ສຸເປີວີຄອບຟີ ເປີດສະຫະກອນກາເຟພູດອຍດາກຈຶງ.

ໃນວັນທີ 4 ມີນາ 2026 ໂຄງການ ສຸເປີວີຄອບຟີ( SUPER WE Coffee ) ຫຼືໂຄງການເສີມສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງໂດຍຜ່ານລະບົບຕ່ອງໂສ້ການສ້າງມູນຄ່າເພີ່ມຂອງຜະລິດຕະພັນກາເຟ ທີ່ມີຈັນຍາບັນ ແລະເປັນມິດຕໍ່ສິ່ງແວດລ້ອມ ທີ່ຂຶ້ນກັບອົງການແຄນາໆຊາດ ໄດ້ເປີດສະຫະກອນກາເຟພູດອຍດາກຈຶງຢ່າງເປັນທາງການ ຢູ່ສູນກາເຟບ້ານດາກວໍ ເມືອງດາກຈຶງ ແຂວງເຊກອງ ໂດຍມີ ທ່ານ ທະນົງສັກ ລືມີໄຊ ຮອງປະທານຄະນະກຳມະການປົກຄອງເມືອງດາກຈຶງ, ທ່ານນາງ ໄພວັນ ຈັນງາຄຳ ຕ່າງໜ້າອົງການແຄນາໆຊາດປະຈຳ ສປປລາວ ແລະທ່ານ ອິນປອນ ແສນຄຳຕີ ຕ່າງໜ້າສະຫະພາບເອີຣົບ ພ້ອມດ້ວຍຊາວສະຫະກອນກາເຟພູດອຍດາກຈຶງ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວຽງດາວເພັດ ຈັນພະມາດ ປະທານສະຫະກອນກາເຟພູດອຍດາກຈຶ່ງ ກ່າວວ່າ: ສະຫະກອນກາເຟພູດອຍດາກຈຶງ ໄດ້ຮັບທຶນການສະໜັບສະໜູນຊ່ວຍເຫຼືອ, ລວມທັງວັດຖຸອຸປະກອນ ແລະເຕັກນິການຜະລິດກາເຟທີ່ມີຄຸນນະພາບສູງ ຈາກສະຫະພາບເອີຣົບ, ອົງການແຄນາໆຊາດ ປະຈຳສປປລາວ ກໍຄືໂຄງການສຸເປີວີຄອບຟີ ( SUPER WE Coffee ) ສ້າງຕັ້ງຂຶ້ນຍ້ອນຄວາມຮຽກຮ້ອງຕ້ອງການຕົວຈິງຂອງພໍ່ແມ່ປະຊາຊົນ ແລະຊາວກະສິກອນເມືອງດາກຈຶງ ປະກອບມີ 15 ບ້ານຄື ບ້ານດາກວໍ, ດາກຣາຍ, ກາດຢອຍ, ດາກວາງ, ກາກເດີນ, ດາກດຸງ, ດາກເດັນ, ດາກເອີຍ, ຄູນໄຊ, ກອນຢົງ, ດາກມັນ, ປຣາວ, ດາກກັງ, ບ້ານດາກໂດມ ແລະບ້ານຕົງສຽງ ມີສະມາຊິກທັງໝົດ 234 ຄອບຄົວ, ມີຈຳນວນພົນເປັນເພດຍິງ 61 ຄົນ, ເນື້ອທີ່ການຜະລິດ 374.85 ເຮັກຕາ, ມີ 3 ທຸລະກິດຮ່ວມກັນ ໃນນັ້ນມີທຸລະກິດຮ່ວມຂາຍກາເຟໝາກຂາວ, ທຸລະກິດກາເຟໝາກຊ້ອມ ແລະທຸລະກິດກາເຟຂົ້ວ ໂດຍຫຼັກການຂອງສະຫະກອນ ແມ່ນຈະເນັ້ນຄວາມໂປ່ງໃສ ແລະຍຸຕິທຳ ສຳລັບດ້ານການບໍລິຫານຈັດການແມ່ນໄດ້ມີລະບົບໂຄງຮ່າງການຈັດຕັ້ງທີ່ຊັດເຈນ, ດ້ານການເງິນ ໄດ້ລວມທຶນການລະດົມຮຸ້ນຈາກສະມາຊິກລວມເປັນທຶນຈົດທະບຽນເບື້ອງຕົ້ນ 636,308,000 ກີບ ( ຫົກຮ້ອຍສາມສິບຫົກລ້ານສາມແສນແປດພັນກີບ) ເປັນເງິນສົດ 27,700,000 ກີບ, ເປັນວັດຖຸ 608,608,000 ກີບ ໃນນີ້ມີຮຸ້ນ 277 ຮຸ້ນ ມີມູນຄ່າຮຸ້ນລະ 100,000 ກີບ ຊຶ່ງການສ້າງຕັ້ງສະຫະກອນກາເຟພູດອຍດາກຈຶງຂຶ້ນກໍ້ເພື່ອເຕົ້າໂຮມຄວາມສາມັກຄີ ສົງເສີມບົດບາດຍິງຊາຍ, ຜະລິດກາເຟປອດສານພິດ ເປັນມິດກັບສິ່ງແວ້ນລ້ອມ ສ້າງອຳນາດການຕໍ່ຣອງທາງກາຍຕະຫຼາດທີ່ໝັ້ນຄົງໃຫ້ກັບສະມາຊິກ ແລະຍົກລະດັບເຕັກນິກການຜະລິດໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ, ພັດທະນາອາຊີບກະສິກຳຢ່າງຍືນຍົງ ເພື່ອສ້າງລາຍຮັບທີ່ໝັ້ນຄົງ, ລາຍຮັບເພີ່ມຂຶນ ທັງເປັນການປັບປຸງຊີວິດຂອງສະມາຊິກ ແລະຊຸມຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໂອກາດນີ້, ໃນພິທີຍັງໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະທ່ານ ທະນົງສັກ ລືມີໄຊ ຮອງປະທານຄະນະກຳມະການປົກຄອງເມືອງດາກຈຶງ ກໍໃຫ້ກຽດຕັດສາຍໂບ ເປີດສະຫະກອນກາເຟພູດອຍດາກຈຶງຢ່າງເປັນທາງການ.
.
ຂ່າວ:ອັດສະວິນ