ປກສ ເມືອງໂພນທອງ ທຳລາຍອາວຸດລ່າເນື້ອ 146 ລາຍການ

ວັນທີ 3 ມີນາ 2026 ນີ້ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໂພນທອງ ແຂວງຫຼວງພະບາງ ຈັດພິທີທຳລາຍອາວຸດເສີກ, ອາວຸດລ່າເນື້ອ,ທາດແຕກ,ທາດລະເບີດ,ທາດເບື່ອ,ລູກກະສູນ,ໝໍ້ຊ໋ອດປາ ແລະອື່ນໆ,ໂດຍມີທ່ານ ປອ ບຸນຈັນ ປານຟອງເພັດ ເລຂາພັກເມືອງ,ມີນາຍ ແລະພົນທະຫານ,ນາຍ ແລະ ພົນຕຳຫຼວດ,ຂະແໜ່ງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພິຍ້ານ.
ໃນພິທີ ທ່ານ ປ່າວທ່າວ ຊົ່ວລີທໍ່ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ຜ່ານບົດສະຫຼຸບຜົນຂອງການລົງລະດົມການເກັບກູ້ອາວຸດເສີກ, ອາວຸດລ່າເນື້ອ,ທາດແຕກ,ທາດລະເບີດ,ທາດເບື່ອ,ລູກກະສູນ,ໝໍ້ຊ໋ອດປາ ວ່າ: ໃນໄລຍະຜ່ານມາ ເຫັນວ່າມີປະກົດການຫຍໍ້ທໍ້ເກີດຂື້ນຢູ່ຫຼາຍຂົງເຂດໃນຊົນນະບົດຍັງມີການຖືອາວຸດລ່າເນື້ອ,ທາດແຕກ,ທາດລະເບີດ,ທາດເບື່ອ,ລູກກະສູນ,ໝໍ້ຊ໋ອດປາ ລ່າສັດນໍ້າ-ສັດບົກແບບດັບສູນ,ບາງບຸກຄົນກໍ່ຕິດພັນທັງອາວຸດລ່າເນື້ອ ແລະບັນຫາຢາເສບຕິດ,ເຮັດໃຫ້ເກີດຫຼົງຍີງກັນ ເຮັດໃຫ້ເສຍຊີວິດ,ບາດເຈັບສາຫັດ ແລະສ້າງຄວາມເສຍຫາຍໃຫ້ແກ້ສັງຄົມຫຼາຍເຫດການໃນໄລຍະຜ່ານມາ,ໃນປີ 2025 ປະຊາຊົນມີຄວາມຈີງໄຈສົ່ງອາວຸດລ່າເນື້ອທັງໝົດ 146 ກະບອກ,ປະເພດປືນແກັບ 142 ກະບອກ,ງອນປືນແແກັບ 8 ງອນ,ເລົາປືນ 25 ເລົາ,ປືນແມັກ 2 ກະບອກ,ປືນດັດແປງ 2 ກະບອກ,ຍືດຈັກສະຕິນຈາກການລັກລອບຕັດໄມ້ບໍ່ຖືກຕ້ອງຈຳນວນ 5 ເຄື່ອງ.
ໂອກາດນີ້ ທ່ານ ປອ ບຸນຈັນ ປານຟອງເພັດ ໄດ້ມີຄຳເຫັນເນັນໜັກໃຫ້ພະນັກງານນັກຮົມພາຍໃນກອງບັນຊາການປ້ອງກັນຄວາມສະຫງົບເມືອງນຳເອົາເອກະສານທີກ່ຽວຂ້ອງເຖິງວຽກງານປ້ອງກັນຄວາມສະຫງົບ ຜັນຂະຫຍາຍເຜີຍແຜ່ເຊື່ອມຊືມ ໃຫ້ພໍ່,ແມ່ປະຊາຊົນ,ຊາວໜຸ່ມ,ຍີງໜຸ່ມໂດຍສະເພາແມ່ນເໜັ້ນໜັກ ຄຳສັ່ງຂອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງໂພນທອງ ວ່າດ້ວຍການລະດົມເກັບກູ້ອາວຸດລ່າເນື້ອ.ຈາກນັ້ນຄະນະປະທານພ້ອມດ້ວຍຜູ້ເຂົ້າຮ່ວມໄດ້ພ້ອມກັນທຳລາຍອາວຸດລາເນື້ອຢ່າງເປັນທາງການ.
ພາບ - ຂ່າວ: ສົມເພັດ ໄຊມີກອນ