ແຂວງເຊກອງ ເຂັ້ມງວດຄຸ້ມຄອງ-ກວດກາລາຄາສິນຄ້າ ຫລັງມີການປັບຂຶ້ນລາຄານໍ້າມັນເຊື້ອໄຟ

ໃນວັນທີ 17 ມີນາ 2026, ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ແລະ ຂະແໜງການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາລາຄາສິນຄ້າຢູ່ທີ່ຕະຫລາດສົດເທສະບານແຂວງເຊກອງ.
ທ່ານ ນາງ ວິລະຄອນ ບັນທະເວີ ກ່າວວ່າ: ການລົງກວດກາຄັ້ງນີ້, ກໍ່ເພື່ອເປັນການປົກປ້ອງຄຸ້ມຄອງລາຄາສິນຄ້າທີ່ນອນໃນບັນຊີຄວບຄຸມ ແລະ ສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ເຮັດໃຫ້ການຊື້-ຂາຍສິນຄ້າໃນທ້ອງຕະຫລາດມີຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານລາຄາ ແລະ ສິ່ງສໍາຄັນ ແມ່ນເປັນການປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້, ຫລີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າທີ່ບໍ່ສົມເຫດສົມຜົນ ໃນຊ່ວງໄລຍະທີ່ມີການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ ທີ່ເກີດຈາກສະພາບຄວາມບໍ່ສະຫງົບຢູ່ພາກພື້ນຕາເວັນອອກກາງ.
ແນວໃດກໍດີ, ຜ່ານການຕິດຕາມ, ກວດກາຕົວຈິງເຫັນໄດ້ວ່າບັນດາສິນຄ້າຄວບຄຸມຖືວ່າຢູ່ໃນລາຄາປົກກະຕິ,ພໍ່ຄ້າ-ແມ່ຄ້າໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ແລະ ສິນຄ້າປະເພດພືດຜັກ ໂດຍສະເພາະ ສິນຄ້າທີ່ຜະລິດໄດ້ຕາມລະດູການ ດ້ານລາຄາແມ່ນມີທ່າອ່ຽງຫລຸດລົງ, ສ່ວນສິນຄ້າທີ່ບໍ່ສາມາດຜະລິດໄດ້ ແມ່ນມີການປັບເພີ່ມຂຶ້ນເລັກນ້ອຍ ຫລື ບວກ-ລົບຢູ່ໃນລະດັບ 5%. ຄາດວ່າໃນຕໍ່ໜ້າ ອາດຈະມີຜົນກະທົບເຮັດໃຫ້ລາຄາສິນຄ້າບາງປະເພດເພີ່ມຂຶ້ນ, ແຕ່ທາງພາກລັດ ກໍຄື ຂະແໜງອຸດສາຫະກໍາ ແລະ ການຄ້າຈະເອົາໃຈໃສ່ຄວບຄຸມໃຫ້ຢູ່ໃນກົນໄກຕະຫລາດ.
.
ຂ່າວ: ສັນຍາ, ພາບ: ພະແນກ ອຄ ແຂວງ