ແບນນ້ຳເຜີ້ງດາວຽງ ໄດ້ຮັບ ລາງວັນ MSME ດີເດັ່ນ ດ້ານຄວາມຍືນຍົງດ້ານສິ່ງແວດລ້ອມ

ວັນທີ 1 ມີນາ 2026 ກຸ່ມຜະລິດ ນ້ຳເຜີ້ງ ບ້ານນ້ຳເງິນ(ແບຣນນ້ຳເຜີ້ງດາວຽງ ໄດ້ຮັບລາງວັນ MSME ດີເດັ່ນ ດ້ານຄວາມຍືນຍົງດ້ານສິ່ງແວດລ້ອມ ໃນງານນວາງສະແດງ ຫົວໜ່ວຍຈຸນລະວິສາຫະກິດ ວິສະຫະກິດຂະໜາດນ້ອຍ ແລະກາງ ຄັ້ງທຳອິດຂອງ ສປປ ລາວ (Lao MSME Expo 2026). ລາງວັນດັ່ງກ່າວເປັນການຢັ້ງຢືນເຖີງຄວາມເປັນຜູ້ນຳດ້ານນະວັດຕະກຳ ແລະ ການມີສ່ວນຮ່ວມໃນການຊຸກຍູ້ເສດຖະກິດດີຈິຕອນຂອງລາວ.
 
ພິທີມອບລາງວັນໄດ້ຮັບກຽດຈາກ ທ່ານ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຈັນທະບຸນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະການຄ້ານາງ ດາວຽງ ບົວສີສະຫວັນ ເຈົ້າຂອງແບນນ້ຳເຜີ້ງດາວຽງ ໃຫ້ຮູ້ວ່າ: ກຸ່ມຜະລິດ ນ້ຳເຜີ້ງ ບ້ານນ້ຳເງິນ(ແບຣນນ້ຳເຜີ້ງດາວຽງ )ເລີ່ມຕົ້ນຈາກການເປັນຫົວໜ່ວຍທຸລະກິດຄອບຄົວ ທີ່ຢາກເຜີຍແຜ່ຜະລິດຕະພັນດີໆຈາກເມືອງນາໝໍ້. ພວກເຮົາພາກພູມໃຈໃນຂະບວນການຜະລິດແບບທຳມະຊາດທີ່ພັດທະນາຮ່ວມກັບຊຸມຊົນ ໂດຍເນັ້ນໃສ່ຄວາມສະອາດ ແລະຄຸນນະພາບເປັນຫຼັກ. ພວກເຮົາຕັ້ງໃຈທີ່ຢາກຈະສ້າງມູນຄ່າເພີ່ມໃຫ້ກັບຜົນຜະລິດທຳມະຊາດຂອງເມືອງນ້ຳໝໍ້. ຂ້າພະເຈົ້າເຫັນເຖິງທ່າແຮງຂອງນ້ຳເຜີ້ງທີ່ຊາວບ້ານຜະລິດ, ຈຶ່ງໄດ້ເຂົ້າມາຊ່ວຍພັດທະນາດ້ານການຫຸ້ມຫໍ່ ແລະ ການຕະຫຼາດ ເພື່ອໃຫ້ຜະລິດຕະພັນນີ້ເຂົ້າເຖິງຜູ້ບໍລິໂພກໄດ້ກວ້າງຂວາງຂຶ້ນ ແລະ ເປັນການສ້າງລາຍໄດ້ເສີມໃຫ້ກັບຄອບຄົວຊາວບ້ານໃນຊຸມຊົນ."
 
"ຜະລິດຕະພັນຫຼັກແມ່ນ ນ້ຳເຜີ້ງສົດຈາກທຳມະຊາດ ທີ່ຜ່ານການຄັດສັນ ແລະ ບັນຈຸດ້ວຍຄວາມໃສ່ໃຈ. ປະຈຸບັນ ພວກເຮົາເນັ້ນການວາງຈຳໜ່າຍຜ່ານຊ່ອງທາງອອນລາຍ ແລະ ຕົວແທນ ເພື່ອໃຫ້ລູກຄ້າໄດ້ຮັບຜະລິດຕະພັນທີ່ສົດໃໝ່ຈາກປ່າທຳມະຊາດໂດຍກົງ."
 
"ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບລາງວັນ MSME ດີເດັ່ນດ້ານຄວາມຍືນຍົງ ໃນຄັ້ງນີ້. ລາງວັນນີ້ຄືກຳລັງໃຈອັນສຳຄັນ ບໍ່ພຽງແຕ່ສຳລັບຕົວຂ້າພະເຈົ້າເອງ ແຕ່ລວມໄປເຖິງກຸ່ມຊາວບ້ານຜູ້ຜະລິດທຸກໆທ່ານ. ພວກເຮົາຈະມຸ່ງໝັ້ນຮັກສາຄຸນນະພາບ ແລະ ພັດທະນາຜະລິດຕະພັນໃຫ້ດີຍິ່ງໆຂຶ້ນໄປ."
 
ປະຈຸບັນສາມາດສັ່ງຊື້ໄດ້ທີ່
ເພຈ : ນ້ຳເຜີ້ງດາວຽງສົດຈາກປ່າອຸດົມໄຊ ເດື່ອນ 5 - Pure Wild Honey by Da Vieng
ເຟສບຸກ: ດາວຽງ ບົວສີສະຫວັນ ເບີໂທ:02055750179~02091118749