
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີປະກາດການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂຶ້ນໃນວັນທີ 27 ກຸມພາ 2026 ນີ້, ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ.
ໃນພິທີ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 020/ປປທ, 021/ປປທ, 022/ປປທ, 023/ປປທ, 024/ປປທ, 024/ປປທ ວ່າດ້ວຍການແຕ່ງຕັ້ງຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຈຳນວນ 6 ສະບັບຄື: ແຕ່ງຕັ້ງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ນາງ ປີ່ງຄຳ ລາຊະສິມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ເປັນຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ຄຳສຸກ ອອຍຍະວົງ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງ ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ແຕ່ງຕັ້ງທ່ານ ກົງໃຈ ວິລະສັກ ຮອງປະທານຄະນະກວດກາສູນກາງພັກ ເປັນ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ໃນພິທີຍັງໄດ້ຜ່ານ ຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າກົມຈຳນວນໜຶ່ງ.
ຂໍ້ມູນ: ວາລະສານກວດກາ