ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ອີງຕາມ ໜັງສືພິມລາຍວັນ Chosun ilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026 ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມື ກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ພາໃຫ້ໃນເດືອນຕຸລາ ຂອງປີດຽວກັນ ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ຢູ່ລາວ) ແລະ ຈັບກຸມສະມາຊິກເຄືອຂ່າຍ ຂອງກຸ່ມຫຼອກລວງທາງອອນລາຍ ຫຼື ແກ໋ງສໍ້ໂກງທາງອອນລາຍ ທີ່ເປັນຄົນ ສ. ເກົາຫຼີ ໄດ້ 14 ຄົນ.

ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ຂະນະດຽວກັນ, ຕຳຫຼວດ ຂອງ ສ. ເກົາຫຼີ ໄດ້ກວດພົບອົງກອນອາຊະຍາກໍາ ທີ່ດໍາເນີນງານໃນຮູບແບບບໍລິສັດ ທີ່ເຄື່ອນໄຫວການກະທໍາຜິດຢູ່ຕ່າງປະເທດ ລວມທັງໃນຢູ່ລາວ ແລະ ປະເທດອື່ນໆ ເຊິ່ງໄດ້ຫຼອກລວງທາງອອນລາຍ ເປັນມູນຄ່າ 24,5 ຕື້ວອນ.

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ສ. ເກົາຫຼີ ໃນວັນທີ 26.02.2026 ໃຫ້ຮູ້ອີກວ່າ: ສະມາຊິກ 35 ຄົນ ຂອງກຸ່ມຫຼອກລວງ ທາງອອນລາຍ ມີຊື່ວ່າ: ກຸ່ມ Songnampa ລວມທັງຫົວໜ້າກຸ່ມ ເຊິ່ງເປັນພົນລະເມືອງຈີນ ທີ່ມີເຊື້ອສາຍເກົາຫຼີ ໄດ້ຖືກຈັບໃນຂໍ້ຫາລະເມີດ “ກົດໝາຍ ວ່າດ້ວຍການສົ່ງຄືນຄ່າເສຍຫາຍ ຈາກການສໍ້ໂກງທາງໂທລະຄົມມະນາຄົມ”. ໃນນັ້ນ 23 ຄົນ ຖືກຄຸມຂັງ.ຈາກການລາຍງານຂ່າວ ຂອງສື່ມວນຊົນ ສ. ເກົາຫຼີ ພົບວ່າ ກຸ່ມແກ໋ງດັ່ງກ່າວນີ້ ໄດ້ຕັ້ງສູນຄໍເຊັນເຕີ ຢູ່ຕ່າງປະເທດ ແລະ ຫຼອກລວງປະຊາ ຊົນ 224 ຄົນ, ສໍ້ໂກງເງິນ ໄດ້ທັງໝົດຈໍານວນ 24,5 ຕື້ວອນ.

ຜົນການສືບສວນສອບສວນ ເປີດເຜີຍວ່າ: ສະມາຊິກຂອງກຸ່ມ ໂດຍມີຫົວໜ້າກຸ່ມ ເປັນຜູ້ນຳພາ ໄດ້ກະທໍາຜິດ ດ້ວຍວິທີການແອບອ້າງວ່າ: ຜູ້ຖືກເຄາະຮ້າຍ “ມີສ່ວນກ່ຽວຂ້ອງກັບການກະທໍາຜິດທາງການເງິນ” ເພື່ອລໍ້ລວງເຫຍື່ອ ໃຫ້ເຂົ້າເວບໄຊ ຂອງອົງການສືບສວນສອບສວນ ທີ່ປອມແປງຂຶ້ນມາ ແລະ ສະແດງໝາຍຈັບ ປອມ ໂດຍອ້າງວ່າ ຜູ້ຖືກເຄາະຮ້າຍ “ມີສ່ວນກ່ຽວຂ້ອງ ກັບການກະທໍາຜິດທາງການເງິນ” ເປັນຕົ້ນ. ພວກເຂົາ ໄດ້ຫຼອກລວງຜູ້ຖືກເຄາະຮ້າຍໃຫ້ເຊື່ອວ່າ ຜູ້ຖືກເຄາະຮ້າຍມີສ່ວນຮ່ວມ ໃນຄະດີຊຸກເຊື່ອງເງິນທຶນທີ່ຜິດກົດໝາຍ, ຫຼັງຈາກນັ້ນ ກໍໄດ້ແອບອ້າງຕົວເອງວ່າ ເປັນໄອຍະການ ແລະ ບຸກຄົນອື່ນໆ ເພື່ອກົດດັນທາງຈິດໃຈ ດ້ວຍການຂົ່ມຂູ່ວ່າ ມີຄວາມເປັນໄປໄດ້ ທີ່ຈະຖືກຈັບຕົວ ແລະ ອາຍັດຊັບສິນ. ໃນເວລາດຽວກັນ, ພວກເຂົາ ໄດ້ໃຊ້ກົນອຸບາຍ ທີ່ຮອບຄອບ ເຊັ່ນ: ການສັ່ງໃຫ້ເຫຍື່ອ ປິດກັ້ນການຕິດຕໍ່ກັບພາຍນອກ.

ນອກຈາກນັ້ນ, ພວກເຂົາ ໄດ້ລໍ້ລວງເຫຍື່ອ ໃຫ້ຕິດຕັ້ງແອັບພລິເຄຊັນ ຄວບຄຸມຈາກທາງໄກ ແລະ ແອັບ ທີ່ເປັນອັນຕະລາຍໃນໂທລະສັບມືຖື ຂອງເຫຍື່ອ, ຫຼັງຈາກນັ້ນ ໄດ້ໃຊ້ວິທີສັ່ງໃຫ້ເຫຍື່ອ ດໍາເນີນການກູ້ຢືມ ຫຼື ຖອນເງິນແລ້ວຈຶ່ງລັກ (ດູດເອົາ) ເງິນ; ເຫຍື່ອ ທີ່ຖືກຕົວະຍົວະຫຼອກລວງ ຈາກວິທີການຄືດັ່ງກ່າວນີ້ ແມ່ນມີຈໍານວນ 224 ຄົນ ທີ່ຢູ່ໃນຫຼາຍປະເທດ ລວມທັງຢູ່ລາວ ຊຶ່ງມີມູນຄ່າເສຍຫາຍ 24,5 ຕື້ວອນ.

ຜ່ານການສືບສວນສອບສວນ ເບື້ອງຕົ້ນ ພົບວ່າ: ອົງກອນດັ່ງກ່າວ ໄດ້ໃຊ້ວິທີການຍ້າຍຖານຢູ່ປະເທດຕ່າງໆ ໄປເລື້ອຍໆ ເພື່ອຫຼີກລ່ຽງການຕິດຕາມ ຂອງອົງການສືບສວນ-ສອບສວນ ໂດຍສະເພາະ, ພວກເຂົາ ໄດ້ກະທໍາຜິດ ດ້ວຍການສ້າງຕັ້ງລະບົບການແບ່ງງານຢ່າງຊ່ຽວຊານ ໂດຍໃຊ້ຊື່ແຝງ ແລະ ຕຳແໜ່ງປອມ ລວມທັງການປອມຕົວ ເປັນເຈົ້າໜ້າທີ່ ຂອງສານ, ໄອຍະການ, ພະນັກງານສະຖາບັນການເງິນ ແລະ ອື່ນໆ.

ຕຳຫຼວດໄດ້ຄົ້ນພົບສະພາບ ຂອງກຸ່ມອາຊະຍາກຳ ທີ່ມີການຈັດຕັ້ງໃນຮູບແບບບໍລິສັດດັ່ງກ່າວນີ້ ໃນລະຫວ່າງການສືບ ສວນ-ສອບສວນຄະດີ ຫຼອກລວງທາງອອນລາຍ ອີກຄະດີໜຶ່ງ, ຕໍ່ມາ ຈຶ່ງໄດ້ເລີ່ມເປີດການສືບສວນຢ່າງເຕັມຮູບແບບ ໃນເດືອນພະຈິກ 2024. ຫຼັງຈາກນັ້ນ, ຕໍາຫຼວດໄດ້ປະຕິບັດມາດຕະການຍົກເລີກການນໍາໃຊ້ໜັງສືຜ່ານແດນ ຂອງພວກກ່ຽວ ແລະ ຂຶ້ນບັນຊີດໍາ ຂອງຕໍາຫຼວດສາກົນ, ທັງໄດ້ຈັບຕົວ 21 ຄົນ ລວມທັງຜູ້ທີ່ຢູ່ໃນປະເທດ ສ. ເກົາຫຼີ ແລະ ຜູ້ທີ່ພະຍາຍາມເຂົ້າປະເທດ ໃນເວລາຕໍ່ມາ.

ນອກຈາກນີ້, ໃນເດືອນກັນຍາ ທີ່ຜ່ານມາ, ໂດຍການຮຽກຮ້ອງການຮ່ວມມືຈາກສາກົນ ໃນການດໍາເນີນການສືບສວນ ຈຶ່ງໄດ້ມີການຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ, ພາໃຫ້ໃນເດືອນຕຸລາຂອງປີດຽວກັນ ເຈົ້າໜ້າທີ່ ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ລາວ) ແລະ ຈັບກຸມສະມາຊິກ ທີ່ເປັນຄົນ ສ. ເກົາຫຼີ ເພີ່ມເຕີມ 14 ຄົນ.

ເມື່ອບໍ່ດົນມານີ້, ທ່ານ ລີ ແຈມຽງ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ ໄດ້ກ່າວເຕືອນ ກ່ຽວກັບອາຊະຍາກຳຂ້າມຊາດ ເຊັ່ນ: ການຫຼອກລວງທາງອອນລາຍ ວ່າ: "ຜູ້ທີ່ກະທຳຜິດ ຕໍ່ຄົນ ສ. ເກົາຫຼີ ຈະຕ້ອງໄດ້ຊົດໃຊ້ຜົນ”.

ໃນຕໍ່ໜ້າ, ເຈົ້າໜ້າທີ່ຕຳຫຼວດ ຍັງຈະສຸມໃສ່ພາກພື້ນອາຊີຕາເວັນອອກສຽງໃຕ້ ໃນການສືບຕໍ່ຂະຫຍາຍການສືບສວນອົງກອນອາຊະຍາກຳ ທີ່ດໍາເນີນງານໃນຮູບແບບບໍລິສັດ ທີ່ມີເປົ້າໝາຍ ແນໃສ່ຄົນ ສ. ເກົາຫຼີ.

ສໍາລັບ; ສປປ ລາວ, ລັດຖະບານລາວ ໄດ້ມີການເຄື່ອນໄຫວ ສະກັດກັ້ນ ຕ້ານ ແລະ ປາບປາມ ແກ໋ງສໍ້ໂກງທາງອອນລາຍຢ່າງເຂັ້ມງວດ ສາມາດດໍາເນີນການຈັບກຸມ ແລະ ດໍາເນີນຄະດີ ຕໍ່ກຸ່ມຄົນດັ່ງກ່າວ; ອີງຕາມຂ່າວຈາກຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ໃຫ້ຮູ້ວ່າ: ໃນກອງປະຊຸມ ປະຈໍາເດືອນມັງກອນ-ກຸມພາ 2026 ທີ່ຈັດຂຶ້ນໃນວັນທີ 24- 25 ກຸມພາ 2026 ໄດ້ຊີ້ວ່າ: ການສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ ກຸ່ມແກ໋ງສະແກມເມີ...ຍັງເປັນວຽກຈຸດສຸມ ຂອງລັດຖະບານ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ແລະ ປາບປາມຢ່າງຕັ້ງໜ້າ.

ຕາມການລາຍງານ ຂອງທ່ານ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປີ 2025 ຜ່ານມາ ຂອງກົມໃຫຍ່ຕຳຫຼວດ ຕໍ່ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2025 ໃນວັນທີ 16.022026 ໂດຍສະເພາະວິທີການ, ມາດຕະການແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນ ຕົ້ນ ການແກ້ໄຂກຸ່ມແກ໋ງຫຼອກລວງທາງອິນເຕີເນັດ (Call center) ເຊິ່ງເປັນອາຊະຍາກຳຂ້າມຊາດ ທີ່ເປັນບັນຫາໃຫຍ່ຂອງສັງຄົມໃນປັດຈຸບັນ; ກຸ່ມແກ໋ງດັ່ງກ່າວ ໄດ້ມີການເຄື່ອນໄຫວຫຼາຍວິທີການ ທີ່ແຕກຕ່າງກັນເຊັ່ນ: ການຕິດຕໍ່ທາງໂທລະສັບມືຖື, ຄອມພິວເຕີ ທີ່ ນໍາໃຊ້ເຊື່ອມຕໍ່ອິນເຕີເນັດ ແລະ ນໍາໃຊ້ການບໍລິການສື່ສັງຄົມອອນລາຍທຸກຮູບແບບ ເພື່ອສໍ້ໂກງຊັບ, ຕົວະເອົາເງິນສົດ ແລະ ໂອນເອົາເງິນອອກຈາກບັນຊີ ຂອງຜູ້ຖືກເສຍຫາຍ ໄປຢ່າງງ່າຍດາຍ.

ຕໍ່ກັບບັນຫາດັ່ງກ່າວນັ້ນ, ຜ່ານມາກົມໃຫຍ່ຕຳຫຼວດ ໄດ້ເອົາໃຈໃສ່ໃນການສະກັດກັ້ນ ແລະ ແກ້ໄຂຢ່າງເຂັ້ມງວດ ໂດຍໄດ້ປະສານສົມທົບກັບຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມ, ກວດກາ ຂຶ້ນບັນຊີເປົ້າໝາຍ ສາມາດແກ້ໄຂຄະດີສໍ້ໂກງທາງອອນລາຍໄດ້ຫຼາຍຄະດີ, ໃນນີ້ມີທັງຄົນລາວ ແລະ ຕ່າງປະເທດ. ພ້ອມນັ້ນ, ກໍໄດ້ອອກແຈ້ງການເຖິງປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຍົກສູງສະຕິລະວັງຕົວ ເພື່ອປ້ອງກັນບໍ່ໃຫ້ທຸກຄົນໃນສັງຄົມຕົກເປັນເຫຍື່ອ ຂອງກຸ່ມແກ໋ງຫຼອກລວງທາງອິນເຕີເນັດແລະການສ້າງຄວາມ ເສຍຫາຍ ຜ່ານສື່ສັງຄົມອອນລາຍ.

ຂ່າວ:ຣັດສະໝີ