
ນັບມາໃນປີ 2014 ພວກເຮົາໄດ້ເລີ່ມລົງມືກໍ່ສ້າງ ແລະ ໄດ້ສໍາເລັດ ພ້ອມທັງເປີດ ໃຫ້ບໍລິການຢ່າງເປັນທາງການໃນປີ 2016 ດ້ວຍຄໍາຂວັນທີ່ວ່າ: “ອານາຈັກວັດສະດຸກໍ່ສ້າງຂອງຄົນລາວ ໂຮມຮັກ ຄົບຄັກ ຖືກດີ” ຖືໄດ້ວ່າ CSC ເປັນ MODERN TRADE ແຫ່ງທຳອິດ ທີ່ທັນສະໄໝ ແລະ ໃຫຍ່ທີ່ສຸດ ໃນບັນດາ 4 ແຂວງພາກໃຕ້ລາວ ເພື່ອຂະຫຍາຍການບໍລິການໃຫ້ສາມາດເຂົ້າເຖິງ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າໃນຫຼາຍຂົງເຂດ, ບໍລິສັດ CSC ຈຶ່ງໄດ້ຂະຫຍາຍສາຂາທີ່ 2 ທີ່ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ໄດ້ເປີດໂຕຢ່າງເປັນທາງການໃນ ປີ 2018 ແລະ ເພື່ອຮອງຮັບການຂະຫຍາຍໂຕຂອງເສດຖະກິດພວກເຮົາຈຶ່ງໄດ້ຂະຫຍາຍສາຂາທີ່ 3 ເຂົ້າສູ່ນະຄອນຫລວງວຽງຈັນ ແລະ ໄດ້ເປີດໂຕຢ່າງເປັນທາງການ ໃນປີ 2019
ແລະ ປະຈຸບັນນີ້ ພວກເຮົາກໍາລັງດໍາເນີນການກໍ່ສ້າງສາຂາທີ່ 4 ທີ່ ບ້ານ ໜອງ ແຕ່ງ ນະຄອນຫລວງວຽງຈັນ, ຄາດວ່າຈະເປີດໃຫ້ບໍລິການໃນປີ 2027 ນີ້.
ຈາກຈຸດເລີ່ມຕົ້ນທີ່ມີພະນັກງານພຽງ 3 ຄົນ ກາຍມາເປັນຄອບຄົວໃຫຍ່ ທີ່ມີບຸກຄະລາກອນ 700 ກວ່າຄົນ, ອັນນີ້ບໍ່ແມ່ນພຽງແຕ່ຕົວເລກຂອງການຈ້າງງານ, ແຕ່ມັນໝາຍເຖິງ 700 ຄອບຄົວ ທີ່ມີລາຍໄດ້ໝັ້ນຄົງ ແລະ ມີຄຸນນະພາບຊີວິດທີ່ດີ ເປັນການພິສູດໃຫ້ເຫັນວ່າ ທຸລະກິດຂອງຄົນລາວ ກໍສາມາດເຕີບໃຫຍ່ ແລະ ສ້າງຄຸນຄ່າ ໃຫ້ແກ່ສັງຄົມລາວໄດ້ຢ່າງແທ້ຈິງ.
ຕະຫຼອດໄລຍະເວລາ 10 ປີ ທີ່ຜ່ານມາ, ບໍ່ແມ່ນພຽງແຕ່ໂຕເລກຂອງການເວລາ ແຕ່ຄືຊ່ວງເວລາຂອງການຮຽນຮູ້, ພວກເຮົາໄດ້ຜ່ານສີ່ງທ້າທາຍທາງດ້ານເສດຖະກິດ, ຄວາມຜັນຜວນຂອງຕະຫຼາດ, ການປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກ ແລະ ວິກິດການ ລະບາດພະຍາດໂຄວິດ 19 ໄດ້ສ້າງແຮງກົດດັນຢ່າງມະຫາສານ. ທຸກອຸປະສັກ ກໍຄື ບົດຮຽນອັນລໍ້າຄ່າ, ທຸກບັນຫາຄືພະລັງ ທີ່ມາເສີມສ້າງຮາກຖານໃຫ້ ບໍລິສັດຊີເອັສຊີ ມີຄວາມເຂັ້ມແຂງແລະ ດ້ວຍພະລັງແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງພະນັກງານທຸກຄົນ ທີ່ໄດ້ຮ່ວມທຸກຮ່ວມສຸກປຽບສະເໝືອນຄົນໃນຄອບຄົວດຽວກັນພວກເຮົາຈຶ່ງສາມາດພິກວິກິດໃຫ້ເປັນໂອກາດ, ປ່ຽນຄວາມຂາດເຂີນໃຫ້ເປັນພະລັງຈົນສາມາດນໍາພາອົງກອນເຕີບໂຕມາໄດ້ຢ່າງທຸກວັນນີ້.
ການເຕີບໂຕມາໄດ້ບໍ່ແມ່ນເລື່ອງບັງເອີນ, ແຕ່ຍ້ອນໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກລູກຄ້າ ແລະ ຄູ່ຄ້າທາງທຸລະກິດພ້ອມທັງໄດ້ຮັບຄວາມເຊື່ອຖື ແລະ ການຍອມຮັບຈາກສັງຄົມຕະຫຼອດໄລຍະທີ່ຜ່ານມາ. ໂດຍສະເພາະແມ່ນໄດ້ຮັບການສົ່ງເສີມສະໜັບສະໜູນທາງດ້ານນະໂຍບາຍ ຈາກພັກ ແລະ ລັດຖະບານ ຈົນກາຍເປັນພະລັງຂັບເຄື່ອນທີ່ສໍາຄັນ, ເຮັດໃຫ້ບໍລິສັດ ຊີເອັສຊີ ຢືນຢູ່ໄດ້ຢ່າງໝັ້ນຄົງ ແລະ ເຕີບໃຫຍ່ຢ່າງເຂັ້ມແຂງ.
ການສະເຫຼີມສະຫຼອງຄົບຮອບ 10 ປີ ໃນມື້ນີ້ ບໍ່ແມ່ນພຽງແຕ່ການເບິ່ງຄືນຫຼັງ ໃນໄລຍະຜ່ານມາ ແຕ່ເປັນຈຸດລິເລີ່ມໃຫ້ພວກເຮົາໄດ້ຮັບຮູ້ມຸມມອງຂອງການດໍາເນີນທຸລະກິດ ແລະ ຈະເປັນບ່ອນອີງທີ່ສໍາຄັນເພື່ອຈະໄດ້ສືບຕໍ່ໃຫ້ສອດຄ້ອງກັບສະພາບ ທຸລະກິດຕົວຈິງຂອງບໍລິສັດໃນແຕ່ລະໄລຍະ
ດ້ວຍວິໄສທັດ ທີ່ຈະເປັນຜູ້ນໍາທາງດ້ານທຸລະກິດໂມເດີ້ນເທຣດ ແລະ ເປັນຜູ້ນໍາ ໃນການນໍາເຂົ້າວັດສະດຸຈາກຫຼາກຫຼາຍປະເທດໃນທຸລະກິດການຄ້າ ວັດສະດຸກໍ່ສ້າງ ແລະ ຕົບແຕ່ງທີ່ທັນສະໄໝໄດ້ມາດຕະຖານພວກເຮົາຈະບໍ່ຢຸດພັດທະນາ, ຈະນໍາເອົາເຕັກໂນໂລຊີ ແລະ ແນວຄິດໃໝ່ໆ ເຂົ້າມາບໍລິຫານຈັດການເພື່ອຍົກລະດັບການບໍລິການໃຫ້ດີຂື້ນເລື້ອຍໆ.
ແນວຍໃດກໍ່ຕາມພວກເຮົາໃຫ້ຄວາມສໍາຄັນໃນການຍົກລະດັບ ການພັດທະນາລະບົບການຂາຍ OFFLINE ເຊື່ອມກັບລະບົບ ONLINE ເຂົ້າກັນເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ໃຫ້ສາມາດເຂົ້າເຖິງສິນຄ້າໄດ້ງ່າຍ ສ້າງຄວາມສະດວກສະບາຍ ໃຫ້ແກ່ລູກຄ້າ ພ້ອມທັງຍົກລະດັບ ພັດທະນາການຂາຍ ປ່ຽນຈາກການຂາຍສິນຄ້າມາເປັນທີ່ປຶກ ສາເລື່ອງບ້ານພວກເຮົາ ຍັງໃຫ້ຄວາມສໍາຄັນຕໍ່ການພັດທະນາບຸກຄະລາກອນ ແລະ ພ້ອມທີ່ຈະເຕີບໂຕຄຽງຄູ່ກັບຄວາມເຂັ້ມແຂງທີ່ຢັ້ງຢືນຂອງພະນັກງານທຸກຄົນ ດ້ວຍວິໄສທັດ ແລະ ຄວາມມຸ່ງໝັ້ນ ພວກເຮົາເຊື່ອໝັ້ນວ່າ ບໍລິສັດ ຊີເອັສຊີ ຈະສາມາດຢືນຢູ່ໄດ້ຢ່າງໝັ້ນຄົງ ແລະ ເຕີບໃຫຍ່ຢ່າງເຂັ້ມແຂງ ເພື່ອສ້າງຄຸນຄ່າໃຫ້ສັງຄົມ ລາວຕໍ່ໄປ