
ວັນທີ 6 ມີນາ 2026 ຜ່ານມາທີ່ບໍລິສັດ ຮ່ວມໃຈພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະຫຼຸບຜົນງານ 30 ປີ ແລະມີການແຕ່ງຕັ້ງປະທານບໍລິສັດຄົນໃໝ່ ໂດຍທາງຄະນະບໍລິສັດ ແລະການຕົກລົງເຫັນດີຂອງ ທ່ານ ຕົງລີ ເຢຍເຊັງ ເຫັນວ່າມີຄວາມຫຍຸ້ງຍາກໃນການທີ່ຈະນໍາພາບໍລິສັດຕໍ່ໄປນັ້ນ. ຈື່ງໄດ້ຕົກລົງເຫັນດີມອບໜ້າທີ່ໃຫ້ລູກຊາຍ ( ທ່ານ ເຢັງລີ ເຢຍເຊັງ) ເປັນຜູ້ສືບທອດນໍາພາບໍລິສັດຕໍ່ໄປ.
ບໍລິສັດໄດ້ສ້າງຕັ້ງຂື້ນພາຍຫຼັງ ທ່ານ ຕົງລີ ເຢຍເຊັງ ອາດິດຮອງເຈົ້າແຂວງໄດ້ອອກພັກບຳນານກໍ່ໄດ້ ເລີ່ມສ້າງຕັ້ງບໍລິສັດຂື້ນໃນປີ 1998 ຈົນຮອດປັດຈຸບັນກໍ່ເປັນເວລາເກືອບ 30 ປີ. ໃນເບື້ອງຕົ້ນບໍລິສັດມີຊື່ວ່າ : ບໍລິສັດຫຸ່ນສ່ວນການຄ້າພັດທະນາຂາອອກ-ຂາເຂົ້າ ແຂວງຫຼວງນໍ້າທາ. ໂດຍແມ່ນທ່ານ ຕົງລີ ເຢຍເຊັງ ເປັນອໍານວຍການບໍລິສັດ ແລະມີຂາຫຸ້ນເອກະຊົນພາຍໃນຮ່ວມຫຸ້ນນໍາ. ມີສໍານັກງານຕັ້ງຢູ່ ບ້ານໂພນໄຊ ຖະໜົນແຂວງຫຼວງນໍ້າທາ (ກົງກັນຂ້າມກັບໄປສະນີລາວ). ບໍລິສັດໄດ້ຂື້ນທະບຽນວິສາຫະກິດ ແລະທະບຽນອາກອນຄົບຖ້ວນຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.
ສຳລັບການເຄື່ອນໄຫວທຸລະກິດຂອງບໍລິສັດເວລານັ້ນແມ່ນການນໍາສີນຄ້າ ເຂົ້າ-ອອກ ແລະຜ່ານ ແດນ. ສິນຄ້າສົ່ງອອກທີ່ພົ້ນເດັ່ນຂອງບໍລິສັດໃນເວລານັ້ນ ແມ່ນໝາກຕາວ, ໝາກແໜງ, ຢາງພາລາ ແລະເຄື່ອງປ່າຂອງດົງ. ນອກຈາກນັ້ນບໍລິສັດກໍໄດ້ລິເລີ່ມເປັນຜູ້ທຳອິດໃນການສົ່ງເສີມປູກຢາງພາລາ ຢູ່ ແຂວງຫຼວງນໍ້າທາ ແຕ່ປີ 2001 ເປັນຕົ້ນມາ ແລະເປັນຜູ້ລິເລີ່ມພັດທະນາກໍ່ສ້າງສາງຄ່ຽນຖ່າຍສິນຄ້າ ຢູ່ດ່ານປາງໄຮ ເມືອງສີງ ແຂວງຫຼວງນໍ້າທາ.
ມາຮອດປີ 2005 ໂດຍອີງໃສ່ການປ່ຽນແປງນະໂຍບາຍຂອງພັກ-ລັດ ແຕ່ລະໄລຍະ ແລະຕາມສະພາບຕົວຈິງ. ເພື່ອເຮັດໃຫ້ບໍລິສັດດໍາເນີນການເຄື່ອນໄຫວໃຫ້ສອດຄ່ອງຕາມສະພາບເງື່ອນໄຂນັ້ນຈຶ່ງໄດ້ ຫັນປ່ຽນຊື່ບໍລິສັດຫຸ້ນສ່ວນການຄ້າ ພັດທັດທະນາ ຂາອອກ-ຂາເຂົ້າ ແຂວງຫຼວງນໍ້າທາ ມາເປັນຊື່ບໍລິສັດ ຮ່ວມໃຈພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ຈົນເຖີງປັດຈຸບັນ. ໂດຍຍັງແມ່ນ ທ່ານ ຕົງລີ ເຢຍເຊັງ ເປັນອໍານວຍການບໍລິສັດ (ເຈົ້າຂອງບໍລິສັດ) ມີທຶນຈົດທະບຽນປັດຈຸບັນ 8 ຕື້ກີບ, ມີສຳນັກງານ ຕັ້ງຢູ່ບ້ານນາຫ້ອມ ( ເທດສະບານແຂວງ) ຖະໜົນພຶດສະພາ. ມີຫ້ອງການ ແລະ ໜ່ວຍງານ ສາຂາປະຈຳດ່ານບໍ່ເຕັນ, ດ່ານຊຽງກົກ, ດ່ານປາງໄຮ, ດ່ານປາງຫົກ ແລະດ່ານລານຕຸຍ (ແຂວງ ຜົ້ງສາລີ) ແລະ ຢູ່ນະຄອນຫຼວງວຽງຈັນ. ຮູບແບບວິສາຫະກິດ ເປັນບໍລິສັດ ຈຳກັດຜູ້ດຽວ.
ການເຄື່ອນໄຫວຂອງບໍລິສັດຕະລອດໄລຍະຜ່ານມາມີ: ການບໍລິການນໍາສິນຄ້າ ເຂົ້າ-ອອກ ແລະຜ່ານແດນ ການສົ່ງເສີມຮ່ວມມືປູກຢາງພາລາຢູ່ພາຍໃນແຂວງ ແລະຕ່າງແຂວງ, ມີເນື້ອທີ່ ທັງໝົດ 2ເຮັກຕາ, ຕົ້ນ. ຜະລິດນໍ້າຢາງພາລາໄດ້ທັງໝົດ 400, ການຮ່ວມມືກັບນັກທຸລະກິດພາຍໃນ ແລະ ຕ່າງປະເທດ ໃນການປູກພືດລົ້ມລຸກ ໂດຍສະເພາະໝາກແຕງໂມ ເພື່ອເປັນສີນຄ້າສົ່ງອອກ. ໝາຍວ່າບໍລິສັດມີການເຄື່ອນໄຫວຜ່ານມາມີທັງໝົດ 5 ແຜນງານໜ້າວຽກ ແລະໂຄງການສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຢູ່ແຂວງຊຽງຂວາງ ໃນເນື້ອທີ່ສໍາປະທານ 972 ເຮັກຕາ.
ຜົນງານການເຄື່ອນໄຫ່ວທຸລະກິດໄລຍະຜ່ານມາ1) ດ້ານການບໍລິການສິນຄ້າ ນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຄິດເປັນມູນຄ່າຈໍລະຈອນສິນຄ້າທັງໝົດ: ພັນຮ້ອຍລ້ານ ຕື້ກວ່າກີບ, ມອບລາຍຮັບເຂົ້າງົບປະມານຂອງລັດ 250 ຕື້ກີບ. ສ້າງລາຍຮັບຈາກການຊື້-ຂາຍ ຢາງພາລາ ໃຫ້ຊາວສ່ວນຢາງໄດ້ທັງໝົດ, ສົ່ງໝາກແຕງໂມອອກໄປຕ່າງປະເທດ (ສປ ຈີນ) ທັງໝົດ 120,000 ໂຕນ, ສົ່ງງົວອອກຕ່າງປະເທດ ແລະ ພາຍໃນ ທັງໝົດ 400 ໂຕ, ສົ່ງອອກເຄື່ອງເຟີນີເຈີເຄິ່ງສໍາເລັດຮູບໄດ້ທັງໝົດ 50 ລາຍການ ຄິດເປັນນໍ້າໜັກປະມານ 7,500 ໂຕນ, ໂຄງການສໍາລວດ ແລະຂຸດຄົ້ນບໍ່ແຮ່ ຢູ່ແຂວງຊຽງຂວາງໄດ້ລົງທຶນໄປ ແລ້ວ 7 ລ້ານໂດລາ ແລະໄດ້ລົງທືນ ແລະມີແຜນຈະສືບຕໍ່ລົງທຶນອີກ 14 ລ້ານ 5 ແສນໂດລາ ຈຶ່ງສາມາດສ້າງໂຮງງານ ແລະຂຸດຄົ້ນປຸງແຕ່ງໄດ້, ດ້ານວຽກງານວິຊາສະເພາະບໍລິສັດ ໄດ້ຍົກລະດັບຄວາມຮູ້ຄວາມສາມາດວິຊາສະເພາະໃຫ້ພະນັກງານບໍລິສັດເປັນປົກກະຕິໂດຍສະເພາະແມ່ນພະນັກງານການບໍລິການຢູ່ດ່ານຕ້ອງໄດ້ຜ່ານການເຝິກອົບຮົມໃນການນໍາໃຊ້ລະບົບໄອທີຈາກກົມພາສີ ແລະພາກສ່ວນທີ່ກ່ຽວຂ້ອງ. ປະຈຸບັນບໍລິສັດມີພະນັກງານທີ່ໄດ້ຮຽນຜ່ານເຂົ້າລະບົບນີ້ໄດ້ແລ້ວ ຈໍານວນ 4 ຄົນ.
ຜົນງານໃນການປະກອບສ່ວນຊ່ວຍເຫຼືອ ແລະ ອຸປະຖຳຕ່າງໆສ້າງເສັ້ນທາງ, ຂົວເຂົ້າສວນຢາງ ແລະ ປະກອບສ່ວນຕັ້ງໂຮງຮຽນ ຢູ່ບ້ານຫ້ວຍໂຄ້ງ ແຂວງວຽງຈັນ ລວມມູນຄ່າທັງໝົດ ຕື້ 5 ຮ້ອຍລ້ານກີບ.ອຸປະຖຳປະກອບສ່ວນ ວັດສາມັກຄີໄຊ ແຂວງເປັນເງິນສົດ ຈໍານວນ 200 ລ້ານກີບ. ປະກອບສ່ວນຊ່ວຍເຫຼືອໄຟນໍ້າຖ້ວມ, ສ້າງສະໜາມຕິດຊຶ່ງຢາງພາລາ ແລະອຸປະຖຳວຽກງານອື່ນໆ ຈໍານວນ 2 ຕື້ຮ້ອຍລ້ານກີບ. ບໍລິສັດໄດ້ຮັບລາງວັນຈາກຂັ້ນເທິງພັກລັດໃບໂລລາງວັນດີເດັ່ນ 2 ໂລ, ໃບກຽດຕິຄຸນ 100 ໃບ, ໃບຍ້ອງຍໍຊົມເຊີຍ ຈໍານວນ 300 ໃບ .
ຕະລອດໄລຍະ 30 ປີ ແລະໜື່ງສະໃໝຂອງການເຄື່ອນໄຫວທຸລະກິດຂອງບໍລິສັດໃນການເຮັດວຽກງານຂອງພະນັກງານທີ່ໄດ້ເອົາໃຈໃສ່ທຸ້ມເທເຫື່ອແຮງສະຕິປັນຍາຢ່າງໃຫ່ຍຫຼວງ. ສະນັ້ນປະທານບໍລິສັດເຫັນໄດ້ຜົນງານ ແລະຄຸນງາມຄວາມດີຈຶ່ງໄດ້ມອບໃບກຽດຕິຄຸນ, ໃບຍ້ອງຍໍຊົມເຊີຍ, ເງິນອຸດໜູນ, ເງິນບຳເນັດໃຫ້ພະນັກງານບໍລິສັດເພື່ອເປັນການຍ້ອງຍໍທີ່ມີຜົນງານດີເດັ່ນຕະຫຼອດມາ. ມອບໃບຍ້ອງຍໍໃຫ້ກຸ່ມຢາງພາລາ 8 ບ້ານ ທີ່ມີຜົນງານດີເດັ່ນໃນການຮ່ວມມືປະຕິບັດສັນຍາການຊື້-ຂາຍຢາງພາລານໍາບໍລິສັດ.