ໂຮງຮຽນ ມ.ປາຍທ່າແຂກ ບໍລິຈາກເລືອດເພື່ອການກຸສົນ

ໂດຍເຫັນໄດ້ເຖິງຄວາມສໍາ ຄັນຂອງເລືອດຕໍ່ການມີຊີວິດຂອງ ຄົນ ໂດຍສະເພາະແມ່ນຄົນໄຂ້, ຄົນທີ່ຂາດເລືອດ ແລະຄົນໄຂ້ທີ່ໄດ້ຮັບ ການຜ່າຕັດຢູ່ໂຮງໝໍຈໍາເປັນຕ້ອງ ໄດ້ໃຊ້ເລືອດເພື່ອຫຼໍ່ລ້ຽງອະໄວຍະ ວະຕ່າງຢູ່ໃນຮ່າງ.ໃນວັນທີ 30 ເມສາ 2019 ທີ່ໂຮງຮຽນ ມ.ປາຍ ທ່າແຂກເມືອງທ່າແຂກຊຶ່ງເປັນ ໂຮງຮຽນເທສະບານຂອງແຂວງ ໄດ້ຈັດການຮັບບໍລິຈາກເລືອດຈາກ ນັກຮຽນ ໂດຍການນໍາພາຮັບບໍລິ ຈາກຂອງທ່ານ ດຣ. ວິລິດ ພະສະ ຫວັດ ຫົວໜ້າສູນບໍລິຈາກເລືອດ ແຂວງຄໍາມ່ວນ ພ້ອມດ້ວຍພະນັກ ງານວິຊາການ, ເຂົ້າຮ່ວມມີທ່ານ ຄໍາສອນ ຄໍາມູນວົງ ຜູ້ອໍານວຍ ການໂຮງຮຽນ ມ.ປາຍທ່າແຂກພ້ອມດ້ວຍບັນດາຄູອາຈານ ແລະ ນັກຮຽນເຂົ້າຮ່ວມ .

ໃນການລົງມາເຄື່ອນໄຫວຮັບ ບໍລິຈາກເລືອດຄັ້ງນີ້ທ່ານ ດຣ.ວິລິດ ພະສະຫວັດ ກໍ່ໄດ້ອະທິບາຍ ຄວາມສໍາຄັນຂອງເລືອດ, ໜ້າທີ່ຂອງເລືອດ ແລະໝວດເລືອດຕ່າງໆ ຊຶ່ງມີນັກຮຽນຕື່ນຕົວສະໝັກໃຈບໍ ລິຈາກເລືອດທັງໝົດ 81 ນ້ອງ,ກວດກາຜ່ານ 80 ນ້ອງ ເທົ່າກັບ ເລືອດ 80 ຖົງ .

ທ່ານ ຄໍາສອນ ຄໍາມູນວົງໄດ້ ກ່າວວ່າ: ຜ່ານມາທາງໂຮງຮຽນ ແມ່ນໄດ້ມີສ່ວນຮ່ວມຫຼາຍຄັ້ງໃນ ການປະກອບສ່ວນບໍລິຈາກເລືອດ ເພື່ອການກຸສົນເພື່ອກອບກູ້ເອົາ ຊີວິດຄົນໄຂ້, ຄົນເຈັບ, ຄົນຜ່າຕັດທີ່ມີຄວາມຕ້ອງການເລືອດດ່ວນຊຶ່ງໃນສົກປີ 2018 ຜ່ານມາທາງ ໂຮງຮຽນໄດ້ບໍລິຈາກເລືອດໄປ ແລ້ວ 600 ກວ່າຖົງ, ຄາດໝາຍປີ 2019 ແມ່ນຈະໃຫ້ບັນລຸ 1.000 ກວ່າຖົງ.

ໂດຍ: ແດງສະຫວັດ