
ໃນວັນທີ 27 ກຸມພາ 2026 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງໆຄຳມ່ວນ ພ້ອມດ້ວຍຄະນະຜູ້ແທນຈາກ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາແລກປ່ຽນບົດຮຽນກ່ຽວກັບ “ນະໂຍບາຍການພັດທະນາ ແລະ ການປ້ອງກັນໄພພິບັດຈາກການຂຸດຄົ້ນເກືອໂປຕາສ” ຢູ່ ເມືອງຊິນຕາວ, ແຂວງຊານຕົງ ສປ ຈີນ. ຝ່າຍ ສປ ຈີນ ເຂົ້້າຮ່ວມໂດຍ Mr. Wang Xiaofeng, President of China National Inorganic Salt Industry Association ໃຫ້ກຽດເຂົ້າຮ່ວມ.
ກອງປະຊຸມສໍາມະນາດັ່ງກ່າວ ໄດ້ຈັດຂຶ້ນຮ່ວມກັບ ບໍລິສັດ ຊິງຕາວຕົງຟາງເຖຍຖາ ຈໍາກັດ, ບໍລິສັດ ເສສວນ ຫຸ້ຍຢວນຕາ ຈໍາກັດ, ບໍລິສັດ ລາວຄາຍຢວນບໍ່ແຮ່ຈໍາກັດ ຂອງ ສປ ຈີນ ແລະ ບໍລິສັດ ວິສະວະກໍາເຕັກໂນໂລຊີຈົງຫຼານຊາງຮົວ ໂດຍມີຜູ້ຊ່ຽວຊານຈາກມະຫາວິທະຍາໄລຊ່າງຊາ, ມະຫາວິທະຍາໄລອູຮ່ານ, ນັກວິຊາການ ແລະ ຜູ້ຕາງໜ້າຈາກພາກລັດ ແລະ ເອກະຊົນ ຈາກ ສປ ຈີນ ກໍໄດ້ເຂົ້້າຮ່ວມນຳ.
ຄະນະຜູ້ຊ່ຽວຊານຈາກຝ່າຍຈີນ ໄດ້ນຳສະເໜີກ່ຽວກັບປະສົບການ, ການປະຕິບັດທີ່ດີທີ່ສຸດ (Best Pratices) ແລະ ເຕັກໂນໂລຊີທີ່ທັນສະໄໝສຳລັບການຂຸດຄົ້ນເກືອໂປຕາສຢ່າງປອດໄພ ແລະ ຍືນຍົງ.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາໂຄງການເກືອໂປຕາສ ໃນ ສປປ ລາວ ພ້ອມກັບມາດຕະການປ້ອງກັນຕາມຫຼັກສາກົນ ແລະ ການບໍລິຫານຈັດການທໍລະນີໄພພິບັດຢ່າງຮອບດ້ານ, ໂດຍສະເພາະການສໍາຫຼວດສຶກສາຄວາມໝັ້ນຄົງໂຄງສ້າງທໍລະນີ, ສະພາບດິນຍຸບ-ດິນຊຸດຕົວ, ການຈັດການນ້ຳໃຕ້ດິນ ແລະ ການຕິດຕັ້ງລະບົບຕິດຕາມກວດກາແບບຕົວຈິງ, ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນ ແລະ ສັງຄົມ.
ຄະນະຜູ້ແທນ ສປປ ລາວ ຍັງໄດ້ແລກປ່ຽນບົດຮຽນ ຕໍ່ກັບກໍລະນີສຶກສາເຫດການດິນຍຸບ ຢູ່ເຂດໂຄງການຂຸດຄົ້ນເກືອໂປຕັສ ຢູ່ບ້ານບ້ານທົ່ງມັ່ງ, ລວມທັງການແລກປ່ຽນກ່ຽວກັບການສ້າງປັບປຸງນິຕິກໍາຕ່າງໆ ເຊັ່ນ: ກົດໝາຍ, ລະບຽບການ, ມາດຕະຖານທາງດ້ານເຕັກນິກຄວາມປອດໄພໃນກິດຈະກຳການຂຸດຄົ້ນບໍ່ແຮ່, ການອັດຖົມອຸໂມງ ແລະ ຟື້ນຟູ ເພື່ອໃຫ້ການພັດທະນາຊັບພະຍາກອນທີ່ມີຄວາມຮັບຜິດຊອບ ແລະຍືນຍົງ.
ການແລກປ່ຽນບົດຮຽນຄັ້ງນີ້ ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນໃນການວາງຮາກຖານດ້ານນະໂຍບາຍ ແລະ ເພື່ອຫັນປ່ຽນໄປສູ່ການປະຕິຮູບການພັດທະນາເກືອໂປຕັສ ຢູ່ ສປປ ລາວ ໃຫ້ຍືນຍົງ ເຊິ່ງຈະຕ້ອງຖືເອົາຄວາມປອດໄພ ຂອງປະຊາຊົນ ເປັນບັນຫາສໍາຄັນທີ່ສຸດ ຄວບຄູ່ໄປກັບການເສີມຂະຫຍາຍການຄຸ້ມຄອງຊັບພະຍາກອນແຮ່ທາດ ເພື່ອໃຫ້ການພັດທະນາອຸດສາຫະກໍາເກືອໂປຕັສ ຕ້ອງດໍາເນີນໄປຕາມມາຕະຖານເຕັກນິກສາກົນ, ມີຄວາມໂປ່ງໃສ, ມີການແຂ່ງຂັນ ແລະ ການສ້າງຜົນປະໂຫຍດສູງສຸດແກ່ປະຊາຊົນ ແລະ ລັດຖະບານ. ທັງສອງຝ່າຍຍັງໄດ້ເຫັນດີຮ່ວມກັນຈະຈັດໃຫ້ມີກອງປະຊຸມສຳມະນາດ້ານນີ້ຕື່ມອີກ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ ສປປ ລາວ.