທີ 19 ມັງກອນ 2026 ຜ່ານມາ ເຈົ້າໜ້າທີ່ພະແນກຕໍາຫລວດສືບ ສວນ-ສອບສວນຄະດີອາຍາ ຫ້ອງຕຳຫລວດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ຮັບແຈ້ງຈາກ ປກສ ເມືອງຈັນທະບູລີ ວ່າມີເຫດການຄົນຮ້າຍປຸ້ນຊັບຂອງປະຊາຊົນຢູ່ບໍລິເວນຮ້ານອາຫານສາມແຍກປາກປ່າສັກ ບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ຜ່ານການກວດກາຮູບພາບຈາກກ້ອງວົງຈອນປິດ ຢູ່ບໍລິເວນສະຖານທີ່ເກີດເຫດຈຶ່ງຮູ້ວ່າ: ເວລາ 20:50 ໂມງ ວັນທີ 19 ມັງກອນ 2026 ໄດ້ມີກຸ່ມຄົນຮ້າຍໄດ້ໃຊ້ງ້າວຟັນໃສ່ປະຊາຊົນ ແລ້ວປຸ້ນເອົາໂທລະສັບໄປ ຫລົບໜີ.
ວັນທີ 3 ກຸມພາ 2026 ເວລາປະມານ 16:00 ໂມງ, ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບຄະດີອາ ຍາ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຮັບແຈ້ງຈາກ ປກສ ເມືອງ ຈັນທະບູລີ ວ່າມີເຫດການຄົນຮ້າຍປຸ້ນຊັບ ຢູ່ເຂດປໍ້ານໍ້າມັນເກົ່າ ຕັ້ງຢູ່ບ້ານອຸບມຸງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ພາຍຫຼັງໄດ້ຮັບແຫຼ່ງຂ່າວ ໄດ້ລົງເກັບກຳຂໍ້ມູນ ສົມທົບກັບກອງບັນຊາການ ປກສ ເມືອງຈັນທະບູລີ, ກອງບັນຊາການ ປກສ ເມືອງ ສີໂຄດຕະບອງ ແລະ ກົມຕຳຫຼວດສືບສວນ-ສອບສວນ; ຮອດວັນທີ 4 ກຸມພາ 2026 ຈຶ່ງສາມາດກັກຕົວຜູ້ທີ່ມີສ່ວນພົວພັນໃນ ການກໍ່ເຫດໄດ້ທັ້ງໝົດຈໍານວນ 16 ຄົນ, ຍິງ 1 ຄົນ ມາສອບສວນ.
ຜ່ານການສືບສວນ-ສອບສວນພວກກ່ຽວຈຳນວນ 16 ຄົນ, ໄດ້ໃຫ້ການວ່າ: ພວກກ່ຽວມັກຈັບກຸ່ມກັນຂັບຂີ່ລົດ ຈັກເລາະໃນເວລາກາງຄືນ ຢູ່ໃນຂອບເຂດນະຄອນຫລວງວຽງຈັນ ເປັນຕົ້ນແມ່ນເຂດແຄມຂອງ ແລະ ເຂດປະຕູໄຊ ຂີ່ລົດຈັກເລາະແຕ່ລະຄັ້ງມີປະມານ 8-10 ຄັນຂຶ້ນໄປແລ້ວພາກັນກໍ່ເຫດປຸ້ນຊັບ, ການລັກຊັບ ແລະ ການຊີງຊັບ ໂດຍນໍາໃຊ້ມີດ, ງ້າວເປັນອາວຸດ ປຸ້ນຈີ້ບັງຄັບເອົາໂທລະສັບ, ເງິນຊັບສິນທີ່ມີຄ່າ ແລະ ກໍ່ເຫດໄລ່ຕີກັນຕາມທີ່ເຫັນທາງ ສື່ສັງຄົມອອນລາຍ.
ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດໍາເນີນຄະດີຕາມກົດໝາຍ ແລະ ສ່ວນຜູ້ທີ່ຖືກຊັດທອດຫາທີ່ມີສ່ວນພົວພັນໃນການກໍ່ເຫດ ເຈົ້າໜ້າທີ່ຈະສືບຕໍ່ນໍາກັກຕົວພວກກ່ຽວມາດໍາເນີດຄະດີຕາມກົດໝາຍ.
ພາບ-ຂ່າວ: ສະຫຍາມ