ກະຊວງ ວທ ລົງຕິດຕາມການສ້ອມແປງ ໂຄງລ່າງພື້ນຖານ ແຫຼ່ງທ່ອງທ່ຽວໜ້າເຂື່ອນນໍ້າງື່ມ 1 ກ່ອນສິ້ນສຸດຄໍ້າປະກັນ

ໃນວັນທີ 26 ກຸມພາ 2026, ທີ່ຫ້ອງການຂໍ້ມູນຂ່າວສານແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ 1, ເມືອງແກ້ວອຸດົມ, #ແຂວງວຽງຈັນ, ໄດ້ມີການຈັດກອງປະຊຸມປຶກສາຫາລື ແລະ ລົງຕິດຕາມຄວາມຄືບໜ້າວຽກງານສ້ອມແປງໂຄງລ່າງພື້ນຖານ ເພື່ອອໍານວຍຄວາມສະດວກໃຫ້ແກ່ #ແຫລ່ງທ່ອງທ່ຽວເຂດໜ້າເຂື່ອນອ່າງນໍ້າງື່ມ 1, ໂດຍການເປັນປະທານຂອງ ທ່ານ ສົມປະສົງ ສຸວົງຄຳຈັນ, ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງວຽງຈັນ ແລະ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ (ວທ), ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
 
ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອຕິດຕາມ ແລະ ປະເມີນຄືນວຽກງານສ້ອມແປງທີ່ຍັງຕົກຄ້າງ ໂດຍສະເພາະແມ່ນຈຸດທີ່ມີຄວາມບົກຜ່ອງ ແລະ ເປ່ເພ ໃນຊ່ວງໄລຍະຄໍ້າປະກັນສັນຍາ ຕາມສັນຍາເລກທີ TIIGP2-LAO-W02 (ໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ). ເຊິ່ງວຽກງານດັ່ງກ່າວປະກອບມີ: ກໍ່ສ້າງອາຄານບໍລິເວນທ່າຈອດເຮືອ ແລະ ປັບປຸງທາງຊອຍ; ວຽກປົກປັກຮັກສາສິ່ງແວດລ້ອມຈັດຕັ້ງປະຕິບັດຕາມຄຳແນະນຳຂອງທະນາຄານພັດທະນາອາຊີ (ADB); ວຽກປົກປ້ອງສັງຄົມທີ່ຕິດພັນກັບການກໍ່ສ້າງໂຄງລ່າງພື້ນຖານ.
 
ພ້ອມນີ້, ຄະນະປະທານ ແລະພາກສ່ວນກ່ຽວຂ້ອງຍັງໄດ້ລົງສຳຫຼວດຕົວຈິງຢູ່ພາກສະໜາມເພື່ອເກັບກຳຂໍ້ມູນໃຫ້ລະອຽດ ເພື່ອເລັ່ງໃຫ້ບໍລິສັດຜູ້ຮັບເໝົາດຳເນີນການປັບປຸງໃຫ້ສຳເລັດຕາມມາດຕະຖານ. ທັງໝົດນີ້ ກໍເພື່ອສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະຜູ້ປະກອບການ, ທັງເປັນການຍົກລະດັບສະຖານທີ່ທ່ອງທ່ຽວໃຫ້ມີຄວາມສວຍງາມ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງລາຍຮັບໃຫ້ແກ່ທ້ອງຖິ່ນ ແລະພາກລັດໃນໄລຍະຍາວ.
ຂ່າວ: ຈັນທະສອນ ສີສຸວັນ