"ສະຫງ່າງາມ! ຊົມການເດີນແບບຊຸດຊົນເຜົ່າ ແລະ ສິລະປະພື້ນເມືອງ ໃນງານເທດສະການໝາກພ້າວນາໄຊ ຕິດພັນບຸນລະປືບເຜົ່າກະຕາງ"

ໃນຄ່ຳຄືນຂອງວັນທີ 3 ມີນາ 2026 ທີ່ເດີ່ນຕະຫຼາດຊຸມຊົນບ້ານນາໄຊນ້ອຍ ເມືອງສາລະວັນ, ໄດ້ຈັດກິດຈະກໍາຫາລາຍໄດ້ໃນງານເທສະການໝາກພ້າວນາໄຊ ຕິດພັນກັບບຸນລະປືບເຜົ່າກະຕາງ, ດ້ວຍການຂາຍຜະລິດຕະພັນທີ່ເປັນທ່າແຮງຂອງບ້ານ ເປັນຕົ້ນ: ຜະລິດຕະພັນທີ່ແປຮູບຈາກໝາກພ້າວ, ບັ້ງເຂົ້າຫລາມ, ໝາກໄມ້, ເຄື່ອງດື່ມ ແລະ ອື່ນໆ, ຕິດພັນກັບການສະແດງສີລະປະ-ວັດທະນະທໍາບັນດາເຜົ່າ ແລະ ເດີນແບບຊຸດຊົນເຜົ່າຈາກຄອບຄົວການນໍາ, ນັກທຸລະກິດ ຊາວໜຸ່ມ, ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເຮືອນຄົວໂຄງການອາຫານທ່ຽງ ກິນເຂົ້າຮ່ວມກັບນ້ອງໆນັກຮຽນ ຈັດຂື້ນໂດຍອົງການປົກຄອງເມືອງສາລະວັນ ຮ່ວມກັບເຈົ້າຂອງຕະຫຼາດຊຸມຊົນ, ອົງການຈັດຕັ້ງບ້ານ ແລະ ໂຮງຮຽນມັດທະຍົມສົມບູນນາໄຊ, ດ້ວຍບັນຍາກາດຄຶກຄື້ນ, ມ່ວນຊື່ນ, ໂດຍການເຂົ້າຮ່ວມຂອງ ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງສາລະວັນ ພ້ອມພັນລະຍາ, ມີອະດິດການນໍາຂອງແຂວງ, ການນໍາຂອງເມືອງ, ເຈົ້າຂອງຕະຫຼາດຊຸມຊົນ, ການຈັດຕັ້ງບ້ານ, ຜູ້ປະກອບການ, ຫົວໜ່ວຍທຸລະກິດຄ້າຂາຍ, ຄູອາຈານ, ນ້ອງນັກຮຽນ ຕະຫຼອດຮອດມວນຊົນຊາວບ້ານນາໄຊ ແລະ ບ້ານອ້ອມຂ້າງເຂົ້າຮ່ວມ.
ທ່ານ ຂາວ ໂພໄຊ ຮອງປະທານຄະນະກໍາມະການປົກຄອງເມືອງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ໄດ້ກ່າວເປີດງານວ່າ: ການຈັດກິດຈະກໍາໃນຄັ້ງນີ້, ແມ່ນເປັນບາດກ້າວໜື່ງທີ່ສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ, ການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ເວົ້າສະເພາະແມ່ນວຽກງານການສຶກສາໃນເຂດຊົນນະບົດ ໃຫ້ມີການຂະຫຍາຍຕົວ ຕາມລັກສະນະ ແລະ ຫຼັກມູນຂອງການສຶກສາ, ໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມຢ່າງແຂງແຮງ, ທັງເປັນການອະນຸລັກຮັກສາຮິດຄອງປະເພນີ ວັດທະນະທຳບັນດາເຜົ່າອັນດີງາມຂອງຊາດ ກໍຄືຂອງທ້ອງຖີ່ນ, ອີກຢ່າງໝື່ງກໍ່ເພື່ອເປັນການໂຄສະນາຊຸດຊົນເຜົ່າຕ່າງໆຂອງເມືອງສາລະວັນ, ແຂວງສາລະວັນ ໃຫ້ຊາວບ້ານ ແລະ ແຂກທີ່ມາທ່ຽວຊົມໃນງານ, ໄດ້ຮັບຮູ້ ແລະ ເຫັນໄດ້ເຖິງສີໄມ້ລາຍມືອັນປານີດທີ່ເປັນເອກະລັກຂອງຊົນເຜົ່າ, ທີ່ມີຄວາມພະຍາຍາມຕ່ຳແຜນແພ ເພື່ອມາຕັດເປັນຊຸດທັງເສື້ອ ແລະ ສີ້ນ, ໃຫ້ສັງຄົມ ໄດ້ຮັບຮູ້ເຖິງເອກະລັກຂອງທ້ອງຖີ່ນ ໃນການນຸ່ງຖືແບບປະເພນີຂອງເຜົ່າ ເວົ້າສະເພາະແມ່ນເອກະລັກຂອງແຂວງສາລະວັນ.
ພ້ອມນັ້ນ: ກໍໄດ້ຮັບຊົມການສະແດງສີລະປະຂອງນ້ອງນັກຮຽນມັດທະຍົມສົມບູນ ນາໄຊ ແລະ ໂຮງຮຽນປະຖົມ ສະໂປນ, ຈໍານວນ 8 ລາຍການ ຄື ບົດເພງ ວອນສາວນາໄຊ, ບົດລໍາຢາກກິນບັ້ງເຂົ້າຫຼາມ, ບົດຟ້ອນບ້ານແມ່ເຮົາ, ສຽງແຄນແດນຈໍາປາ, ລໍາສາລະວັນ, ບົດຟ້ອນບູຊາຄູ, ສຽງແຄນລາວ ແລະ ບົດຟ້ອນຕີກອງສະຫຼອງໄຊ, ພ້ອມນັ້ນການນໍາຂອງເມືອງ, ອະດີດການນໍາຂອງແຂວງ ພ້ອມດ້ວຍແຂກ, ກໍໄດ້ປະກອບສ່ວນທຶນຮອນເຂົ້າໃນງານດັ່ງກ່າວ.
ຂ່າວ: ແຂວງສາລະວັນ