ໄຂກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເພື່ອຮັບຮອງ 7 ວຽກງານຍຸດທະສາດສຳຄັນ

  ໃນວັນທີ 3 ມີນາ 2026, ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIIໄດ້ໄຂຂຶ້ນຢ່າງເປັນທາງການທີ່ ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ ສົມບູນ ແລະ ສໍາຮອງ. ກອງປະຊຸມ ຈະດໍາເນີນເປັນເວລາ 3 ວັນ

ເພື່ອຈັດຕັ້ງຜັນຂະຫຍາຍ ຜົນສຳເລັດກອງປະຊຸມ ໃຫຍ່ຄັ້ງທີ XIIຂອງພັກ ເຂົ້າສູ່ວຽກງານຕົວຈິງ ໃຫ້ທັນການ ແລະ ຮັບປະກັນໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ກອງປະຊຸມໃນຄັ້ງນີ້ ຈະໄດ້ຄົ້ນຄວ້າ, ປຶກສາຫາລື, ໃຫ້ທິດຊີ້ນຳ ແລະ ຮັບຮອງເອົາ7 ວຽກສໍາຄັນ ດັ່ງນີ້:

  1. ແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝXII;
  2. ລະບອບແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII;
  3. ການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ສະໄໝທີ XII;
  4. ພາລະບົດບາດ, ສິດໜ້າທີ່ ຂອງເລຂາຄະນະພັກແຂວງ ແລະ ປະທານຄະນະກໍາມະການປົກຄອງແຂວງ;
  5. ການສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ;
  6. ຄຳແນະນຳ ກ່ຽວກັບ ບ້ານ ແລະ ການຈັດຕັ້ງບ້ານ.
  7. ແຜນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X(2026-2030) ໂດຍລົງເລິກບັນດາໂຄງການແຕ່ລະປີ.

ເຊິ່ງເປັນບັນຫາສໍາຄັນຍຸດທະສາດ ຂອງພັກເຮົາ ເຊິ່ງຈະເປັນບ່ອນອີງ ໃຫ້ແກ່ການນຳພາ-ຊີ້ນຳ ຂອງສູນກາງພັກ ໃນການຍູ້ແຮງການສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນ 5 ປີຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ:ກອງປະຊຸມຄັ້ງນີ້ໄດ້ດໍາເນີນໃນທ່າມກາງບັນຍາກາດທີ່ທ່ົວພັກ, ທ່ົວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນພວມເບີກບານມ່ວນຊື່ສະເຫຼີມສະຫຼອງຜົນສຳເລັດການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີX ແລະຜູ້ແທນສະມາຊິກສະພາປະຊາຊົນແຂວງຊຸດທີV ຢ່າງເປັນຂະບວນຟົດຟື້ນແລະພວກເຮົາຫາກໍສຳເລັດການຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ເຊິ່ງຜົນສຳເລັດດັ່ງກ່າວເຕັມໄປດ້ວຍເນື້ອໃນອັນສຳຄັນທີ່ເປັນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນເຂົ້າສູ່ລວງເລິກ,ສ້າງທ່ວງທ່າແລະພື້ນຖານອັນໜັກແໜ້ນໃຫ້ແກ່ການນໍາພາປະເທດຊາດພົ້ນຈາກຄວາມທຸກຍາກ-ຄວາມດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນ ເປີດສາກໃຫ້ແກ່ການຜັນຂະຫຍາຍມະຕິ XII  ຂອງພັກ, ເປັນກອງປະຊຸມທີ່ມີລັກສະນະບຸກທະລຸ, ເປີດກວ້າງຈິນຕະນາການ ໃນການນໍາພາຊີ້ນໍາ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ XII ຂອງພັກ; ສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ຄວາມເປັນເອກະພາບສູງ ພາຍໃນຄະນະບໍລິຫານງານສູນກາງພັກ ຕໍ່ແຜນວຽກ, ລະບອບແບບແຜນນໍາພາຊີ້ນໍາ, ຄວາມຮັບຜິດຊອບການເມືອງ ຂອງຄະນະບໍລິຫານງານສູນກາງພັກ ແລະ ກຳມະການສູນກາງພັກ ສະໄໝທີ XII,ສະຫາຍເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍສູນກາງ ຈົງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຄົ້ນຄວ້າ ແລະ ປະກອບຄຳຄິດ, ຄຳເຫັນຢ່າງມີຈຸດສຸມ, ເນັ້ນໃສ່ການແກ້ໄຂບັນຫາ ແລະ ການຊອກທາງອອກທີ່ສາມາດປະຕິບັດໄດ້.

(ຂ່າວ:ຫສພ,ພາບ:ສຳນານ)