ອັດຕາເງິນເຟີ້ຂອງ ສປປ ລາວເດືອນກຸມພາ 2026 ຢູ່ໃນລະດັບ 6.2% ເພີ່ມຂຶ້ນ 0.7% ທຽບໃສ່ເດືອນມັງກອນ

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງສູນສະຖີຕິແຫ່ງຊາດ ກະຊວງການເງິນ ໃນເດືອນກຸມພາ 2026 ອັດຕາເງິນເຟີ້ຂອງ ສປປ ລາວ ຢູ່ໃນລະດັບ 6.2% (ເດືອນມັງກອນ 5.1%). ພ້ອມກັນນັ້ນ, ເມື່ອສົມທຽບລະດັບການປ່ຽນແປງລາຄາສິນຄ້າກັບເດືອນຜ່ານມາແມ່ນເພີ່ມຂຶ້ນ 0.7%.
ສະຫຼຸບລວມແລ້ວ, ສາເຫດທີ່ອັດຕາເງິນເຟີ້ໃນເດືອນ ກຸມພາ 2026 ເພີ່ມຂຶ້ນຕົ້ນຕໍແມ່ນມາຈາກຄວາມ ຕ້ອງ ການພາຍໃນເພີ່ມຂຶ້ນ, ການເພີ່ມຂຶ້ນຂອງລາຄາພະລັງງານ. ໃນນັ້ນ, ລາຄາພະລັງງານສາກົນເພີ່ມຂຶ້ນ 12.0%, ສ່ວນ ລາຄານໍ້າມັນເຊື້ອໄຟພາຍໃນປະເທດກໍ່ເພີ່ມຂຶ້ນເຊັ່ນກັນ (ລາຄານໍ້າມັນກາຊວນເພີ່ມຂຶ້ນ 7.2%).
- ໃນນີ້, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 24.3%
- ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 13.0%
- ໝວດການສືກສາ ເພີ່ມຂຶ້ນ 11.7%
- ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 8.1%
- ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 8.0%
- ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 7.3%
- ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 6.9%
- ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 6.3%;
- ໝວດສິນຄ້າ ແລະ ບໍລິການອື່ນໆ (ຕົ້ນຕໍແມ່ນລາຄາຄໍາ) ເພີ່ມຂຶ້ນ 37.0%.