ຈີນ​ ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ທົ່ວ​ໂລກ

ວິທະຍຸໂທລະພາບສູນກາງຈີນ (CMC) ລາຍງານ, ໂລກ​ໃນ​ປັດ​ຈຸ​ບັນ, ລັດ​ທິ​ຝ່າຍ​ດຽວ ແລະລັດ​ທິ​ປົກ​ປ້ອງ​ການ​ຄ້າ​ກຳ​ລັງ​ແພ່ຫຼາຍ​ຢ່າງກວ້າງ​ຂວາງ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ພັດ​ທະ​ນາ​​ທົ່ວ​ໂລກ​. ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ, ຝ່າຍ​ຕ່າງໆ​ຍິ່ງ​ເອົາ​ໃຈ​ໃສ່​ຕໍ່​ສັນ​ຍານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກທີ່​ໄດ້​ສົ່ງ​​ອອກມາ​ຈາກກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ໃນ​ປີ​ນີ້.
 
ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຈ່ຽງ​ຊູ່​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທ​າ​ນ​ປະ​ເທດ​ຈີນ​ໄດ້​​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງວ່າ: ຕ້ອງ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ, ບຸກ​ເບີກ​ຕະຫຼາດ​ທົ່ວ​ໂລກ​ຢ່າງກວ້າງ​ຂວາງກວ່າ​ເກົ່າ ແລະ ເຊື່ອມໂຍງ​ການ​ໝູນ​ວຽນ​ສາ​ກົນ​ໃຫ້​ໄດ້​ດີ​ກວ່າ​ເກົ່າ.” ປະ​ຊາ​ຄົມ​ໂລກ​ໄດ້​ຮັບ​ຮູ້ ແລະ ​ເຂົ້າ​ໃຈ​ເຖິງ​​ການຕັດ​ສິນ​ໃຈ ແລະ ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ໃນ​ການ​ນຳ​ພາ​ການ​ຮ່ວມ​ມື​ແບບ​ເປີດ​ປ​ະ​ຕູ​ສູ່​ພາຍນອກ. ຈີນ​ໄດ້​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ເປັນຫຼັກ​ການ​ນຳ​ພາ​ຢ່າງ​ຕໍ່​ເນື່ອງ, ຈາກ​ການ​ເຊື່ອມ​ຈອດ​ເສັ້ນ​ທາງ​ສາຍ​ໄໝເຫຼັກ ແລະ ເຫຼັກ​ກ້າ ເຖິງ​ການ​ປະ​ຕິ​ບັດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​​ດ້ານລະ​ບຽບ​ການ​ຢ່າງ​ເລິກ​ເຊິ່ງ ໄດ້​ເຮັດ​ໃຫ້​ການ​ພັດ​ທະ​ນາ​​ສາ​ມາດສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂ​ອງ​ປະ​ຊາ​ຊົນ, ​ທັງ​ໄດ້​ສ້າງ​ແຮງຂັບ​ເຄື່ອນ​ທີ່​ໝັ້ນ​ທ່ຽງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ.
 
ຈີນ​ທີ່​ເປີດ​ປ​ະ​ຕູ​ສູ່​ພາຍນອກ, ໄດ້​ສ້າງ​ຂົວ​ແຫ່ງ​ການ​ຮ່ວມ​ມື​ທົ່ວ​ໂລກ​ທີ່​ໝັ້ນ​ຄົງ ​ດ້ວຍ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ. ໝາກ​ຖົ່ວ​ລຽນ​ໝອນ​ທອງ​ຂອງ​ໄທ​​ສາ​ມາດ​ໄປ​ຂາຍ​ຢູ່​ໃນ​ຮ້າ​ນ​ຊັບ​ພະ​ສິນ​ຄ້າ​​ຢູ່ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ​ໃນ​ມື້​ທີ 2 ໂດຍ​ຜ່ານ​ກາ​ນ​ຂົນ​ສົ່ງ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ​ສາງ​ຂົນ​ຖ່າຍ​ສິນ​ຄ້າ​ອັດ​ສະ​ລິ​ຍະ​ທີ່​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ 5G ແລະ ລະ​ບົບ​ນຳ​ທາງ​ເປີຍ​ໂຕ​ຂອງ​ຈີນ ໄດ້​ເຮັດ​ໃຫ້​ເວ​ລາ​ແຈ້ງ​ຜ່ານ​ດ່ານຫຼຸດ​ລົງ​​ເຫຼືອ​ພຽງ 2 ຊົ່ວ​ໂມງ, ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ​ຫຼຸດ​ລົງ 60% ແລະ ລາ​ຄາປາຍ​ທາງ​ໄດ້ຫຼຸດ​ລົງ 30%, ດ່ານ​ສາ​ກົນ​ບໍ່​ຫານ​ກາຍ​ເປັນ​ດ່ານ​ທາງ​ບົກ​ທີ່​ໃຫຍ່​ທີ່​ສຸດ​ສຳ​ລັບ​ການ​ນຳ​ເຂົ້າ​ໝາກ​ຖົ່ວ​ລຽນ​ຂອງ​ຈີນ, ປະ​ຊາ​ຊົນ​ຈີນ​ຊື້​ໝາກ​ຖົ່ວ​ລຽນ​ໄດ້​ຢ່າງ​ສະ​ດວກສະ​ບາຍຍ້ອນ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາຍນອກ.
 
ນອກ​ນີ້, ເສັ້ນ​ທາງ​ລົດ​ໄຟ​ຈີນ-ເອີ​ຣົບ, ຈີນ​-ອາ​ຊີ​ກາງ ແລະ ຊ່ອງ​ທາງ​ໃໝ່​ທາງ​ບົກ-ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ໄດ້​ເຮັດ​ໃຫ້​ຈີນ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​ຕ່າງໆ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ. ດ້ວຍເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ​ດັ່ງ​ກ່າວ, ລົດ​ຍົນພະ​ລັງ​ງານ​ໃໝ່ ແລະ ຜະ​ລິດ​ຕະ​ພັນ​ຜະ​ລິດ​ໄຟ​ຟ້າ​​ພະ​ລັງ​ງານ​ແສງ​ຕາ​ເວັນ​ເປັນ​ຕົ້ນ​ໄດ້​ສົ່ງ​ອອກຕ່າງ​ປະ​ເທດຫຼາຍກວ່າ​ເກົ່າ ແລະ ສິນ​ຄ້າ​ທີ່​ດີ​ຂອງ​ຕ່າງ​ປະ​ເທດ​​ໄດ້​ສົ່ງ​ເຂົ້າ​ຕະຫຼາດ​ຈີນຫຼາຍກວ່າ​ເກົ່າ. ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ ແລະ ອຸດ​ສາ​ຫະ​ກຳໄດ້​ຮັບ​ການ​ພັດ​ທະ​ນາ​ແບບ​ປະ​ສົມ​ປະ​ສານ​ກັນ ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຂອດ​ສຳ​ຄັນ​ໃນ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​​ທົ່ວ​ໂລກ.
 
ການ​ລົງ​ເລິກ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ດ້ານລະ​ບຽບ​ການ ໄດ້​ສ້າງ​ພື້ນ​ຖານ​ລະ​ບຽບ​ການ​ທີ່​ໝັ້ນ​ຄົງ​ໃຫ້​ແກ່​ການ​ພັດ​ທະ​ນາ​ທົ່ວ​ໂລກ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ບໍ່​ແນ່ນອນ​ໃນ​ການ​ພັດ​ທະ​ນາ​​ທົ່ວ​ໂລກ, ຈີນ​ໄດ້​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຕໍ່​ເນື່ອງ, ໄດ້​ສ້າງ​ຕັ້ງ​ ແລະ ເປີດດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ, ລະ​ດັບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ດ້ານລະ​ບຽບ​ການ​ຕາມ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ໄດ້​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ສະ​ພ​າບ​ແວດ​ລ້ອມໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ມຸ່ງ​ໝັ້ນ​ຕະຫຼາດ, ​ບໍ​ລິ​ຫານກົດ​ໝາຍ ແລະ ຄວາມ​ເປັນ​ສາ​ກົນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ແຈ້ງ​ຜ່ານ​ດ່ານ​ທີ່ມີ​ປະ​ສິດ​ທິ​ພາບ​ສູງ​ຢູ່​ດ່ານ​​ສາ​ກົນບໍ່​ຫານ ແລະ ການ​ຊຸກ​ຍູ້​ໂຄງ​ການ​ຮ່ວມ​ມື “ດ່ານ​ພາ​ສີ​ອັດ​ສະ​ລິ​ຍະ” ເຮັດ​ໃຫ້​ການ​ຄ້າ​ຂ້າມ​ຊາດ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ; ມີ​ວິ​ສາ​ຫະ​ກິດ​ຂ້າມ​ຊາດ 94% ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ຕະຫຼາດ​ຈີນ, ຈຳ​ນວນ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ 19,1%, ງານ​ວາງ​ສະ​ແດງ​ລະ​ດັບ​ຊາດ​ຕ່າງໆ ເຊັ່ນ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ງານ​​ຕະຫຼາດ​ນັດ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ ແລະ ອື່ນໆ ໄດ້​ສ້າງ​ເວ​ທີ​ການ​ເຊື່ອມ​ຕໍ່​ດ້ານ​ການ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ທົ່ວ​ໂລກ, ຈີນ​ໄດ້​ຮັບ​ມື​ກັບ​ຄວາມ​ບໍ່​ແນ່ນອນ​ຂອງ​ໂລກ ດ້ວຍ​ຄວາມ​ແນ່ນອນ​ດ້ານ​ລະ​ບຽບ​ການຂອງ​ຕົນ ເຊິ່ງ​​ເປັນການ​ສະ​ໜອງ​ສິ່ງ​ຄ້ຳ​ປະ​ກັນ​ດ້ານ​ລະ​ບຽບ​ການ​ທີ່​ໝັ້ນ​ຄົງ​ໃຫ້​ແກ່​ການ​ຮ່ວມ​ມື​ທົ່ວ​ໂລກ.
 
ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະການ​ເຊື່ອມ​ຕໍ່​ກັບ​ພາຍນອກ​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ຍັງໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ອີກ​ດ້ວຍ. ໜຶ່ງ​ປີ​ຜ່ານ​ມາ, ການ​ຄ້າ​ຂາ​ເຂົ້າ-ຂາອອ​ກ​ລະ​ຫວ່າງ​ຈີນ​ກັບ 190 ກວ່າ​ປະ​ເທດ ແລະເຂດ​ແຄວ້ນ​ທົ່ວໂລກ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ, ໃນ​ນັ້ນ, ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ອາ​ເມ​ຣິ​ກາ​ລາ​ຕິນ ແລະ ອາ​ຟ​ຣິ​ກາ ລ້ວນ​ແຕ່​​ເພີ່ມ​ຂຶ້ນໃນ​ລະ​ດັບ​ສູງ​ຢ່າ​ງ​ຕໍ່​ເນື່ອງ; ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຈີນ​ໄດ້​ເພີ່ມ​ຂຶ້ນ 17,1%, ມາດ​ຕະ​ການ​ຍົກ​ເວັ້ນ​ວີ​ຊາ​ຂອງ​ຈີນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ຽວ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ. ສິນ​ຄ້າ, ບຸກ​ຄະ​ນາ​ກອນ ແລະ ຂໍ້​ມູນ​ຂ່າວ​ສານ​ໄດ້​ໄຫຼວຽນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ຂອງ​ຈີນ ທີ່​ມີ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ​ເພີ່ມ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ. ພາຍ​ໃຕ້​ຂອບ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ, ການ​ບຳ​ລຸງ​ສ້າງ​ບຸກ​ຄະ​ລາ​ກອນ​ໃນ​ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ດີ, ພະ​ນັກ​ງານ​​ລາວທີ່​ເຮັດ​ວຽກ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຕອນ​​ຢູ່ໃນ​ປະ​ເທດ​ລາວ​​ໄດ້​ກວມຫຼາຍກວ່າ 67%; “ຮ່ອມ​ພູ​ຊີ​ລີ​ຄອນ​ອາ​ຟ​ຣິ​ກາ” ຂອງ​ເຄນ​ຢາ​ໄດ້​ເລັ່ງ​ການ​ຫັນ​ເປັນ​ແບບ​ດີ​ຈີ​ຕອນ​ຂອງ​ທ້ອງ​ຖີ່ນ… ການ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ການ​ໄຫຼວຽນ​ຂອງ​ສິນ​ຄ້າ ແລະ ທຶນ​ຮອນ​ເທົ່າ​ນັ້ນ, ຍິ່ງ​ແມ່ນ​ການ​ແບ່ງ​ປັນ​ເຕັກ​ໂນ​ໂລ​ຊີ, ຜູ້​ມີ​ຄວາ​ມ​ຮູ້​ຄວາມ​ສາ​ມາດ ແລະ ບົດ​ຮຽນ​ອີກ​ດ້ວຍ ເຊິ່ງ​ເຮັດ​ໃຫ້​ຜົນ​ງານ​ການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປ​ະ​ຊາ​ຊົນ​ປະ​ເທດ​ຕ່າງ​ໆໄດ້​ຢ່າງ​ຍຸ​ຕິ​ທຳ​ກວ່າ​ເກົ່າ.
 
ປີ​ນີ້, ຈີນ​ໄດ້​ເລີ່ມ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 15, ແຜນ​ຜັງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ​ຂອງ​ຈີນ​ນັບ​ມື້​ນັບ​ຈະ​ແຈ້ງ, ມາດ​ຕະ​ການ​ຕ່າງໆ​ຂອງ​ຈີນ ເຊັ່ນ: ​ການປັບ​ປຸງ​ສະ​ພາບ​ການ​​ໃນ​ການ​ເຈາະຕະຫຼາດ​​ໂລກ​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ການ​ຍົກ​ລະ​ດັບ​ຂອງ​ທຸ​ລະ​ກິດ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ໃຫ້​ສູງ​ຂຶ້ນ, ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ອົງ​ການ​ການ​ຄ້າ​ໂລກ ແລະ ອື່ນໆຈະ​ເປັນ​ມາດ​ຕະ​ການ​ທີ່​ດີ​ໃນ​ການ​ຮັດ​ແໜ້ນ​ການ​ຮ່ວມ​ມື​ສາ​ກົນ​ຕື່ມ​ອີກ. ໃນ​ອະ​ນາ​ຄົດ, ຈີນ​ຈະ​​ນັບ​ມື້​ນັບເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ຮ່ວມ​ກັນ​ຊຸກ​ຍູ້​ຂະ​ບວນ​ການ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ ເພື່ອ​ເຮັດ​ໃຫ້​ຜົນ​ງານ​ດ້ານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະການ​ຮ່ວມ​ມື​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທຸກ​ມຸມ​ໂລກ ແລະຮ່ວມ​ກັນ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງກວ່າ​ເກົ່າ.