ເມືອງຊຽງຮ່ອນ ຈັດງານບຸນສະເຫຼີມສະຫຼອງຫໍໄຫວ້ທະເຈົ້າທັນໃຈ ຕິດພັນກັບບຸນນະມັດສະການພຣະທາດຊຽງລົມ

ບ້ານທາດເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເປີດງານບຸນສະເຫຼີມສະຫຼອງຫໍໄຫວ້ພຣະເຈົ້າທັນໃຈ ຕິດພັນກັບບຸນນະມັດສະການພຣະທາດຊຽງລົມ ພິທີໄດ້ຈັດຂຶ້ນໃນວັນທີ 3 ມີນາ 2026 ຂຶ້ນຢູ່ທີ່ວັດທາດສາສະດາຣາມ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ມີການນຳຂອງແຂວງ, ການນຳຂອງເມືອງ, ອົງການພຸດພະສາສະໜາແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ຊາວພຸດທະສາສະນິກກະຊົນພາຍໃນແຂວງ ຕາງແຂວງ, ຕາງເມືອງ ແລະ ຊາວພຸດທະສາສະກິກກະຊົນພາຍໃນເມືອງເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
 
ໃນພິທີ ທ່ານ ສົມພານ ຍົດບູນ ນາຍບ້ານບ້ານທາດ ໄດ້ລາຍງານການການກໍ່ສ້າງຫໍໄຫວ້ພະເຈົ້າທັນໃຈ ໂດຍທ່ານໄດ້ກ່າວວ່າ: ການອອກແບບ ແລະ ການກໍ່ສ້າງໄດ້ເລີມລົງມືການກໍ່ສ້າງແຕ່ວັນທີ 11 ເມສາ 2021 ແລະ ໄດ້ສຳເລັດໃນວັນທີ 19 ກຸມພາ 2026 ເຊີ່ງມີຂະໜາດ ລວງສູງ 13 ແມັດ, ລວງກວ້າງ 9 ແມັດ ແລະ ລວງຍາວ 18 ແມັດ ລວມມູນຄ່າການກໍ່ສ້າງ 1,739,729,000ກີບ. ທຶນດັ່າງກ່າວນີ້ ແມ່ນໄດ້ລະດົມຈາກພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ຊາວພຸດທະສາສະນິກກະຊົນທັງພາຍໃນ ແລະ ຕ່າງປະເທດ. ຈຸດປະສົງຂອງການສ້າງຫໍໄວ້ພະເຈົ້າທັນໃຈ ກໍ່ເພື່ອເປັນບ່ອນສັກກະລະກາບໄວ້ບູຊາ ຂໍພອນບຼາລະມີ ແລະ ກາຍເປັນສູນລວມຈິດໃຈຂອງພໍ່ແມ່ປະຊາຊົນ ກໍ່ຄືຊາວພຸດທະສາສະນິກກະຊົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ແນ່ໃສ່ຍູ້ແຮງການທ່ອງທ່ຽວທາງດ້ານວັດທະນະທຳ ຕິດພັນກັບສະຖານທີ່ທ່ອງທ່ຽວທະທາດຊຽງລົມ ທີ່ເປັນມິ່ງຂວັນຂອງຊາວເມືອງຊຽງຮ່ອນ ສ່ວນອົງພຣະເຈົ້າທັນໃຈ ແມ່ນເປັນອົງພຣະສັກສິດຄູ່ບ້ານຄູ່ເມືອງ ທີ່ມີຄວາມເຊື່ອມາແຕ່ບູຮານນະການ, ໂດຍອົງພຣະເຈົ້າທັນໃຈມີປະຫວັດຄວາມເປັນມາຄື: ໃນປີ ຄສ 1929 ໄດ້ມີ ພໍ່ເຖົ້າເຈີມ ແລະ ແມ່ເຖົ້າຮາມ ເປັນຊົນເຜົ່າກຶມຸ ບ້ານຫ້ວຍກົວະ ຫຼື ບ້ານນໍ້າກອກໃນປະຈຸບັນ ເປັນຜູ້ຄົ້ນພົບອົງພະເປັນຜູ້ທຳອິດ ຈາກການຖ່າງປ່າເຮັດໄຮ່ ຈຳນວນ 2 ອົງ ໂດຍມີ ອົງນ້ອຍ 1 ອົງ ອົງໃຫຍ່ 1 ອົງ ໂດຍໄດ້ເອົາອົງນ້ອຍມາມອບໃຫ້ພໍ່ນ້ອຍກາ ເຊິ່ງເປັນນາຍບ້ານບ້ານຊ້າງໃນສະໄໝນັ້ນ ແລະ ໄດ້ອົງອົງໃຫຍ່ມາມອບໃຫ້ພໍ່ພະຍາ ອານຸລັກ ເຊິ່ງເປັນພະຍາເຂດຊຽງລົມໃນສະໄໝນັ້ນ ຈາກນັ້ນພໍ່ພາຍາອານຸລັກໄດ້ນຳເອົາເຂົ້າປາອາຫານ ແລະ ເຄື່ອງໃຊ້ຈຳນວນໜຶ່ງມອບໃຫ້ເພື່ອເເປັນການຕອບແທນ.
 
ຕະຫຼອດໄລຍະຜ່ານມາການປົກປັກຮັກສາ ອົງພຣະແມ່ນໄດ້ມີການຮັກສາຄຸ້ມຄອງຮັກສາເປັນຢ່າງດີ ຈົນມາຮອດປະຈຸບັນຈຶ່ງໄດ້ໄດ້ອັນເຊີນອົງທະມາປະທັບຢູ່ທີ່ຫໍໄວ້ທະເຈົ້າທັນໃຈ ເພື່ອໃຫ້ຊາວພຸດໄດ້ກາບໄວ້ສັກກະລະບູຊາ ທີ່ວັດທາດສາສະດາຣາມ. ພາຍຫຼັງທີ່ໄດ້ລາຍງານການກໍ່ສ້າງຫໍໄຫວ້ພຣະເຈົ້ທັນໃຈ ກໍ່ໄດ້ດໍາເນີນພິທີ ທາງພຸດທະສາໜາດ້ວຍບັນຍາກາດຄຶກຄື້ນ.
.
ຂ່າວ: ຄ.ອ.ມ ຊຽງຮ່ອນ