
ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ (ລາວ) ຈັບມືສຳນັກງານຄະນະກຳມະການຄຸ້ມຄອງຜູ້ບໍລິ ໂພກ (ໄທ) ເພື່ອສ້າງຂອບການຮ່ວມມືທີ່ເປັນເອກະພາບ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພາຍໃຕ້ຫົວຂໍ້ “ການຮ່ວມມືທາງດ້ານເຕັກນິກ ແລະການແລກປ່ຽນຂໍ້ມູນຂ່າວສານ”
ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ “ການຮ່ວມມືທາງດ້ານເຕັກນິກ ແລະ ການແລກປ່ຽນຂໍ້ມູນຂ່າວສານ” ລະຫວ່າງ ກົມການຄ້າພາຍໃນ,ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຜູ້ບໍລິໂພກ (ສຄບ), ສໍານັກງານນາຍົກລັດຖະມົນຕີ, ຣາຊະອານາ ຈັກໄທ ໄດ້ຈັດຂຶ້ນໃນວັນທີ 03 ມີນາ 2026 ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ.
ໃຫ້ກຽດຮ່ວມລົງນາມໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ລາວ) ແລະທ່ານ Ronnarong Phoolpipat ເລຂາທິການສໍານັກງານຄະນະກໍາມະການຄຸ້ມຄອງຜູ້ບໍລິໂພກ (ສຄບ), ສໍານັກງານນາຍົກລັດຖະມົນຕີ (ໄທ)
ຜູ້ເຂົ້າຮ່ວມຝ່າຍ ກະຊວງ ອຄ, ສປປ ລາວ ນຳໂດຍ:
1) ທ່ານ ບົວວັນ ວິລະວົງ, ຫົວຫນ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ;
2) ທ່ານ ນາງ ແສງເດືອນ ວົງອິນ ຫົວຫນ້າກົມຈັດຕັ້ງ, ກະຊວງອຸດສາຫະກໍາ ແລະ ການຄ້າ;
3) ທ່ານ ອິດທິລິດ ຍັງນຸວົງ, ຮອງຫົວຫນ້າກົມເຈລະຈາ ແລະ ຮ່ວມມືສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ຜູ້ເຂົ້າຮ່ວມຝ່າຍ ຣາຊະອານາຈັກໄທ ນຳໂດຍ:
1) ທ່ານ ດຣ. ວິມົນລັດ ວິມ ເທຣິຍາພິລົມ ຫົວໜ້າຝ່າຍຮ່ວມມືສາກົນຂອງສໍານັກງານຄະນະກໍາມະການຄຸ້ມຄອງຜູ້ບໍລິໂພກ;
2) ທ່ານ ນ. ອອນຊຸນິພາ ອາຣິສອນກັນລະທອນ, ພະນັກງານວິເຄາະແຜນການ ແລະ ນະໂຍບາຍຂອງສໍານັກງານຄະນະກໍາມະການຄຸ້ມຄອງຜູ້ບໍລິໂພກ;
3) ທ່ານ ນ. ສິຣິສຸດາ ຊັກກຮະສຸໄພຕີ ພະນັກງານວິຊາການ ຝ່າຍກົດໝາຍຂອງສໍານັກງານຄະນະກໍາມະການຄຸ້ມຄອງຜູ້ບໍລິໂພກ;
ພ້ອມດ້ວຍບັນດາຄະນະຜູ້ແທນ, ພະນັກງານວິຊາການ ແລະ ສື່ມວນຊົນເຂົ້າຮ່ວມ.
ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຂອບການຮ່ວມມືທີ່ເປັນເອກະພາບ ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ເຊິ່ງການນຳທັງສອງຝ່າຍໃຫ້ຄວາມເຊື່ອໝັ້ນວ່າ:ການຮ່ວມມືຄັ້ງນີ້ ເປັນບາດກ້າວສຳຄັນທີ່ຈະຊ່ວຍໃຫ້ທັງສອງຝ່າຍສາມາດຮັບມືກັບສິ່ງທ້າທາຍໃໝ່ໆ ໃນຍຸກການຄ້າດີຈີຕອລ, ໂດຍສະເພາະແມ່ນການຄວບຄຸມຄຸນນະພາບສິນຄ້າ ແລະ ການໂຄສະນາເກີນຈິງ ທີ່ກຳລັງເປັນບັນຫາໃນປັດຈຸບັນ.